ພິທີຖະແຫຼງຂ່າວ ການກຽມສົ່ງຄະນະນໍາ ແລະ ນັກກີລາເຂົ້າຮ່ວມງານມະຫະກໍາກີລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 4 ພຶດສະພາ 2022 ຜ່ານມາ ຢູ່ຫ້ອງປະຊຸມຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໂດຍມີທ່ານ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຄະນະນໍາ ແລະ ນັກກີລາແຕ່ລະປະເພດ ພ້ອມຜູ້ໃຫ້ການສະໜັບສະໜູນ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້ ທ່ານ ພຸດ ສິມມາລາວົງ ລາຍງານໃຫ້ຮູ້ວ່າ: ສໍາລັບ 29 ປະເພດກີລາທີ່ ສປປ ລາວ ສົ່ງເຂົ້າຮ່ວມແຂ່ງຂັນໃນງານຊີເກມຄັ້ງນີ້ ແບ່ງອອກເປັນ 2 ພາກສ່ວນ ຄື: ປະເພດທີ່ນໍາໃຊ້ງົບປະມານຂອງລັດຖະບານຮອບດ້ານ ມີ 18 ປະເພດ ຄື: ເປຕັງ ບິນລຽດ-ສະນຸກເກີ້ ຄິກບ໋ອກຊິ້ງ ມວຍລາວ ວູຊູ ລົດຖີບ ເທຄວັນໂດ ມວຍສາກົນ ກະຕໍ້ ປັນຈັກສີລັດ ຄາຣາເຕໂດ ຢູໂດ ມວຍປໍ້າ ຍິງທະນູ ແລ່ນ-ລານ ຍົກນໍ້າໜັກ ໂວວີນາມ ແລະ ລອຍນໍ້າ
ສ່ວນອີກໜຶ່ງພາກສ່ວນ ແມ່ນກີລາທີ່ກຸ້ມຕົນເອງດ້ານງົບປະມານຮັບໃຊ້ ມີ 11 ປະເພດ ຄື:ບານເຕະຍິງ-ຊາຍ ດອກປີກໄກ່ ເທັນນິສ ບານສົ່ງຫາດຊາຍ ກ໊ອຟ ຢິມນາສຕິກ ອີສະປອດ ຍິງປືນ ປິ່ງປ໋ອງ ເພາະກາຍ ແລະ ແດ້ນສະປອດ.
ທ່ານລັດຖະມົນຕີ ສສກ ກ່າວໃຫ້ຮູ້ຕື່ມອີກວ່າ: ການເຂົ້າຮ່ວມຊີເກມ ຄັ້ງທີ 31 ນອກຈາກເປັນການປະຕິບັດໜ້າທີ່ທາງດ້ານການເມືອງ ແລະ ວິຊາສະເພາະຂອງນັກກີລາລາວ ຍັງເປັນການຮັດແໜ້ນສາຍພົວພັນແບບພິເສດລະຫວ່າງ ລາວ-ຫວຽດນາມ ຫວຽດນາມ-ລາວ ທີ່ມີມູນເຊື້ອຮ່ວມກັນມາແຕ່ດົນນານ ທັງເປັນການປຸກລະດົມຈິດໃຈຮັກຊາດຂອງປະຊາຊົນລາວບັນດາເຜົ່າ ແລະ ເປັນການເຜີຍແຜ່ວັດທະນະທໍາອັນດີງາມຂອງຊາດລາວ ທັງເປັນການປະຕິບັດນະໂຍບາຍການພົວພັນກັບບັນດາປະເທດອາຊຽນ ແລະ ເປັນການຍົກຖານະບົດບາດ ຊື່ສຽງຂອງລາວ ໃນຂົງເຂດອະນຸພາກພື້ນ ແລະ ສາກົນໃຫ້ນັບມື້ພົ້ນເດັ່ນຂຶ້ນ..
