ກໍ່ເຫດປຸ້ນຊັບພົນລະເມືອງບໍ່ເຖິງ 8 ຊົ່ວໂມງ ກໍຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມກົດໝາຍ

ຮ່ວມ​ກັນ​ກໍ່​ເຫດ​ໃຊ້​ອາ­ວຸດ​ປືນ ປຸ້ນ​ຊັບ​ພົນ­ລະ­ເມືອງ ຢູ່​ບ້ານ​ໜອງ​ແຫ້ວ ເມືອງ​ຫາດ​ຊາຍ​ຟອງ ນະ­ຄອນ­ຫຼວງ​ວຽງ​ຈັນ ກວດ​ຊັບ​ສິນ​ຜູ້​ເສຍ​ຫາຍ​ໄປ​ຈຳ­ນວນ​ຫຼາຍ ແຕ່​ກໍ​ໜີ​ບໍ່​ລອດ ຖືກ​ເຈົ້າ​ໜ້າ­ທີ່ ປກສ ຈັບ​ຕົວ​ມາ​ດຳ­ເນີນ​ຄະ­ດີ​ໄດ້ 2 ຄົນ ແລະ ອີກ 1 ຄົນ​ຍັງ​ເອົາ​ຕົວ​ຫຼົບ­ໜ

ອີງ​ຕາມ​ຂໍ້​ມູນ​ຂອງ​ເຈົ້າ​ໜ້າ­ທີ່ ປກສ ນະ­ຄອນ­ຫຼວງ​ວຽງ​ຈັນ ທ່ານ ພັທ ສຸ​ລິ​ວັນ ລາດ​ສະ​ວົງ ຫົວ­ໜ້າ​ຫ້ອງ​ຕຳ­ຫຼວດ ປກສ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ຮູ້​ວ່າ: ໃນ​ເວ­ລາ 11:30 ໂມງ ຂອງ​ວັນ​ທີ 8 ພຶດ­ສະ­ພາ 2020 ເຈົ້າ​ໜ້າ­ທີ່ ປກສ ເມືອງ​ຫາດ​ຊາຍ​ຟອງ ໄດ້​ຮັບ​ແຈ້ງ​ຄວາມ​ຈາກ​ຜູ້​ຖືກ­ເສຍ​ຫາຍ​ສອງ​ຜົວ-ເມຍ ຊື່​ທ້າວ ຮຸ່ຍ ແລະ ນາງ ຄຳ​ແພງ ຢູ່​ບ້ານ​ໜອງ​ແຫ້ວ ເມືອງ​ຫາດ​ຊາຍ​ຟອງ ວ່າ: ມີ​ຄົນ​ຮ້າຍ 3 ຄົນ ເຂົ້າ​ມາ​ໃນ​ເຮືອນ ໃຊ້​ອາ­ວຸດ​ປືນ​ສັ້ນ​ບໍ່​ຮູ້​ຊະ­ນິດ​ຈີ້ ແລະ ມັດ​ມື ມັດ​ແຂນ​ພວກ​ກ່ຽວ​ທັງ​ສອງ​ໄວ້ ແລ້ວ​ເອົາ​ໄປ​ຂັງ​ໃນ​ຫ້ອງ​ນອນ ຈາກ​ນັ້ນ ຄົນ​ຮ້າຍ​ກໍ່​ໄດ້​ຄົ້ນ​ເອົາ​ຊັບ​ສິນ​ມີ­ຄ່າ​ພາຍ​ໃນ​ເຮືອນ​ໄປ ໃນ​ນັ້ນ ມີ​ແຫວນ​ຄຳ 2 ວົງ ສາຍ​ຄໍ​ຄຳ​ຂາວ​ໜັກ 1 ບາດ ໂມງ 1 ໜ່ວຍ ໂທລະ­ສັບ​ໄອ​ໂຟນ 2 ໜ່ວຍ ບັດ ATM ບັດ​ພະ­ນັກ­ງານ​ບຳ­ນານ ໃບ​ຂັບ​ຂີ່ ເງິນ­ສົດ​ຈຳ­ນວນ 3,4 ລ້ານ​ກີບ ແລະ ລົດ​ເກັງ​ໂຕ​ໂຍ ຕ້າ​ແຄມ​ລີ້ ແລ້ວ​ເອົາ​ຕົວ​ຫຼົບ­ໜີ.

