ທະຫານ ນວ ຍົກລະດັບວຽກງານພັກ-ການເມືອງໃຫ້ພະນັກງານ ນັກຮົບ

ທະຫານ ນວ ຍົກລະດັບວຽກງານພັກ-ການເມືອງໃຫ້ພະນັກງານ ນັກຮົບ

    ກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ເປີດອົບຮົມວຽກງານພັກ-ວຽກງານການເມືອງ ປະຈໍາປີ 2022 ໃຫ້ສະມາຊິກພັກ ພະນັກງານ ນັກຮົບ ກອງບັນຊາການທະຫານ ນວ ຂຶ້ນວັນທີ 4 ພຶດສະພາ 2022 ຢູ່ສະໂມສອນກອງບັນຊາການດັ່ງກ່າວ ໂດຍເປັນປະທານຂອງສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານ ນວ ມີຄະນະພັກ ຄະນະກອງບັນຊາການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ການຈັດຕັ້ງຊຸດອົບຮົມຄັ້ງນີ້ ຈະດໍາເນີນເປັນເວລາ 12 ວັນຈຶ່ງຈະສໍາເລັດ ເຊິ່ງລວມມີ 5 ເອກກະສານເຊັ່ນ: ອົບຮົມພື້ນຖານທິດສະດີມາກ-ເລນິນ ວຽກງານພັກ-ວຽກງານການເມືອງໃນກອງທັບປະຊາຊົນລາວວຽກງານພັກ-ວຽກງານການເມືອງໃນການກຽມພ້ອມສູ້ຮົບ ວຽກງານພັກ-ວຽກງານການເມືອງໃນການຄຸ້ມຄອງບົວລະບັດ ແລະ ນໍາໃຊ້ອາວຸດພາຫະນະເຕັກນິກການປະກອບຂອງກອງທັບ ວຽກງານການເມືອງໃນການເບີ່ງແຍງຊີວິດການເປັນຢູ່ ເຊິ່ງການເຝີກອົບຮົມຈະແບ່ງອອກເປັນ 3 ໄລຍະຄື: ໄລຍະທີ 1 ແມ່ນຈະໄດ້ອົບຮົມພື້ນຖານທິດສະດີມາກ-ເລນິນເຫຼັ້ມ 1 ສະບັບປັບປຸງປີ 2010 ພາກທີ I II IV V ອົບຮົມວຽກງານພັກ-ວຽກງານການເມືອງໃນກອງທັບປະຊາຊົນລາວ ວຽກງານພັກ-ວຽກງານການເມືອງໃນການກຽມພ້ອມສູ້ຮົບ ວຽກງານພັກ-ໄລຍະທີ 2 ອົບຮົມຫົວໜ້າໝູ່-ໝວດໃນ 10 ບົດ ແລະ ໄລຍະທີ 3 ອົບຮົມທະຫານໃໝ່ທະຫານພັນທະມີ 6 ບົດ ຈັດຕັ້ງເຊື່ອມຊຶມມະຕິຕ່າງໆຂອງພັກ ກົດໝາຍຂອງລັດ ຂໍ້ກໍານົດກົດລະບຽບຂອງກອງທັບ ແລະ ຈັດຕັ້ງປາຖະກະຖາວັນສໍາຄັນຕ່າງໆຂອງຊາດຂອງພັກ.

    ຈຸດປະສົງເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານການເມືອງແຕ່ລະຂັ້ນ ໃຫ້ຮັບຮູ້ ແລະ ກໍາແໜ້ນທາງດ້ານເນື້ອໃນວຽກງານການເມືອງແນວຄິດ ກໍາແໜ້ນແຜນນະໂຍບາຍຂອງພັກລະບຽບກົດໝາຍຂອງລັດ ແລະ ເຮັດສໍາເລັດໜ້າທີ່ການເມືອງຂອງຕົນ ເປັນການສຶກສາອົບຮົມໃຫ້ພະນັກງານສະມາຊິກພັກ-ນັກຮົບໃຫ້ມີຄຸນທາດການເມືອງໜັກແໜ້ນ ມີຄວາມຈົງຮັກພັກດີ ບໍລິສຸດຕໍ່ພັກຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ ພ້ອມກັນຖອດຖອນບົດຮຽນດ້ານທິດສະດີຫຼັກການ ແລະ ພຶດຕິກໍາຕົວຈິງ ໃນການຊີ້ນໍາ-ນໍາພາກົມກອງໃຫ້ສອດຄ່ອງເໝາະສົມກັບສະພາບຕົວຈິງ ພ້ອມທັງເປັນການປັບປຸງກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ເຂັ້ມແຂງ ມີຄວາມຮັບຜິດຊອບ ມີລະບຽບວິໄນເຂັ້ມງວດ ປຸກລະດົມຊຸກຍູ້ຂະບວນການສ້າງຜົນງານຄໍານັບຮັບຕ້ອນວັນສຳຄັນຂອງພັກ-ຂອງຊາດ ແລະ ຂອງກອງທັບໃຫ້ເປັນຂະບວນຟົດຟື້ນ.

# ຂ່າວ – ພາບ : ລັດເວລາ

error: Content is protected !!