ປະທານສະພາ ເນັ້ນໃຫ້ອັດຕະປື ເອົາໃຈໃສ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ

    ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຄະນະພັກແຂວງ ຄະນະປະຈໍາສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງອັດຕະປື ໃນວັນທີ 3 ພຶດສະພາ 2022 ຜ່ານມາ  ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ເນັ້ນໃຫ້ແຂວງອັດຕະປືເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ເປັນຕົ້ນ ໃຫ້ຄະນະພັກ ສະພາປະຊາຊົນ ແລະ  ອົງການປົກຄອງແຂວງ ເພີ່ມທະວີຄວາມເອົາໃຈໃສ່ປົກປັກຮັກສາທ້ອງຖິ່ນຂອງຕົນ ດ້ວຍການຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຢ່າງທົ່ວເຖິງ ແລະ ເລິກເຊິ່ງ ສ້າງ ແລະ ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງ ໜັກແໜ້ນ ສະກັດກັ້ນອາຊະຍາກໍາຕ່າງໆຢ່າງທັນການ ເດັດຂາດ ແລະ ເຂັ້ມງວດ ເອົາໃຈໃສ່ການຄຸ້ມຄອງສໍາມະໂນຄົວ ການຄຸ້ມຄອງຄົນຕ່າງປະເທດໃຫ້ເຂັ້ມງວດຕາມກົດໝາຍ.

    ພ້ອມນີ້ ຕ້ອງໄດ້ເພີ່ມທະວີການນໍາພາ ຊີ້ນໍາຂະແໜງການທີ່ກ່ຽວຂ້ອງຂອງແຂວງ ຄົ້ນຄວ້າຄວາມອາດສາມາດ ທ່າແຮງບົ່ມຊ້ອນຂອງແຂວງຕົນ ເພື່ອສຸມທຶນຮອນ ເຕັກນິກວິຊາການເຂົ້າໃສ່ການຜະລິດເປັນສິນຄ້າຂອງປະຊາຊົນ ເປັນຕົ້ນ ການປູກໄມ້ໃຫ້ໝາກ ການປູກໄມ້ອຸດສາຫະກໍາ ການປູກຜັກປອດສານພິດ ການປູກຫຍ້າເພື່ອລ້ຽງສັດ ການລ້ຽງສັດໃຫຍ່ເປັນສິນຄ້າ ທັງເປັນການສ້າງວຽກເຮັດງານທໍາ ສ້າງອາຊີບທີ່ໝັ້ນຄົງ ເຮັດໃຫ້ພໍ່ແມ່ປະຊາຊົນມີລາຍຮັບ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ ຫັນການຜະລິດກະສິກໍາແບບກະແຈກກະຈາຍ ໄປສູ່ກຸ່ມການຜະລິດ ຫຼື ການຜະລິດແບບສະຫະກອນແບບໃໝ່ ເພື່ອຂະຫຍາຍຖານການຜະລິດໃຫ້ກວ້າງໃຫຍ່ ແລະ ມີຜົນຜະລິດຈໍານວນຫຼາຍສະໜອງໃຫ້ຕະຫລາດພາຍໃນ ແລະ ຕ່າງປະເທດ ການພັດທະນາຊັບພະຍາກອນມະນຸດ ເປັນວຽກງານທີ່ມີຄວາມສໍາຄັນ  ແລະ ເປັນກຸນແຈໃຫ້ແກ່ການພັດທະນາຂະແໜງການອື່ນ ຖ້າແຂວງເຮົາມີບຸຄະລາກອນທີ່ມີຄວາມຮູ້ຄວາມສາມາດ ກໍຈະເຮັດໃຫ້ການສ້າງສາພັດທະນາເສດຖະກິດ-ສັງຄົມ ມີປະສິດທິຜົນສູງ ໃຫ້ຄະນະພັກແຂວງເພີ່ມທະວີຄວາມເອົາໃຈໃສ່ນໍາພາຊີ້ນໍາ ເຮັດໃຫ້ສະພາປະຊາຊົນແຂວງອັດຕະປືສາມາດປະຕິບັດສິດ ແລະ ໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍໄດ້ຢ່າງຄົບຖ້ວນ ນໍາພາຊີ້ນໍາອົງການປົກຄອງແຂວງ ບັນດາພະແນກການ ໃນການປະສານສົມທົບວຽກງານກັບສະພາປະຊາຊົນແຂວງ ໂດຍສະເພາະ ການກະກຽມເນື້ອໃນກອງປະຊຸມສະໄໝສາມັນຂອງສະພາປະຊາຊົນແຂວງ ເພື່ອພິຈາລະນາຮັບຮອງເອົາບັນຫາສໍາຄັນຂອງແຂວງ ການພິຈາລະນາຮັບຮອງນິຕິກໍາທີ່ສໍາຄັນຂອງແຂວງ ລວມທັງການເຄື່ອນໄຫວຕິດຕາມກວດກາຂອງສະພາປະຊາຊົນແຂວງອັດຕະປື ໃຫ້ສາມາດປະຕິບັດໄດ້ຕາມກົດໝາຍ ເຊິ່ງຈະເປັນຂໍ້ມູນໃຫ້ຄະນະພັກແຂວງ ໃນການປັບປຸງແກ້ໄຂບັນຫາຕ່າງໆໄດ້ຢ່າງຖືກຕ້ອງ ເອົາໃຈໃສ່ຊີ້ນໍາຂະແໜງການທີ່່ກ່ຽວຂ້ອງຂອງແຂວງອໍານວຍຄວາມສະດວກ  ເພື່ອເຮັດໃຫ້ກົງຈັກການຈັດຕັ້ງ ແລະ ບຸຄະລາກອນຂອງສະພາປະຊາຊົນແຂວງອັດຕະປືເປັນລະບົບຄົບຊຸດ ແລະ ຮັບປະກັນການປະຕິບັດໜ້າທີ່ວຽກງານ.

