ປະທານສະພາແຫ່ງຊາດພົບປະໂອ້ລົມການນໍາແຂວງເຊກອງ

    ວັນທີ 4 ພຶດສະພາ 2022 ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມຄະນະພັກ-ພະນັກງານ ນໍາພາຫຼັກແຫຼ່ງແຂວງເຊກອງ ໂດຍມີທ່ານນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງເຊກອງ ບັນດາສະຫາຍໃນຄະນະປະຈໍາພັກແຂວງ ຄະນະປະຈໍາສະພາປະຊາຊົນແຂວງ ແລະ ພະນັກງານການນໍາຫຼັກແຫຼ່ງເຂົ້າຮ່ວມ.

    ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ການປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ມາດຕະການຊຸກຍູ້ການທ່ອງທ່ຽວສີຂຽວຢູ່ແຂວງເຊກອງ ແລະ ທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ ໄດ້ລາຍງານສະພາບການເບື້ອງຕົ້ນໃນການຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດມະຕິກອງປະຊຸມສະໄມວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX ກ່ຽວກັບການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.

    ໂອກາດນີ້ ທ່ານ ໄຊສົມພອນ ພົມວິຫານ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ແຂວງເຊກອງຍາດມາໄດ້ ພ້ອມເນັ້ນໜັກບັນຫາສໍາຄັນ ເປັນຕົ້ນ ວຽກງານການພັດທະນາເສດຖະກິດ-ສັງຄົມ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ມາດຕະການຕ້ານກັບການລະບາດຂອງພະຍາດໂຄວິດ-19 ຕິດພັນກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ເຊິ່ງຮຽກຮ້ອງໃຫ້ຄະນະພັກ ສະພາປະຊາຊົນແຂວງ ອົງການປົກຄອງແຂວງ ເພີ່ມທະວີຄວາມເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນຊາດ ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຢ່າງທົ່ວເຖິງ ເລິກເຊິ່ງ ນໍາໃຊ້ທ່າແຮງບົ່ມຊ້ອນຂອງແຂວງ ສຸມທຶນຮອນເຕັກນິກວິຊາການເຂົ້າໃສ່ການຜະລິດເປັນສິນຄ້າຂອງປະຊາຊົນ ຖືວາລະແຫ່ງຊາດເປັນພາລະກິດທົ່ວປ່ວງຊົນ ເພີ່ມທະວີການນໍາພາຊີ້ນໍາວຽກງານການພັດທະນາຊັບພະຍາກອນມະນຸດ ໄປຕາມແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງວາງອອກ ຮັບປະກັນຄຸນນະພາບ ເອົາໃຈໃສ່ການສະກັດກັ້ນພະຍາດໂຄວິດ-19 ດ້ວຍຄວາມຮັບຜິດຊອບສູງ ສໍາລັບວຽກງານສະພາ ໃຫ້ເພີ່ມທະວີການປະຕິບັດໜ້າທີ່ຂອງສະພາປະຊາຊົນແຂວງ ໃນການເປັນຕົວແທນໃຫ້ແກ່ປະຊາຊົນບັນດາເຜົ່າຂອງແຂວງໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ ກະກຽມເນື້ອໃນກອງປະຊຸມສະໄໝສາມັນຂອງສະພາປະຊາຊົນແຂວງເພື່ອພິຈາລະນາຮັບຮອງເອົາບັນຫາສໍາຄັນຂອງແຂວງ ລວມທັງການເຄື່ອນໄຫວຕິດຕາມກວດກາຂອງສະພາປະຊາຊົນແຂວງເຊກອງ ເຊິ່ງຈະເປັນຂໍ້ມູນໃຫ້ຄະນະພັກແຂວງ ໃນການປັບປຸງແກ້ໄຂບັນຫາຕ່າງໆໄດ້ຢ່າງຖືກຕ້ອງ ມີປະສິດທິພາບ ແລະ ໄດ້ຮັບຜົນສໍາເລັດສູງ ນອກຈາກນີ້ ການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ກໍເປັນວິທີການໜຶ່ງໃນການຟື້ນຟູເສດຖະກິດຂອງປະເທດເຮົາໃຫ້ຄືນສູ່ສະພາບປົກກະຕິ ພາຍຫຼັງສະພາບການລະບາດຂອງພະຍາດໂຄວິດ-19 ໄດ້ເບົາບາງ ແລະ ຫຼຸດລົງ ສະເໜີໃຫ້ອໍານາດການປົກຄອງແຂວງ ນໍາພາພາກສ່ວນກ່ຽວຂ້ອງ ວາງແຜນການທ່ອງທ່ຽວສີຂຽວຂອງແຂວງ ຜັນຂະຫຍາຍບັນດານິຕິກໍາທີ່ກ່ຽວຂ້ອງຂອງລັດຖະບານ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຢູ່ທ້ອງຖິ່ນຕົນມີຄວາມສອດຄ່ອງ ແລະ ໄດ້ຮັບຜົນສໍາເລັດ.

error: Content is protected !!