ປກສ ແຂວງຫົວພັນ ສະກັດຈັບຢາບ້າໄດ້ 72 ພັນເມັດ ຊຸກເຊື່ອງໃນລົດ 6 ລໍ້

    ອີງຕາມການໃຫ້ຂໍ້ມູນຂອງເຈົ້າໜ້າທີ່ ປກສ ແຂວງຫົວພັນ ໄດ້ໃຫ້ຮູ້ວ່າ: ໃນວັນທີ 22 ເມສາ 2022 ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີ ວ່າຈະມີການຂົນສົ່ງ-ເຄື່ອນຍ້າຍຢາເສບຕິດຈາກນະຄອນຫຼວງວຽງຈັນ ຫາ ແຂວງຫົວພັນ ດ້ວຍລົດບັນທຸກ 6 ລໍ້ ດັ່ງນັ້ນ ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງກວດກາຕາມເສັ້ນທາງເຂດບ້ານເມືອງຮາມ ເມືອງຊຳເໜືອ ແຂວງຫົວພັນ.

    ຮອດເວລາປະມານ 17:00 ໂມງຂອງວັນດຽວກັນ ຈຶ່ງໄດ້ພົບເຫັນລົດບັນທຸກ 6 ລໍ້ ຍີ່ຫໍ້ໂຟຕອນສີຂາວ ບໍ່ມີປ້າຍທະບຽນ ເປັນລົດເປົ້າໝາຍຂັບຂີ່ມາແຕ່ເສັ້ນທາງບ້ານດອນ ຫາເມືອງຊຳເໜືອ ແຂວງຫົວພັນ ເຈົ້າໜ້າທີ່ຈຶ່ງໄດ້ລັດລົດຄັນດັ່ງກ່າວເພື່ອກວດຄົ້ນຕາມລະບຽບການ ເຊິ່ງຜູ້ຂັບຂີ່ຊື້ ທ້າວ ຊູຫວ່າງ ອາຍຸ 34 ປີ ປະຊາຊົນຢູ່ ບ້ານ ໂພນຄຳ ເມືອງ ຊຳເໜືອ ແຂວງ ຫົວພັນ.

    ຜ່ານການກວດຄົ້ນຂອງເຈົ້າໜ້າທີ່ ໄດ້ພົບຢາເສບຕິດປະເພດຢາບ້າຈຳນວນ 12 ແພັກ ມີ 360 ຖົງ ລວມ 72.000 ເມັດ ຢູ່ໃນແກັດທາງຫຼັງເບາະນັ່ງ ດັ່ງນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ຈັບຕົວຜູ້ກ່ຽວພ້ອມເຄື່ອງຂອງກາງ.

    ເຈົ້າໜ້າທີ່ ປກສ ແຂວງຫົວພັນເປີດເຜີຍຕື່ມວ່າ: ປກສ ແຂວງຫົວພັນໄດ້ສຸມໃສ່ສະກັດກັ້ນ ແລະ ຕ້ານຢາເສບຕິດຢ່າງຕໍ່ເນື່ອງ ສາມາດເຈັບຜູ້ຖືກຫາມາດຳເນີນຄະດີໄດ້ເປັນຈຳນວນຫຼາຍພໍສົມຄວນ ຄຽງຄູ່ກັນນີ້ ປກສ ແຂວງຫົວພັນກໍໄດ້ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງຕັ້ງໜ້າ ແລະ ເພື່ອແນໃສ່ເຮັດໃຫ້ບັນຫາຢາເສບຕິດພາຍໃນແຂວງຫຼຸດລົງເທື່ອລະກ້າວ.

     # ຂ່າວ – ພາບ : ເພັດສະໝອນ

error: Content is protected !!