ນາຍົກ ມອບໃຫ້ ສສກ ຮຽບຮຽງປຶ້ມວັດຈະນານຸກົມພາສາລາວສະບັບມາດຕະຖານ ໃຫ້ສໍາເລັດໃນປີ 2025

————————————–

    ວັນທີ 3 ພຶດສະພາ 2022 ຜ່ານມາ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມຄະນະກໍາມະການຄົ້ນຄວ້າພາສາລາວ ໂດຍການເຂົ້າຮ່ວມຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ທ່ານ ສຈ.ປອ ບໍ່ແສງຄໍາ ວົງດາລາ ອະດີດລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ປະທານທີ່ປຶກສາ ທ່ານ ປອ ອ່ອນແກ້ວ ນວນນະວົງ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະກໍາມະການຄົ້ນຄວ້າພາສາລາວ.

    ໃນການໂອ້ລົມຄັ້ງນີ້ ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງພາສາລາວ ແລະ ຄວາມຈໍາເປັນໃນການຄົ້ນຄວ້າປັບປຸງຫຼັກການໃນການນໍາໃຊ້ພາສາລາວ. ຂະນະດຽວກັນນີ້ ທ່ານໄດ້ຊີ້ນໍາ ມອບໝາຍໃຫ້ຄະນະກໍາມະການຄົ້ນຄວ້າພາສາລາວ ກະຊວງສຶກສາທິການ ແລະ ກິລາ ຮີບຮ້ອນປັບປຸງຄືນ ຫຼັກໄວຍາກອນລາວ ແລະ ຄົ້ນຄວ້າຮຽບຮຽງປຶ້ມວັດຈະນານຸກົມພາສາລາວ ສະບັບມາດຕະຖານ ເພື່ອໃຫ້ສາມາດຈັດພິມ ແລະ ນໍາໃຊ້ໃນໄລຍະ 3 ປີຕໍ່ໜ້ານີ້. ນອກຈາກນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ຊີ້ນໍາອີກວ່າ: ທິດທາງໃນການປັບປຸງ ແມ່ນອີງໃສ່ຫຼັກໄວຍາກອນ ແລະ ປຶ້ມວັດຈະນານຸກົມພາສາລາວທີ່ມີມາແລ້ວເປັນພື້ນຖານ ແລ້ວພັດທະນາຕໍ່ຍອດໃຫ້ຮັບປະກັນຄວາມເປັນເອກະລັກ ຄວາມອຸດົມສົມບູນຂອງພາສາລາວ ແລະ ນໍາໃຊ້ເຂົ້າກັບຍຸກສະໄໝ ພ້ອມທັງສົ່ງເສີມໃຫ້ມີການນໍາໃຊ້ພາສາລາວຢ່າງຖືກຕ້ອງ ແລະ ເປັນເອກະພາບກັນ.

# ຂ່າວ – ພາບ :  ໄຊບັນດິດ

error: Content is protected !!