ກອງພັນ 512 ປິດຊຸດອົບຮົມຫັດແອບທະຫານໃໝ່

     ພິທີປິດບັ້ນເຝີກອົບຮົມຫັດແອບທະຫານໃໝ່ ປະຈຳປີ 2021 ຂອງກອງພັນ 512 ທີ່ຂຶ້ນກັບກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນວັນທີ 3 ພຶດສະພາ 2022 ຢູ່ກອງພັນດັ່ງກ່າວ ໂດຍເປັນປະທານຂອງທ່ານ ພັນເອກ ບຸນວານ ພົມມະວົງ ຫົວໜ້າການທະຫານ ກອງບັນຊາການທະຫານ ນວ  ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍອ້າຍນ້ອງທະຫານໃໝ່  74 ສະຫາຍເຂົ້າຮ່ວມ.

     ທ່ານ ພັນຕີ ບຸນເພັງ ອຸ່ນຄຳ ຫົວໜ້າການທະຫານ ກອງພັນ 512 ​ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບຕີ​ລາຄາ​ຜົນ​ການ​ອົບຮົມ​ທະຫານໃໝ່ ​​ເຊິ່ງຜ່ານ​ການຈັດ​ຕັ້ງ​ອົບຮົມ​ໃນ​ໄລຍະ 90 ວັນຜ່ານ​ມາ ເຫັນ​ວ່າ ຄະນະ​ພັກ-ຄະນະ​ບັນຊາທຸກຂັ້ນ ຕະຫຼອດຮອດ​ພະນັກງານຄູ​ອາຈານ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ ໄດ້ມີ​ຄວາມ​ເປັນ​ເອກະ​ພາບ​ເອົາ​ໃຈ​ໃສ່ດ້ວຍຄວາມ​ຮັບຜິດຊອບ​ສູງ​ ຕໍ່ການຄຸ້ມ​ຄອງບັນຊາ​ຢ່າງ​ໃກ້ຊິດຕິດ​ແທດ​ກັບບັນດາ​ນັກຮຽນທະຫານໃໝ່ໃນ​ຊຸດ​ນີ້ ​ເພື່ອ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ຕື່ນ​ຕົວ​ຕັ້ງໜ້າປະຕິບັດ​ຕາມ​ມະຕິ​ຄຳ​ສັ່ງ ຂໍ້​ກຳນົດ ກົດ​ລະບຽບຂອງ​ກອງທັບ ກໍຄື​ຂໍ້​ກຳນົດ​ຂອງກອງພັນ 512  ວາງ​ອອກ​ຢ່າງ​ເຂັ້ມ​ງວດ ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ຕື່ນ​ຕົວ ​ກະຕືລື​ລົ້ນ ​​ເອົາ​ໃຈ​ໃສ່ໃນ​ການ​ຄົ້ນ​ຄວ້າ​ຮ່ຳຮຽນ​  ​ແລະ ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ ສາມາດ​ກຳ​ໄດ້​ທິດ​ສະ​ດີ-ຫຼັກການ ແລະ ພາກປະຕິບັດຕົວຈິງເປັນ​ຢ່າງ​ດີ ຈາກ​ການຈັດ​ຕັ້ງ​ປະຕິບັດ​ດັ່ງກ່າວ ສາມາດຕີລາຄາຜົນໄດ້ຮັບຂອງການຝຶກອົບຮົມ-ຫັດແອບທະຫານໃໝ່ຄື: ຂັ້ນເກັ່ງຂອງວິຊາການເມືອງ 24 ສະຫາຍ ເທົ່າກັບ 34,43% ວິຊາລະບຽບ-ກິລາກາຍະກຳ 18 ສະຫາຍ ເທົ່າກັບ 24,32% ວິຊາສິນລະປະຍຸດ 31 ສະຫາຍ ເທົ່າກັບ 41,89% ວິຊາຍຸດທະວິທີ 27 ສະຫາຍ ເທົ່າກັບ 36,48% ວິຊາພະລາທິການ-ເຕັກນິກ 25 ສະຫາຍ ເທົ່າກັບ 33,78% ຍິງລູກປືນແທ້ວິຊາສິນລະປະຍຸດ 29 ສະຫາຍ ເທົ່າກັບ 39,18% ຂັ້ນດີຂອງວິຊາການເມືອງ 30 ສະຫາຍ ເທົ່າກັບ 40,54% ວິຊາລະບຽບ-ກິລາກາຍະກຳ 52 ສະຫາຍ ເທົ່າກັບ 70,27% ວິຊາສິນລະປະຍຸດ 30 ສະຫາຍ ເທົ່າກັບ 40,54% ວິຊາຍຸດທະວິທີ 44 ສະຫາຍ ເທົ່າກັບ 59,45% ວິຊາພະລາທິການ-ເຕັກນິກ 42 ສະຫາຍ ເທົ່າກັບ 56,75% ຍິງລູກປືນແທ້ ວິຊາສິນລະປະຍຸດ 24 ສະຫາຍ ເທົ່າກັບ 32,43 % ຂັ້ນຄາດໝາຍຂອງວິຊາການເມືອງ 20 ສະຫາຍ ເທົ່າກັບ 27,02% ວິຊາລະບຽບ-ກິລາກາຍຍະກຳ 04 ສະຫາຍ ເທົ່າກັບ 5,40% ວິຊາສິນລະປະຍຸດ 13 ສະຫາຍ ເທົ່າກັບ 17,56% ວິຊາຍຸດທະວິທີ 3 ສະຫາຍ ເທົ່າກັບ 4,05% ວິຊາພະລາທິການ-ເຕັກນິກ 7 ສະຫາຍ ເທົ່າກັບ 9,45% ຍິງລູກປືນແທ້ວິຊາສິນລະປະຍຸດ 21 ສະຫາຍ ເທົ່າກັບ 28,27%.

    ຈາກນັ້ນ ໃນພິທີ ພັນຕີ ໄດ້ມີການມອບໃບຢັ້ງຢືນການເຝີກອົບອົບໃຫ້ແກ່ທະຫານໃໝ່ ທີ່ຮຽນຈົບຫຼັກສູດ 3 ເດືອນຢ່າງສົມກຽດ.

# ຂ່າວ – ພາບ : ລັດເວລາ

)

​              

error: Content is protected !!