ກຸ່ມຜະລິດກະສິກຳ 5 ບ້ານ ໄດ້ຮັບລົດໄຖນາໃຫຍ່ນໍາໃຊ້ເຂົ້າໃນການຜະລິດ

    ເມື່ອບໍ່ດົນມານີ້ ປົກຄອງເມືອງປາກລາຍ ກໍຄືພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ ໄດ້ມອບລົດໄຖນາໃຫຍ່ຈໍານວນ 11 ຄັນ ຮອບທີ 1 ໃຫ້ກຸ່ມການຜະລິດບ້ານປ່າໄລ ບ້ານບວມເລົາ-ຜາແກ້ວ ບ້ານຂອນແກ່ນ ບ້ານແສນພົນ ແລະ ບ້ານລາດສະຫວ່າງ ລວມມູນຄ່າ 2 ຕື້ກວ່າກີບ ພາຍໃຕ້ການສະໜັບສະໜູນໂຄງການຜະລິດກະສິກໍາເປັນສິນຄ້າຢູ່ ສປປ ລາວ ຕາງໜ້າມອບໂດຍທ່ານ ກອງສີ ວົງສີ ເຈົ້າເມືອງປາກລາຍ ແລະ ຮັບໂດຍຫົວໜ້າກຸ່ມຜະລິດກະສິກໍາໃນ 5 ບ້ານດັ່ງກ່າວ.

    ລົດໄຖນາທີ່ໄດ້ຮັບໃນຄັ້ງນີ້ ທາງໂຄງການຜະລິດກະສິກໍາເປັນສິນຄ້າຢູ່ ສປປ ລາວ ໄດ້ສົມທົບທຶນ 80% ແລະ 20% ແມ່ນມອບໃຫ້ກຸ່ມການຜະລິດກະສິກໍາເປັນຜູ້ຮັບຜິດຊອບເພື່ອຮັບໃຊ້ເຂົ້າໃນການຜະລິດກະສິກໍາໃຫ້ມີຄວາມສະດວກສະບາຍ ທັງຮັບປະກັນທາງດ້ານຜົນຜະລິດເພີ່ມຂຶ້ນ ແລະ ຫັນການຜະລິດກະສິກໍາໄປສູ່ທັນສະໄໝເທຶ່ອລະກ້າວ.

    ສໍາລັບຢູ່ເມືອງປາກລາຍ ພືດທີ່ເປັນຈຸດສຸມໃນການສົ່ງເສີມການຜະລິດ ແມ່ນປູກສາລີເປັນສິນຄ້າ ຕິດພັນກັບການປູກພືດຕະກຸນຖົ່ວ ໂດຍໄດ້ກໍານົດກຸ່ມການຜະລິດ 31 ກຸ່ມ ມີ 10 ບ້ານເປົ້າໝາຍ ເນື້ອທີ່ 3.942 ເຮັກຕາ ມີ 1.504 ຄອບຄົວ ໄດ້ຂຶ້ນແຜນຄວາມຕ້ອງການລົດໄຖນາໃຫຍ່ 31 ຄັນ ແລະ ໄດ້ຮັບຮອບ 1 ຈໍານວນ 11 ຄັນໃຫ້ກຸ່ມການຜະລິດ 5 ບ້ານດັ່ງກ່າວ.

.

# ເພັດສະໝອນ

error: Content is protected !!