ຮອງລັດຖະມົນຕີກະຊວງສາທາລະນະສຸກ ລົງຊຸກການປະຕິບັດວຽກງານຢູ່ເມືອງແກ່ນທ້າວ

    ແຫຼ່ງຂ່າວຈາກເມືອງແກ່ນທ້າວ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້ ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະ ໄດ້ລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານສາທາລະນະສຸກຢູ່ເມືອງແກ່ນທ້າວ ພ້ອມທັງມອບລົດຮັບ-ສົ່ງຄົນເຈັບ (AMBULANCE) ຈໍານວນ 1 ຄັນ ເມືອງແກ່ນທ້າວ ມີ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ ແລະ ຫົວໜ້າພະແນກສາທາລະນະສຸກແຂວງ ເປັນຜູ້ພາທາງ ໂດຍໄດ້ຮັບຕ້ອນຮັບຈາກທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ ພ້ອມຄະນະ.

    ໂອກາດນີ້ ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ເດີນທາງໄປດ່ານສາກົນຂົວມິດຕະພາບນໍ້າເຫືອງ ແລະ ຮັບຟັງການລາຍງານຈາກທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວວ່າ: ນັບແຕ່ໄດ້ມີມາດຕະການເຂັ້ມງວດການເຂົ້າ-ອອກດ່ານ ມາເຖິງປັດຈຸບັນ ມີແຮງງານລາວທີ່ເຂົ້າດ່ານສາກົນຂົວມິດຕະພາບນໍ້າເຫືອງ ລວມມີ 45 ຊຸດ ເຊິ່ງໄດ້ກັ່ນຕອງແຮງງານຜ່ານດ່ານສາກົນຂົວມິດຕະພາບນໍ້າເຫືອງ ທັງໝົດ 7.973 ຄົນ ຍິງ 3.946 ຄົນ ໃນນີ້ ເປັນພົນລະເມືອງຂອງເມືອງແກ່ນທ້າວ 1.980 ຄົນ ຍິງ 978 ຄົນ ຄົນຕ່າງເມືອງ ຕ່າງແຂວງມີ 5.993 ຄົນ ຍິງ 2.968 ຄົນ ສໍາລັບແຮງງານທີ່ຂ້າມດ່ານສາກົນ ແມ່ນໄດ້ກັກກັນຢູ່ສູນຂອງເມືອງ ລວມມີທັງໝົດ 2.389 ຄົນ ຍິງ 1.197 ຄົນ.

    ຜ່ານການເກັບຕົວຢ່າງກວດຫາເຊື້ອພະຍາດ ຂອງແຮງງານທີ່ມາຈາກຕ່າງປະເທດ ແລະ ການເກັບຕົວຢ່າງພົນລະເມືອງຢູ່ພາຍໃນເມືອງໄດ້ທັງໝົດ 1.799 ຄົນ ຍິງ 534 ຄົນ ໃນນີ້ ມີຜົນບວກ 1224 ຄົນ ຍິງ 131 ຄົນ ມາຮອດປັດຈຸບັນ ປິ່ນປົວຫາຍດີແລ້ວ 219 ຄົນ ຍິງ 128 ຄົນ ກໍາລັງປິ່ນປົວ 5 ຄົນ ຍິງ 3 ຄົນ ຕໍ່ກັບການຊຸກຍູ້ການສັກວັກຊິນປ້ອງກັນພະຍາດໂຄວິດ-19 ຢູ່ພາຍໃນເມືອງ ເຂັມທີ 1 ປະຕິບັດໄດ້ 34.505 ຄົນ ເທົ່າກັບ 80,87% ສັກເຂັມທີ 2 ມີ 21.703 ຄົນ ເທົ່າກັບ 50,87% ສັກເຂັມກະຕຸ້ນ ຫຼື ເຂັມທີ 3 ຮອບ 1 ມີ 10.138 ຄົນ ເທົ່າກັບ 23,76% ສັກກະຕຸ້ນຮອບ 2 ເຂັມ 4 ມີ 4.612 ຄົນ ເທົ່າກັບ 1,43% ລວມແລ້ວ ປະຊາຊົນຢູ່ພາຍໃນເມືອງທີ່ໄດ້ຮັບວັກຊິນຄົບໂດສ 28.303 ຄົນ ກວມເອົາ 66,34% ຂອງພົນລະເມືອງ.

    ຈາກນັ້ນ ທ່ານ ດຣ ສະໜອງ ທອງຊະນະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອົງການປົກຄອງເມືອງ ຄະນະສະເພາະກິດຂັ້ນເມືອງ ແລະ ດ່ານສາກົນ ໃນການຈັດຕັ້ງປະຕິບັວຽກງານປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ພ້ອມທັງມີຄໍາເຫັນໃຫ້ເພີ່ມທະວີສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິການ ປັບປຸງການຄັດກອງຢູ່ດ່ານສາກົນ ດັດປັບມາດຕະການຕ່າງໆໃຫ້ສອດຄ່ອງກັບທ້ອງຖິ່ນ.

error: Content is protected !!