ກະຊວງພາຍໃນ ຫວນຄືນມູນເຊື້ອສອງວັນປະຫວັດສາດ

    ເພື່ອເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ຮອບດ້ານລະຫວ່າງລາວ-ຫວຽດນາມໃຫ້ພະນັກງານ-ລັດຖະກອນຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ດັ່ງນັ້ນ ວັນທີ 5 ພຶດສະພາ 2022 ກະຊວງພາຍໃນຈຶ່ງໄດ້ຈັດພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ວັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 45 ປີ (18/7/1977-18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022) ທີ່ກະຊວງພາຍໃນ ເປັນກຽດປາຖະກະຖາໂດຍທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີສະມາຊິກພັກ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.

    ທ່ານ ທອງຈັນ ມະນີໄຊ ກ່າວວ່າ ການສະເຫຼີມສະຫຼອງວັນດັ່ງກ່າວ ເປັນການສະແດງໃຫ້ເຫັນມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ຮອບດ້ານລະຫວ່າງລາວ-ຫວຽດນາມ ເຊິ່ງທັງສອງຊາດໄດ້ດຳເນີນການຕໍ່ສູ້ ຊ່ວຍເຫຼືອເຊິ່ງກັນ ແລະ ກັນມາເປັນເວລາດົນນານ ມີຄວາມຜູກພັນ ສາມັກຄີ ມີມູນເຊື້ອອັນດີງາມນັບແຕ່ບັນພະບູລຸດຈົນເຖິງປັຈຸບັນ ໄດ້ເພີ່ມທະວີຄວາມແໜ້ນແຟ້ນ ເຕີບໃຫຍ່ຂະຫຍາຍຕົວກາຍເປັນຄວາມຄວາມສາມັກຄີພິເສດ ແລະ ຮອບດ້ານລະຫວ່າງລາວ-ຫວຽດນາມຈົນເຖິງທຸກວັນນີ້.

    ນອກຈາກນີ້ ທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ປະຫວັດການຕໍ່ສູ້ຂອງປະຊາຊົນສອງຊາດ ຈົນເຖິງໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ທັງສອງປະເທດລ້ວນແຕ່ຕົກຢູ່ໃນສະພາບທີ່ຫຍຸ້ງຍາກສັບສົນ ເປັນຕົ້ນ ດ້ານການເມືອງ ເສດຖະກິດ-ສັງຄົມ ການທະຫານຕ່າງໆ ແຕ່ສອງປະທດກໍໄດ້ສືບຕໍ່ພົວພັນຢ່າງສະໜິດແໜ້ນ ໃຫ້ການສະໜັບສະໜູນຊ່ວຍເຫຼືອ ຮ່ວມມືກັນຈົນເຖິງປັດຈຸບັນ ສາຍພົວພັດດັ່ງກ່າວ ນັບມື້ກວ້າງຂວາງທັງສູນກາງ ແລະ ທ້ອງຖິ່ນ ສາມາດຕອບສະໜອງຜົນປະໂຫຍດຂອງປະຊາຊົນທັງສອງຊາດເປັນຢ່າງດີ.

    ຕະຫຼອດໄລຍະ 45 ປີແຫ່ງການປະຕິບັດສົນທິສັນຍາມິດຕະພາບ ແລະ ການຮ່ວມມື ແລະ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ໄດ້ພ້ອມກັນເພີ່ມພູນຄູນສ້າງມິດຕະພາບແບບພິເສດ ການພົວພັນຮ່ວມມືຮອບດ້ານ ນັບມື້ຂະຫຍາຍຕົວກ້າວເຂົ້າສູ່ລວງເລີກ ແທດເໝາະກັບສະພາບຕົວຈິງ ມີປະສິດທິຜົນ ສາມາດຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງຊາດ ເພື່ອສັນຕິພາບ ສະຖຽນລະພາຍ ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!