ສຳຫຼວດ ອອກແບບ ແລະ ກໍ່ສ້າງໂຄງການທາງດ່ວນ ແຕ່ເທສະບານເມືອງຫົວເມືອງ ຫາຊາຍແດນລາວ-ຫວຽດນາມ.

    ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ໃນການສຳຫຼວດ ອອກແບບ ແລະ ກໍ່ ສ້າງໂຄງການທາງດ່ວນ ແລວທາງຕັດໃໝ່ ແຕ່ເທສະບານເມືອງຫົວເມືອງ ແຂວງຫົວພັນ ຫາຊາຍແດນລາວ-ຫວຽດນາມ (ດ່ານສາກົນນ້ຳໂສ້ຍ) ໃນຮູບແບບ BOT ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ບໍລິສັດ ດາວຈະເລີນ ກໍ່ສ້າງສ້ອມແປງຂົວ-ທາງ ແລະ ການຄ້າ ຈຳກັດຜູ້ດຽວ ແລະ ບໍລິສັດ ທີ ເຮັດບີ ກຣຸບ ຈຳກັດຜູ້ດຽວ ຈັດຂຶ້ນວັນທີ 3 ພຶດສະພາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ). ຮ່ວມລົງນາມໃນເອກະສານສຳຄັນຄັ້ງນີ້ ມີຂຶ້ນລະຫວ່າງທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງ ຜທ ແລະ ທ່ານ ສຸລິສັກ ພັນທະນິດ ປະທານບໍລິສັດ ດາວຈະເລີນ ກໍ່ສ້າງສ້ອມແປງຂົວ-ທາງ ແລະ ການຄ້າ ຈຳກັດຜູ້ດຽວ ແລະ ຮ່ວມເຊັນເປັນພະຍານ ມີທ່ານ ຄອນທອງ ມະນີວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຫົວພັນ ທ່ານ ໄຕຣລັກ ວິສີສົມບັດ ປະທານບໍລິສັດ ທີເຮັດບີ ກຣຸບ ຈຳກັດຜູ້ດຽວ ທ່ານ ນາງ ອຸລາວັນ ແກ້ວພັນທະວົງ ອຳນວຍການບໍລິສັດ ທີເຮັດບີ ກຣຸບ ຈຳກັດຜູ້ດຽວ ມີທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງຫົວພັນ ເຂົ້າຮ່ວມເປັນສັກຂີພິຍານ.

    ທ່ານ ໄຕຣລັກ ວິສີສົມບັດ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງດ່ວນແຕ່ເມືອງຫົວເມືອງໄປຫາຊາຍແດນ ຫວຽດນາມ (ຊາຍແດນນາແມວ) ແຂວງຫົວພັນ ການສຳຫຼວດໃນເບື້ອງຕົ້ນຂອງບໍລິສັດພວກເຮົານີ້ ແມ່ນ ການສຳຫຼວດເສັ້ນທາງຢູ່ໃນໄລຍະທີ 4 ຂອງໂຄງການກໍ່ສ້າງທາງດ່ວນ ເຊິ່ງໄລຍະທີ 1-3 ນັ້ນ ແມ່ນບໍລິສັດອື່ນໄດ້ເຊັນສັນຍາໄປກ່ອນໜ້ານີ້ແລ້ວ ສຳລັບໄລຍະທີ 4 ຂອງການກໍ່ສ້າງທາງດ່ວນ ມີຄວາມຍາວປະມານ 80 ກິໂລແມັດ ໃນດ້ານຄວາມລະອຽດນີ້ ທາງບໍລິສັດຂອງພວກເຮົາແມ່ນຈະໄດ້ລົງສຳຫຼວດພື້ນທີ່ຕື່ມອີກຄັ້ງໜຶ່ງ ເພາະຢູ່ໃນເສັ້ນທາງໄລຍະດັ່ງກ່າວນີ້ ເປັນເຂດພູເຂົາ ແລະ ກັນດານ ການລົງສຳຫຼວດພື້ນທີ່ເພື່ອ ເກັບກຳຂໍ້ມູນເຮັດບົດສິ່ງແວດລ້ອມແມ່ນຈະໃຊ້ເວລາ 15 ເດືອນ ແຕ່ພວກເຮົາຈະເລັ່ງສຳຫຼວດໃຫ້ສຳເລັດກ່ອນພາຍໃນ 12 ເດືອນ ຫຼື 1 ປີ ຈາກນັ້ນ ຈຶ່ງຈະກູ້ຢືມເງິນຈາກແຫຼ່ງທຶນທັງພາຍໃນ ແລະ ຕ່າງປະເທດ ແລະ ຄູ່ຮ່ວມສັນຍາຕ່າງປະເທດທີ່ໄດ້ລົງທຶນຮ່ວມກັນ ໂຄງການດັ່ງກ່າວນີ້ ລັດຖະບານອະນຸນັດໝົດແລ້ວ ຄາດວ່າການກໍ່ສ້າງທາງດ່ວນໃນໄລຍະນີ້ ແມ່ນຈະສຳເລັດກໍ່ສ້າງປະມານ 3-4 ປີ ການສຳຫຼວດ ອອກແບບ ແລະ ກໍ່ສ້າງໂຄງການທາງດ່ວນ ແລວທາງຕັດໃໝ່ ແຕ່ເທສະບານເມືອງຫົວເມືອງ ແຂວງຫົວພັນ ຫາຊາຍແດນລາວ-ຫວຽດນາມ (ດ່ານສາກົນນ້ຳໂສ້ຍ) ເປັນການລົງທຶນລະຫວ່າງບໍລິສັດ ດາວຈະເລີນ ກໍ່ສ້າງສ້ອມແປງຂົວ-ທາງ ແລະ ການຄ້າ ຈຳກັດຜູ້ດຽວ ແລະ ບໍລິສັດ ທີເຮັດບີ ກຣຸບ ຈຳກັດ ຜູ້ດຽວ.

    ທ່ານ ໄຕຣລັກ ວິສີສົມບັດ  ກ່າວຕື່ມວ່າ:  ເມື່ອໂຄງການກໍ່ສ້າງເສັ້ນທາງດ່ວນສຳເລັດການກໍ່ສ້າງທັງໝົດ 4 ໄລຍະ ຈະມີຜົນປະໂຫຍດຫຼາຍດ້ານ ເປັນຕົ້ນ ດ້ານຄົມມະນາຄົມ ການຂົນສົ່ງສິນຄ້າປະພດຕ່າງໆຕາມຊາຍແດນ ການພັດທະນາດ້ານເສດຖະກິດ-ສັງຄົມ ແລະ ອື່ນໆ.

.

# ຂ່າວ – ພາບ : ຊິລິການດາ

error: Content is protected !!