ນັກຮຽນ 7 ຄົນຈາກໂຮງຮຽນນານາຊາດວຽງຈັນ ຮ່ວມອັດສອນພາສາອັງກິດ ຂັ້ນ ປ4

    ພິທີມອບ-ຣັບໃບຢັ້ງຢືນ ແລະ ສະແດງຄວາມຂອບໃຈນັກຮຽນ 7 ຄົນ ຂອງໂຮງຮຽນນານາຊາດວຽງຈັນ ຈັດຂຶ້ນວັນທີ 4 ພຶດສະພາ 2022 ທີ່ໂຮງຮຽນນານາຊາດວຽງຈັນ ບ້ານສະພາຍທອງໃຕ້ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍມີທ່ານ ແດນ ເຮວເດິນ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳລາວ ທ່ານ ອຸທິດ ທີບມະນີ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍທ່ານຜູ້ອໍານວຍການໂຮງຮຽນນານາຊາດວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດນີ້ ທ່ານ ອຸທິດ ທີບມະນີ ໄດ້ກ່າວສະແດງຄວາມຂອບໃຈຕໍ່ກັບນັກຮຽນນານາຊາດວຽງຈັນ ທີ່ເປັນອາສາສະໝັກໃນການມາຮ່ວມສິດສອນພາສາອັງກິດ ຂັ້ນ ປ4 ໃຫ້ກັບຫຼັກສູດໃໝ່ ຂັ້ນ ປ4 ເຊິ່ງຄູສອນຊັ້ນປະຖົມຈະໄດ້ນໍາໃຊ້ສື່ອຸປະກອນຟາຍສຽງເຫຼົ່ານີ້ ເພື່ອກະກຽມບົດສອນ ແລະ ເປີດໃຫ້ນັກຮຽນໄດ້ຟັງໂດຍກົງໃນຫ້ອງຮຽນ ຂໍຂອບໃຈກັບການມີສ່ວນຮ່ວມຂອງທຸກຄົນ ນັກຮຽນລາວຈະໄດ້ຟັງພາສາອັງກິດຈາກເຈົ້າຂອງພາສາ ແລະ ໄດ້ທໍາຄວາມຄຸ້ນເຄີຍກັບສໍານຽງຫຼາຍຮູບແບບໃນພາສາອັງກິດ ຂອບໃຈທີ່ໃຫ້ ການສະໜັບສະໜູນການສຶກສາຂອງເດັກນ້ອຍລາວ.

    ພ້ອມນີ້ ທ່ານ ແດນ ເຮວເດິນກ່າວ ໄດ້ກ່າວວ່າ: ໃນນາມລັດຖະບານອົດສະຕຣາລີ ຂ້າພະເຈົ້າສະແດງຄວາມຂອບໃຈຕໍ່ການຮ່ວມມື ຂໍຂອບໃຈນັກຮຽນທີ່ອາສາສະໝັກໃຫ້ການສະໜັບສະໜູນການສຶກສາຂອງປະເທດທີ່ເຂົາເຈົ້າດໍາລົງຢູ່ ຂ້າພະເຈົ້າໄດ້ຍິນມາວ່າ ນ້ອງນັກຮຽນມີຄວາມກະຕືລືລົ້ນ ແລະ ມີຄວາມເປັນມືອາຊີບຫຼາຍ ແລະ ພວກເຂົາກໍຍັງມີຄວາມມ່ວນຊື່ນໃນການບັນທຶກສຽງໃນູັ້ງນີ້ນໍາອີກ.

# ບຸນມີ ສີວິໄລ

error: Content is protected !!