ເມື່ອ​ຮູ້​ແນວ​ນັ້ນ ເຈົ້າ​ໜ້າ­ທີ່ ປກສ ເມືອງ​ຫາດ​ຊາຍ​ຟອງ ກໍ​ໄດ້​ແຕ່ງ­ຕັ້ງ​ໜ່ວຍ​ງານ​ວິ­ຊາ​ສະ­ເພາະ​ລົງ​ກວດ­ກາ​ເກັບ​ກຳ​ຂໍ້​ມູນ​ໃນ​ສະ­ຖານ­ທີ່​ເກີດ​ເຫດ ພ້ອມ​ທັງ​ສົມ­ທົບ​ກັບ​ກຳ­ລັງ​ວິ­ຊາ​ສະ­ເພາະ​ຫ້ອງ​ຕຳ­ຫຼວດ ປກສ ນວ ກອງ­ພັນ​ປ້ອງ​ກັນ​ເຄື່ອນ​ທີ່ ແລະ ບັນ­ດາ​ສະ­ຖາ­ນີ 1191 ປກສ ເມືອງ​ສີ​ສັດ­ຕະ​ນາກ ຕິດ­ຕາມ​ເປົ້າ​ໝາຍ ຈົນ​ຮອດ​ເວ­ລາ 19:00 ໂມງ​ຂອງ​ວັນ​ດຽວ​ກັນ ເຈົ້າ​ໜ້າ­ທີ່​ສາ­ມາດ​ຈັບ​ຕົວ​ຜູ້​ຖືກ​ຫາ​ໄດ້ 2 ຄົນ​ຄື: ທ້າວ ອາ​ນຸ​ສັກ (ກິ​ໂນ່) ອາ­ຍຸ 45 ປີ ອາ­ຊີບ​ກຳ­ມະ­ກອນ ບ້ານ​ສະ­ພານ​ທອງ​ເໜືອ ແລະ ທ້າວ ອາ​ນັນ​ຕະ​ໄຊ (ໂຈ​ອີ້) ອາ­ຍຸ 21 ປີ ອາ­ຊີບ​ນັກ​ສຶກ​ສາ ບ້ານ​ໂພນ​ສະ­ຫວັນ​ເໜືອ ທັງ​ສອງ​ຢູ່​ເມືອງ​ສີ​ສັດ­ຕະ​ນາກ ນະ­ຄອນ­ຫຼວງ​ວຽງ​ຈັນ.

ຜ່ານ​ການ​ສອບ​ສວນ ທ້າວ ອາ​ນຸ​ສັກ ແລະ ທ້າວ ອາ​ນັນ​ຕະ​ໄຊ ໄດ້​ສາ­ລະ­ພາບ​ຕໍ່​ເຈົ້າ​ໜ້າ­ທີ່​ວ່າ: ພວກ​ກ່ຽວ​ທັງ 2 ຄົນ​ໄດ້​ລົງ­ມື​ປຸ້ນ​ເອົາ​ຊັບ​ສິນ​ຂອງ​ທ້າວ ຮຸ່ຍ ແລະ ນາງ ຄຳ​ແພງ ແທ້ ແລະ ໄດ້​ເອົາ​ຊັບ​ສິນ​ທີ່​ປຸ້ນ​ມາ​ແບ່ງ​ກັນ ແລ້ວ​ກໍ​ເອົາ​ຕົວ​ຫຼົບ­ໜີ ປັດ­ຈຸ­ບັນ ເຈົ້າ​ໜ້າ­ທີ່ ປກສ ນວ ກຳ­ລັງ​ລວບ​ລວມ​ຂໍ້​ມູນ ແລະ ຕິດ­ຕາມ​ຜູ້​ຮ່ວມ​ຂະ​ບວນ​ການ​ອີກ 1 ຄົນ ເພື່ອ​ນຳ​ມາ​ລົງ­ໂທດ​ຕາມ​ກົດ­ໝາຍ.

error: Content is protected !!