SpaceX ປ່ອຍດາວທຽມ 60 ໜ່ວຍ ເພື່ອຂະຫຍາຍເຄືອຂ່າຍອິນເຕີເນັດ

ບໍ­ລິ­ສັດ SpaceX (ສະ​ເປ​ຊ​ເອັກຊ໌) ຂອງ​ມະ­ຫາ​ເສດ­ຖີ ອີ​ລອນ ມັສ ປ່ອຍ​ດາວ​ທຽມ​ຊຸດ​ຫຼ້າ​ສຸດ ເຂົ້າ​ສູ່​ອະ­ວະ­ກາດ ຕາມ​ແຜນ​ງານ​ທຸ­ລະ​ກິດ​ອິນ​ເຕີ​ເນັດ​ບຣອດ​ແບນ ທີ່​ຫວັງ​ສົ່ງ​ດາວ​ທຽມ​ອີກ​ຫຼວງ­ຫຼາຍ​ຂຶ້ນ​ໂຄ­ຈອນ​ອ້ອມ​ໂລກ​ພາຍ​ໃນ 1 ປີ.

ຍານ​ອະ­ວະ­ກາດ SpaceX Falcon 9 ຂອງ​ບໍ­ລິ­ສັດ​ເຕັກ​ໂນ​ໂລ​ຊີ​ແຫ່ງ​ນີ້ ຖືກ​ປ່ອຍ​ຕົວ​ຂຶ້ນ​ສູ່​ອະ­ວະ­ກາດ​ຈາກ​ສະ­ຖາ­ນີ​ຂອງ​ກອງ­ທັບ​ອາ­ກາດ ທີ່​ແຫຼມ​ຄາ​ແນ​ເວີ​ຣັລ (Cape Canaveral) ລັດ​ຟຼໍ​ຣິ​ດາ ໂດຍ​ມີ​ພາ­ລະ­ກິດ​ຫຼັກ​ຄື​ການ​ສົ່ງ​ດາວ​ທຽມ​ຊຸດ​ທີ 4 ຈຳ­ນວນ​ປະ­ມານ 60 ດວງ​ຂຶ້ນ​ສູ່​ວົງ​ໂຄ­ຈອນ.

ດາວ​ທຽມ​ຊຸດ​ຫຼ້າ​ສຸດ​ຂອງ SpaceX ທີ່​ເດີນ­ທາງ​ຂຶ້ນ​ສູ່​ອະ­ວະ­ກາດ​ນີ້ ຈະ​ເຂົ້າ​ໄປ​ເປັນ​ສ່ວນ​ໜຶ່ງ​ຂອງ​ເຄືອ​ຂ່າຍ​ດາວ​ທຽມ​ຂອງ​ບໍ­ລິ­ສັດ​ຈຳ­ນວນ​ກວ່າ 170 ດວງ ທີ່​ໂຄ­ຈອນ​ຢູ່​ອ້ອມ​ໂລກ​ແລ້ວ​ໃນ​ຂະ­ນະ​ນີ້ ໂດຍ​ບໍ­ລິ­ສັດ​ມີ​ແຜນ​ຈະ​ສົ່ງ​ດາວ​ທຽມ​ຂຶ້ນ​ອະ­ວະ­ກາດ​ອີກ​ຢ່າງ​ໜ້ອຍ 22 ຄັ້ງ ຕະ­ຫຼອດ​ປີ 2020 ເພື່ອ​ຊ່ວຍ​ເສີມ​ສ້າງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ບຣອດ​ແບນ​ຂອງ​ຕົນ ຊຶ່ງ​ຕັ້ງ​ຊື່​ໄວ້​ວ່າ Starlink (ສະ​ຕາຣ໌ລິງ) ຜ່ານ​ດາວ​ທຽມ​ບໍ່​ໜ້ອຍ​ກວ່າ 1.500 ດວງ ຕາມ​ແຜນ​ງານ​ທຸ­ລະ​ກິດ​ທີ່​ວາງ​ໄວ້.

ປັດ­ຈຸ­ບັນ SpaceX ມີ​ໃບ​ອະ­ນຸ­ຍາດ​ເພື່ອ​ປ່ອຍ​ດາວ​ທຽມ​ກວ່າ 10.000 ດວງ​ຢູ່​ໃນ​ມື ແລະ ມີ​ແຜນ​ຈະ​ຂໍ​ໃບ​ອະ­ນຸ­ຍາດ​ເພີ່ມ​ເຕີມ ເພື່ອ​ໃຫ້​ສາ­ມາດ​ປ່ອຍ​ເພີ່ມ​ອີກ 30.000 ດວງ ໂດຍ​ມີ​ຈຸດ­ປະ­ສົງ​ທີ່​ຈະ​ໃຊ້​ດາວ​ທຽມ​ທັງ​ໝົດ ໃນ​ການ​ໃຫ້​ບໍ­ລິ­ການ​ອິນ​ເຕີ​ເນັດ​ລາ­ຄາ​ຖືກ ໃຫ້​ກັບ​ຜູ້​ໃຊ້​ງານ​ໃນ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ແລະ ກາ​ນາ​ດາ ພາຍ​ໃນ​ປີ 2020 ກ່ອນ​ຈະ​ຂະ­ຫຍາຍ​ບໍ­ລິ­ການ​ອິນ​ເຕີ​ເນັດ​ຄວາມ​ໄວ​ສູງ​ລາ­ຄາ​ຖືກ​ນີ້​ໄປ​ຍັງ​ທົ່ວ​ໂລກ ອັນ​ລວມ​ເຖິງ​ພື້ນ​ທີ່​ຫ່າງ​ໄກ​ທີ່​ບໍ່​ມີ​ອິນ​ເຕີ​ເນັດ​ໃຊ້.

