ແບ່ງຄວາມຮັບຜິດຊອບວຽກງານປຸງແຕ່ງກະສິກຳ ແລະ ປ່າໄມ້ຂັ້ນຕົ້ນ

    ພິທີເຊັນບົດບັນທຶກແບ່ງຄວາມຮັບຜິດຊອບວຽກງານປຸງແຕ່ງກະສິກຳ ແລະ ປ່າໄມ້ ຂັ້ນຕົ້ນ ລະຫວ່າງທ່ານ ທອງສຸກ ບົວລິຂັນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊທານີ ແລະ ທ່ານ ຄໍາພູວັນ ລາດສະຈັກ ຫົວໜ້າຫ້ອງການອຸດສາຫະກຳການຄ້າ ເມືອງໄຊທານີ ຈັດຂຶ້ນວັນທີ 4 ພຶດສະພາ 2022 ທີ່ສະໂມສອນເມືອງໄຊທານີ ມີທ່ານ ຄໍາພັນ ສຸລິຍະນັນ ຮອງເຈົ້າເມືອງໄຊທານີ ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ແລະ ທ່ານ ບຸນລໍ້າ ວົງສຸທິ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

     ເພື່ອຈັດຕັ້ງປະຕິບັດຕາມບົດບັນທຶກແບ່ງຄວາມຮັບຜິດຊອບວຽກງານປຸງແຕ່ງກະສິກຳ ແລະ ປ່າໄມ້ ຂັ້ນຕົ້ນ ລະຫວ່າງພະແນກອຸດສາຫະກຳ ແລະ ການຄ້າ ແລະ ພະແນກການກະສິກຳ ແລະ ປ່າໄມ້ ນວ ຄັ້ງວັນທີ 7 ມີນາ 2022 ເຊິ່ງໄດ້ຜັນຂະຫຍາຍອອກມາເປັນໜ້າທີ່ຂອງຫ້ອງການ ຂອບເຂດສິດຄົບຖ້ວນ ແລະ ຈະແຈ້ງ ເພື່ອເປັນບ່ອນອີງທັງສອງຫ້ອງການ ໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ໃນນີ້ຫ້ອງການກະສິກຳແລະ ປ່າໄມ້ເມືອງໄຊທານີ ມີຄວາມຮັບຜິດຊອບໃນການຄຸ້ມຄອງ ຊຸກຍູ້ ສົ່ງເສີມ ແລະ ພັດທະນາກິດຈະການ ເປັນຕົ້ນໂຮງງານປຸງແຕ່ງໄມ້ ໂຮງເລື່ອຍ ໂຮງຊອຍ ໂຮງເຟີນິເຈີໄມ້ ໂຮງງານປຸງແຕ່ງຢາງພາລາ ເຄື່ອງປ່າຂອງດົງທຸກປະເພດ ແລະ ໂຮງງານຜະລິດເຈ້ຍ ໂດຍນໍາໃຊ້ໄມ້ເປັນວັດຖຸດິບ ປະກອບມີໜ້າວຽກລະອຽດຄື: ກຳນົດແຜນການຜະລິດວັດຖຸດິບ ແລະ ວິທີການເກັບຮັກສາວັດຖຸດິບ ການເຄື່ອນຍ້າຍວັດຖຸດິບເພື່ອສະໜອງຮອດໂຮງງານອຸດສາຫະກໍາປຸງແຕ່ງ ອອກອະນຸຍາດສ້າງຕັ້ງດຳເນີນຕໍ່ ແລະ ໂຈະການດຳເນີນທຸລະກິດກະສິກຳ ແລະ ປ່າໄມ້ ເປັນການກະກຽມວັດຖຸດິບເພື່ອສະໜອງໃຫ້ໂຮງງານອຸດສາຫະກຳປຸງແຕ່ງ ພ້ອມທັງໂຮງງານທີ່ມີການຜະລິດຄົບວົງຈອນແມ່ນຂຶ້ນກັບການຄຸ້ມຄອງຂອງພະແນກອຸດສາຫະກຳ ແລະ ການຄ້າ ນວ ຄຸ້ມຄອງ ຕິດຕາມ ກວດກາ ແລະ ຢັ້ງຢືນໄມ້ ແລະ ເຄື່ອງປ່າຂອງດົງ ສົ້ນເຂົ້າ ສົ້ນອອກ ແລະ ໄມ້ຄ້າງສາງພາຍໃນໂຮງງານປຸງແຕ່ງໄມ້ ໂຮງເລື່ອຍ ໂຮງຊອຍ ໂຮງເຟີນິເຈີໄມ້ ຮ້ານຂາຍໄມ້ ໂຮງງານປຸງແຕ່ງຢາງພາລາ ແລະ ເຄື່ອງປ່າຂອງດົງເຕົາເຜົາຖ່ານ ນອກນີ້ ປະຕິບັດສິດ ແລະ ໜ້າທີ່ອື່ນໆຕາມທີ່ໄດ້ກຳນົດໄວ້ໃນດໍາລັດສະບັບເລກທີ 603/ນຍ ແລະ ບົດບັນທຶກພົບປະລະຫວ່າງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງກະສິກຳ ແລະ ປ່າໄມ້ ສະບັບຄັ້ງວັນທີ 5 ເມສາ 2022.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!