ອາສາສະໝັກກາແດງເມືອງພູວົງ ສຳເລັດການຍົກລະດັບວຽກງານຄຸ້ມຄອງໄພພິບັດ

    ວັນທີ 29 ເມສາ 2022 ຜ່ານມາ ທີ່ຫ້ອງວ່າການປົກຄອງເມືອງພູວົງ ອົງການກາແດງແຂວງອັດຕະປື ໄດ້ສຳເລັດການຍົກລະດັບວຽກງານຄຸ້ມຄອງໄພພິບັດ ການປະເມີນຄວາມຕ້ານທານຕໍ່າ ຄວາມສາມາດ ແລະ ການສ້າງແຜນຫຼຸດຜ່ອນຄວາມສ່ຽງໄພພິບັດຊຸມຊົນ ໃຫ້ແກ່ອາສາສະໝັກກາແດງ 5 ບ້ານ ຢູ່ເມືອງພູວົງ (ບ້ານວັງຍາງ ບ້ານຄໍາວົງສາ ບ້ານວຽງໄຊ ບ້ານນໍ້າກົງ ແລະ ບ້ານວົງລະຄອນ) ໂດຍການເຂົ້າຮ່ວມໃນພິທີປິດຊຸດອົບຮົມຂອງທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ມີຫົວໜ້າອົງການກາແດງແຂວງ ການນໍາຂອງເມືອງ ພ້ອມດ້ວຍວິທະຍາກອນຈາກສູນກາງ ທ້ອງຖີ່ນ ແລະ ສຳມະນາກອນ 20 ກວ່າທ່ານເຂົ້າຮ່ວມ.

    ຕະຫຼອດໄລຍະ 5 ວັນຂອງການເຝິກອົບຮົມ ບັນດາສໍາມະນາກອນທີ່ເປັນອາສາສະໝັກກາແດງໃນ 5 ບ້ານ ໄດ້ຮຽນຮູ້ບົດຮຽນສໍາຄັນ ທັງໃນພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເປັນຕົ້ນ ຄວາມຮູ້ພື້ນຖານກ່ຽວກັບການຄຸ້ມຄອງໄພພິບັດໃນ ສປປລາວ ການປະເມີນຄວາມຕ້ານທານຕໍ່າ ຄວາມສາມາດ ແລະ ການສ້າງແຜນຫຼຸດຜ່ອນຄວາມສ່ຽງໄພພິບັດຊຸມຊົນ ການຮັບມືກັບໄພພິບັດໄດ້ຢ່າງປອດໄພ ການຕອບໂຕ້ການຟື້ນຟູທັນເຫດການ ການຄຸ້ມຄອງໄພພິບັດ ຄວາມສ່ຽງທີ່ເກີດຈາກໄພພິບັດ ການປະເມີນ ແລະ ຄວາມຕ້ອງການພາຍຫຼັງເກີດໄພພິບັດ ການແລກປ່ຽນຂໍ້ມູນຂ່າວສານ ເພື່ອຮ່ວມມືກັບພາກສ່ວນຕ່າງໆ ແລະ ການສ້າງແຜນຫຼຸດຜ່ອນຄວາມສ່ຽງຈາກໄພພິບັດບ້ານ ນອກນັ້ນ ນັກສຳມະນາກອນຍັງໄດ້ທົດລອງເຫດການໃນການເຝິກຊ້ອມຮັບມືກັບເຫດການໄພພິບັດການຕອບໂຕ້ ການຟື້ນຟູ ແລະ ເຫດການສຸກເສີນອື່ນໆ ພາຍຫຼັງສຳເລັດຊຸດອົບຮົມ ໃນພິທີຍັງໄດ້ມອບໃບຢັ້ງຢືນໃຫ້ແກ່ສຳມະນາກອນຕື່ມອີກ.

    ໂອກາດດັ່ງກ່າວ ທ່ານປະທານອົງການກາແດງແຫ່ງຊາດລາວ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການຈັດຊຸດອົບຮົມໃນຄັ້ງນີ້ ພ້ອມທັງເນັ້ນໜັກໃຫ້ຜູ້ທີ່ເຂົ້າຮ່ວມເຝິກອົບຮົມ ຈົ່ງນຳໃຊ້ຄວາມຮູ້ຄວາມສາມາດທີ່ໄດ້ຮຽນຮູ້ເທື່ອນີ້ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດປະໂຫຍດສູງສຸດ.

.

# ຂ່າວ – ພາບ : ຊິລິການດາ

error: Content is protected !!