ທ່ານ ອີ​ລອນ ມັສ ຜູ້​ບໍ­ລິ­ຫານ SpaceX ປະ​ເມີນ​ວ່າ ຫາກ​ແຜນ​ງານ​ນີ້​ສຳ­ເລັດ ລາຍ​ໄດ້​ຂອງ​ບໍ­ລິ­ສັດ​ຈະ​ເພີ່ມ​ຂຶ້ນ​ປີ​ລະ​ຫຼາຍ​ຕື້​ໂດ​ລາ ຂະ­ນະ​ທີ່​ຫຼາຍ​ຝ່າຍ​ຕັ້ງ​ຂໍ້​ສົງ­ໄສ​ກ່ຽວ​ກັບ​ໂອ­ກາດ​ຄວາມ​ສຳ­ເລັດ ແລະ ຄວາມ​ສ່ຽງ​ຂອງ​ແຜນ​ທຸ­ລະ​ກິດ​ນີ້ ຊຶ່ງ​ມີ​ທັງ​ຕົ້ນ​ທຶນ​ການ​ສ້າງ ແລະ ການ​ປ່ອຍ​ດາວ​ທຽມ​ທີ່​ຄາດ​ວ່າ​ຈະ​ສູງ​ເຖິງ​ປະ­ມານ 10 ຕື້​ໂດ​ລາ ແລະ ການ​ສ້າງ​ສະ­ຖາ­ນີ​ວຽກ ຫຼື Terminal ທີ່​ມີ​ຄວາມ​ຊັບ­ຊ້ອນ​ແຕ່​ລາ­ຄາ​ບໍ່​ສູງ​ໃຫ້​ກັບ​ຜູ້​ໃຊ້​ງານ.

ຍິ່ງ​ໄປ​ກວ່າ​ນັ້ນ ນັກ​ດາ­ລາ­ສາດ​ຍັງ​ກັງ­ວົນ​ວ່າ ລະ­ດັບ​ຄວາມ​ສູງ​ຂອງ​ວົງ​ໂຄ­ຈອນ​ຂອງ​ດາວ​ທຽມ​ຂອງ SpaceX ອາດ​ບົດ​ບັງ​ການ​ເບິ່ງ​ກຸ່ມ​ດາວ​ໃນ​ໄລ­ຍະ​ເວ­ລາ​ກາງ­ຄືນ ຊຶ່ງ​ທາງ​ບໍ­ລິ­ສັດ​ກຳ­ລັງ​ເລັ່ງ​ຫາ­ລື​ກັບ​ທຸກ​ຝ່າຍ​ທີ່​ກ່ຽວ­ຂ້ອງ​ກັບ​ປະ­ເດັນ​ນີ້​ຢູ່.

ນອກ­ຈາກ SpaceX ແລ້ວ ບໍ­ລິ­ສັດ​ຄູ່​ແຂ່ງ ແລະ ທຸ­ລະ​ກິດ Start-up ອີກ​ຫຼາຍ​ແຫ່ງ ກໍ​ມີ​ແຜນ­ທີ່​ຈະ​ປ່ອຍ​ດາວ​ທຽມ ຊຶ່ງ​ລວມ​ກັນ​ແລ້ວ​ບໍ່​ໜ້ອຍ​ກວ່າ​ຫຼາຍ​ສິບ​ພັນ​ດວງ​ເຂົ້າ​ສູ່​ວົງ​ໂຄ­ຈອນ​ອ້ອມ​ໂລກ ພາຍ​ໃນ​ໄລ­ຍະ​ທົດ​ສະ​ວັດ​ໜ້າ ເຮັດ​ໃຫ້​ເກີດ​ຄຳ​ຖາມ​ກ່ຽວ​ກັບ​ຄວາມ​ສ່ຽງ​ທີ່​ດາວ​ທຽມ​ເຫຼົ່າ​ນີ້ ຈະ​ໂຄ­ຈອນ​ມາ​ປະ​ທະ​ກັນ​ເອງ ແລະ ຂໍ້​ສົງ­ໄສ​ວ່າ ໜ່ວຍ​ງານ​ຄຸ້ມ​ຄອງ​ຈະ​ສາ­ມາດ​ຄວບ​ຄຸມ​ແຜນ​ພັດ­ທະ­ນາ​ທຸ­ລະ​ກິດ​ເຫຼົ່າ​ນີ້​ໄດ້​ແນວ­ໃດ.

error: Content is protected !!