     ທ່ານປະທານສະພາແຫ່ງຊາດ ໄດ້ກ່າວວ່າ: ການປະສານສົມທົບວຽກງານລະຫວ່າງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ກັບສະພາປະຊາຊົນແຂວງ ມີຄວາມສໍາຄັນຕໍ່ປະສິດທິພາບການປະຕິບັດໜ້າທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າຢູ່ແຂວງຂອງຕົນ ສະນັ້ນ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ຈະຕ້ອງເຮັດໜ້າທີ່ໃນການເກັບກໍາ ສັງລວມເອົາບັນຫາຕ່າງໆ ກ່ຽວກັບການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມຂອງທ້ອງຖິ່ນ ນໍາໄປສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ເພື່ອພິຈາລະນາ ຊອກຫາວິທີການແກ້ໄຂ ພາຍຫຼັງກອງປະຊຸມສະພາແຫ່ງຊາດ ຕົກລົງເປັນມະຕິກອງປະຊຸມສະພາແຫ່ງຊາດແລ້ວ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ກໍນໍາເອົາການຕົກລົງຂອງສະພາແຫ່ງຊາດມາສົມທົບກັບສະພາປະຊາຊົນແຂວງ ອົງການປົກຄອງແຂວງ ຈັດຕັ້ງປະຕິບັດ ລວມທັງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດ ສະນັ້ນ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ສະພາປະຊາຊົນແຂວງ ອົງການປົກຄອງແຂວງ ຈະຕ້ອງໄດ້ປະຊຸມ ເພື່ອປຶກສາຫາລືວຽກງານຮ່ວມກັນຢ່າງເປັນປົກກະຕິ ແລະ ສອດຄ່ອງກັນການເຄື່ອນໄຫວວຽກງານຕົວຈິງ.

(ຂໍ້ມູນ: ຂ່າວສະພາແຫ່ງຊາດ )

error: Content is protected !!