ທ້າວ ຄຳພູວັນ ຄຳສະທອນ (ເບຍ) ນັກກີລາມວຍສາກົນຂອງກະຊວງປ້ອງກັນປະເທດ ເປີດ ເຜີຍວ່າ: ກ່ອນໜ້ານີ້ໄດ້ເຝິກຊ້ອມແບບເຂັ້ມຂຸ້ນມາແລ້ວເພື່ອກຽມຮ່ວມແຂ່ງຂັນກີລາຢູ່ຊຽງຂວາງເກມ ທີ່ຈະເປີດຂຶ້ນເດືອນມີນາທີ່ຜ່ານມາ ແຕ່ກັບຕ້ອງເລື່ອນອອກໄປອີກເນື່ອງຈາກໄດ້ຮັບຜົນກະທົບຈາກພະ ຍາດໂຄວິດ-19 ແລະ ນ້ອງກໍໄດ້ຢຸດຊ້ອມກັບເພື່ອນຮ່ວມທີມ ແຕ່ກໍໄດ້ເຝິກຊ້ອມດ້ວຍຕົນເອງບວກກັບການຖ່າຍທອດປະສົບການຈາກພໍ່ທີ່ເຄີຍເປັນອະດີດນັກກີລາມວຍວູຊູທີມຊາດລາວ ໄດ້ບອກສອນຕະ ຫຼອດ ສາມາດຍົກລະດັບຄວາມຮູ້ຄວາມສາມາດໃນລະດັບຂັ້ນໜຶ່ງ.
ຢ່າງໃດກໍຕາມສະຖານະການຂອງໂຄວິດ-19 ໃນລາວປັດຈຸບັນແມ່ນເລີ່ມດີຂຶ້ນ ແລະ ນ້ອງ ພ້ອມດ້ວຍເພື່ອນຮ່ວມທີມລວມເຖິງຄູເຝິກກໍກຽມຈະກັບມາຊ້ອມແບບເຂັ້ມຂຸ້ນໃນໄວໆນີ້ ສຳລັບຜົນງານໃນກີລາແຫ່ງຊາດ ຄັ້ງທີ 10 ທີ່ແຂວງອຸດົມໄຊປີ 2014 ຍາດໄດ້ພຽງຫຼຽນທອງ ເຊິ່ງຫຼັງຈາກນັ້ນກໍໄດ້ເກັບກ່ຽວປະສົບການທັງພາຍໃນ ແລະ ຕ່າງປະເທດ ເຊື່ອວ່າປະສົບການທີ່ຜ່ານຜ່າມານັ້ນຈະສາມາດເຮັດໃຫ້ນ້ອງມີຄວາມຫວັງໃນການລ່າຫຼຽນຄຳໃນຊຽງຂວາງເກມ.

ສຳລັບນ້ອງເບຍເກີດວັນທີ 18 ມິຖຸນາ 1998 ທີ່ແຂວງຫຼວງພະບາງ ລວງສູງ 158 ຊັງຕີແມັດ ແລະ ນ້ຳໜັກ 49 ກິໂລ ເປັນນັກມວຍສາກົນລາວທີ່ມີສີມືດີ ແລະ ມີຮູບແບບການຊົກດຸດັນແບບໝັດໜັກ ແລະ ອອກໝັດໄດ້ວ່ອງໄວໜັກ ສ່ວນຜົນງານທີ່ຜ່ານມາຫຼັງຈາກໄດ້ຫຼຽນທອງໃນງານມະຫະກຳກີລາແຫ່ງຊາດ ຄັ້ງທີ 10 ຈາກນັ້ນກໍໄດ້ເຂົ້າຮ່ວມແຂ່ງຂັນງານກີລາລະດັບພາກພື້ນ ແລະ ສາກົນ ໂດຍສະເພາະໃນເອຊຽນເກມ 2018 ສາມາດສ້າງປະຫວັດສາດດ້ວຍການໄລ່ຊົກເອົາຊະນະ ນັກມວຍຈາກ ເນປານ ທີ່ຮູບຮ່າງໃຫຍ່ກວ່າໃນຮອບ 16 ຄົນສຸດທ້າຍ ແຕ່ໜ້າເສຍດາຍເສຍໃຫ້ນັກມວຍຈາກອຸດເບກິດສະຖານໃນຮອບ 8 ຄົນສຸດທ້າຍ.
ສ່ວນຜົນງານ 2 ປີທີ່ຜ່ານມາ ໃນລາຍການມວຍສາກົນຊີງແຊັມອາຊີ 2019 ລາຍການ Thailand Open International Boxing Tournament 2019 ທີ່ນະຄອນຫຼວງບາງກອກ ປະເທດໄທ ໃນເດືອນກໍລະກົດ 2019 ໄຟ໊ທຳອິດ ນ້ອງເບຍສາມາດຊະນະນັກຊົກຈາກມາເລເຊຍ ຜ່ານເຂົ້າຮອບ 16 ຄົນ ແລະ ເອົາຊະນະນັກຊົກຈາກສີລັງກາ ຜ່ານເຂົ້າຮອບ 8 ຄົນສຸດທ້າຍ ກ່ອນຈະເສຍໃຫ້ນັກກີລາຈາກ ສປ ຈີນ ແຕ່ນ້ອງເບຍກໍບໍ່ໄດ້ທໍ້ຖ້ອຍ ສາມາດຮັກສາມາດຕະຖານໃນການຄວ້າຫຼຽນຄຳ ສະໄໝທີ 4 ຕິດຕໍ່ກັນ ໃນການແຂ່ງຂັນມວຍສາກົນຊີງຊະນະເລີດທົ່ວໄປເທດລາວ ຄັ້ງທີ XIII ໃນເດືອນສິງຫາ 2019 ແຕ່ຫຼ້າສຸດໃນງານກີລາຊີເກມ ຄັ້ງທີ 30 ປີ 2019 ນ້ອງເບຍບໍ່ສາມາດໄປຮອດຝັນຕົກຮອບທຳອິດ.