ໃຫ້ຄວາມຮູ້ໂທດຂອງຢາສູບ ແລະ ຜົນຮ້າຍຂອງຢາເສບຕິດ

    ໂດຍໄດ້ຮັບການອຸປະຖໍາຈາກທ່ານ ນາງ ນາລີ ສີສຸລິດ ບ້ານທ່າພະລານໄຊ ປະກອບສ່ວນອຸປະກອນການຮຽນ ອາຈານຄໍາຜົງ ປານີຈິດ ບ້ານວັດນາກ ປະກອບສ່ວນປື້ມ ແລະ ນາງ ໄພສານ ຈັນງາຄໍາ ພ້ອມຄອບຄົວສູນດາລາ ປະກອບສ່ວນສິ່ງຂອງ ວັນທີ 4 ພຶດສະພາ2022 ພະອາຈານ ບຸນຍາດ ຄໍາພູ ພະອະປັດຊາເຂດສີສັດຕະນາກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ລົງໄປທໍາກິດຈະກຳເລົ່າສິນທໍາຄວບຄຸມຢາເສບຕິດ ຢູ່ໂຮງຮຽນມັດທະຍົມແສງສະໄໝ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ມີນັກຮຽນເຂົ້າຮ່ວມ 270 ຄົນ.

    ການເຮັດກິດຈະກຳຄັ້ງນີ້ ຈຸດປະສົງເພື່ອປູກຈິດສໍານຶກໃຫ້ນັກຮຽນຮູ້ເຖິງໂທດຂອງຢາສູບ ຄວາມອັນຕະລາຍຂອງຢາເສບຕິດມີ ມີຢາບ້າ ກັນຊາ ເຮໂລອິນ ຢາໄອສ໌ ຢາອີ ເຫຼົ່ານີ້ ເປັນຕົ້ນ ແນໃສ່ການພັດທະນານັກຮຽນໃຫ້ປອດຈາກສິ່ງເສບຕິດ ແລະ ກາຍເປັນຊັບພະຍາກອນມະນຸດທີ່ດີຂອງຊາດ.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!