ແນວໃດກໍດີ ງານກີລາຊີເກມປີນີ້ ຄະນະນັກກີລາລາວ ຈະພະຍາຍາມສູ້ຊົນໃຫ້ໄດ້ຫຼຽນຫຼາຍກວ່າຊີເກມຄັ້ງທີ 30 ເຊິ່ງນັກກີລາລາວສາມາດຍາດໄດ້ 1 ຫຼຽນຄໍາ 5 ຫຼຽນເງິນ ແລະ 29 ຫຼຽນທອງ ລວມ 35 ຫຼຽນ ຈັດຢູ່ອັນດັບທີ 10 ຈາກທັງໝົດ 11 ປະເທດ.
ໃນໂອກາດດຽວກັນ ທ່ານ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ກຽດໂອ້ລົມ ໂດຍເນັ້ນໜັກໃຫ້ຄະນະນໍາ ແລະ ນັກກີລາລາວເພີ່ມທະວີຄວາມເອົາໃຈໃສ່ຫຼາຍບັນຫາສໍາຄັນ ເປັນຕົ້ນແມ່ນຕ້ອງມີຄວາມຮັບຜິດຊອບສູງໃນການຕິດຕາມການເຝິກແອບຂອງນັກກີລາຢ່າງໃກ້ຊິດ ຍົກສູງການປະຕິບັດລະບຽງວິໄນຢ່າງເຂັ້ມງວດ ຄູເຝິກຂອງກີລາແຕ່ລະປະເພດ ຕ້ອງຊອກຮູ້ຂໍ້ມູນທາງດ້ານເຕັກນິກ ສະຖານທີ່ພັກ ແລະ ສະຖານທີ່ແຂ່ງຂັນຈາກເຈົ້າພາບ ເພື່ອແຈ້ງໃຫ້ນັກກີລາຂອງຕົນຮັບຮູ້ລ່ວງໜ້າ ສ່ວນນັກກີລາທຸກຄົນກໍຕ້ອງເອົາໃຈໃສ່ໃນການແຂ່ງຂັນຢ່າງສຸດຄວາມສາມາດ ແລະ ອື່ນໆ ເພື່ອໃຫ້ໄດ້ຫຼຽນລາງວັນປະເພດຕ່າງໆຫຼາຍເທົ່າທີ່ຈະຫຼາຍໄດ້ ແນໃສ່ສ້າງຊື່ສຽງໃຫ້ແກ່ປະເທດຊາດ ແລະ ສ້າງຄວາມພາກພູໃຈໃຫ້ແກ່ປວງຊົນລາວທັງຊາດ.
ໃນພິທີຖະແຫຼງຂ່າວຄັ້ງນີ້ ຍັງໄດ້ມີການມອບ-ຮັບການສະໜັບສະໜູນຈາກ 1 ກະຊວງ ແລະ 6 ບໍລິສັດຕື່ມອີກ ກໍຄື ບໍລິສັດ FBT ຈຳນວນ 666 ລ້ານກວ່າກີບ ບໍລິສັດ ເບຍລາວ ຈຳກັດ ຈຳນວນ 400 ລ້ານກີບ ໃນຈຳນວນເງິນດັ່ງກ່າວ ມີວັດຖຸ ອຸປະກອນ ແລະ ເງິນຈຳນວນໜຶ່ງ) ໃຫ້ບັນດາສະຫະພັນກີລາແຫ່ງຊາດ ພ້ອມກັບປະກາດອັດສີດຫຼຽນຄຳ 10 ລ້ານກີບ ຫຼຽນເງິນ 7 ລ້ານກີບ ແລະ ຫຼຽນທອງ 5 ລ້ານກີບ.
ສໍາລັບງານມະຫະກໍາກີລາຊີເກມ ຄັ້ງທີ 31 ປີນີ້ ຈະຈັດຂຶ້ນໃນວັນທີ 12-23 ພຶດສະພາ 2022 ໂດຍຈະແຂ່ງຂັນທັງໝົດ 40 ປະເພດກີລາ.
# ຂ່າວ – ພາບ : ສີພອນ ຈັນທະດາລາ