ມື້ນີ້ ການລະບາດຂອງພະຍາດໂຄວິດ-19 ມີທ່າອ່ຽງຫຼຸດລົງ

   ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ຖະແຫຼງຂ່າວ ກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ປະຈຳວັນທີ 4 ພືດສະພາ 2022 ຢູ່ກະຊວງສາທາລະນະສຸກວ່າ: ວັນທີ 3 ພຶດສະພາ 2022  ໄດ້ເກັບຕົວຢ່າງມາກວດວິເຄາະໃນທົ່ວປະເທດທັງໝົດ 2.022 ຕົວຢ່າງ ແລະ ກວດພົບເຊື້ອ 263 ຄົນ ໃນນີ້ຕິດເຊື້ອພາຍໃນ 259 ຄົນ ແລະ ນໍາເຂົ້າ 4 ຄົນ ເຮັດໃຫ້ມາຮອດປັດຈຸບັນຢູ່ ສປປ ລາວ ເຮົາມີຜູ້ຕິດເຊື້ອສະສົມທັງໝົດ 208.111 ຄົນ (ຕິດເຊື້ອພາຍໃນ 192.973 ຄົນ ແລະ ນໍາເຂົ້າ 15.973 ຄົນ) ອອກໂຮງໝໍວັນຜ່ານມາ 61 ຄົນ ກຳລັງປິ່ນປົວ 596 ຄົນ ແລະ ເສຍຊີວິດສະສົມທັງໝົດ 746 ຄົນ.

      ສຳລັບຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດ ຈາກນະຄອນຫຼວງວຽງຈັນ 174 ຄົນ ແຂວງ ວຽງຈັນ 15 ຄົນຫຼວງພະບາງ   8 ຄົນຄໍາມ່ວນ    8 ຄົນ ຊຽງຂວາງ 8 ຄົນ ອຸດົມໄຊ 7 ຄົນ ອັດຕະປື 6 ຄົນ ສາລະວັນ 6 ຄົນ ເຊກອງ 6 ຄົນ ສະຫັວນນະເຂດ 5 ຄົນ ບໍ່ແກ້ວ 4 ຄົນ ໄຊຍະບູລີ 3    ຄົນ ຫົວພັນ ໄຊສົມບູນ ຈໍາປາສັກ ແລະ ແຂວງຜົ້ງສາລີແຂວງລະ 2 ຄົນ ແລະ  ແຂວງບໍລິຄໍາໄຊ 1 ຄົນ

    ສ່ວນການຕິດເຊື້ອນໍາເຂົ້າມີ 4 ຄົນ ຈາກຈໍາປາສັກ 3 ຄົນ ແລະ ຄໍາມ່ວນ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ. 

     ສປປ ລາວ ເຮົາ ເຫັນວ່າໂຕເລກລາຍງານຜູ້ຕິດເຊື້ອໃໝ່ພາຍໃນປະເທດເພີ່ມຂຶ້ນບໍ່ຫຼາຍ ທຽບໃສ່ວັນຜ່ານມານີ້ ແລະ ບໍ່ມີຜູ້ເສຍຊີວິດໃໝ່ ເຖີງຢ່າງໃດກໍຕາມ ພວກເຮົາກໍຕ້ອງໄດ້ສືບຕໍ່ຕິດຕາມເຝົ້າລະວັງຢ່າງໃກ້ຊິດ ໂດຍສະເພາະ ໃນກຸ່ມຄົນທີ່ມີຄວາມສ່ຽງສູງ ເປັນຕົ້ນ ຜູ້ສູງອາຍຸ ຜູ້ທີ່ມີພະຍາດປະຈຳຕົວ ແມ່ຍິງຖືພາ ລວມທັງຜູ້ທີ່ບໍ່ໄດ້ຮັບການສັກຢາວັກຊີນ ລວມທັງເຂັມກະຕຸ້ນ ເພາະມີຄວາມສ່ຽງທີ່ຈະຕິດເຊື້ອແລ້ວມີອາການຮຸນແຮງ ຫຼື ອາດກ້າວເຖີງຂັ້ນເສຍຊີວິດໄດ້

     ໄລຍະນີ້ ຫຼາຍພາກສ່ວນໃນສັງຄົມ ກໍມີຄວາມສົນໃຈ ແລະ ໂທຫາສາຍດ່ວນເພື່ອສອບຖາມກ່ຽວກັບການອອກໃບຢັ້ງຍືນການປີ່ນປົວຜູ້ທີ່ຕິດເຊື້ອທີ່ປີ່ນປົວຕົນເອງຢູ່ເຮືອນ ຂໍຊີ້ແຈງຂັ້ນຕອນການອອກເອກະສານຄື: ຜູ້ທີ່ກວດດ້ວຍຕົນເອງແບບໄວ (RDT) ທີ່ບໍ່ມີອາການ ຫຼື ມີອາການເບົາບາງ ແລະ ຕິດຕາມປີ່ນປົວຕົນເອງຢູ່ເຮືອນ ແມ່ນໃຫ້ລົງທະບຽນເອົາລະຫັດຄົນເຈັບຕົນເອງ ໂດຍການກົດລີ້ງເຂົ້າຕື່ມແບບຟອມ ທ່ານສາມາດລົງທະບຽນ ເພື່ອແຈ້ງເຈົ້າໜ້າທີ່ຜ່ານທາງມືືຖືໄດ້ ໂດຍການກົດລິ້ງໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ  ພາຍຫຼັງລົງທະບຽນສຳເລັດແລ້ວ ໃຫ້ລໍຖ້າ 24-48 ຊົ່ວໂມງຈະມີເຈົ້າໜ້າທີ່ສົ່ງຂໍ້ຄວາມລະຫັດຄົນເຈັບເຂົ້າມືຖືຂອງທ່ານ ຖ້າສຳເລັດ ການຕິດຕາມປີ່ນປົວຕົນເອງຢູ່ບ້ານຄົບ 10 ວັນ ບໍ່ມີອາການແລ້ວ ສາມາດອອກໄປໃຊ້ຊີວິດປົກກະຕິ ຜູ້ທີ່ຕ້ອງການໃບຢັ້ງຍືນການປີ່ນປົວ ແມ່ນໃຫ້ເອົາລະຫັດຄົນເຈັບທີ່ເຈົ້າໜ້າທີ່ສົ່ງເຂົ້າຂໍ້ຄວາມໄປຂໍໜັງສືຢັ້ງຍືນຈາກນາຍບ້ານທີ່ທ່ານອາໄສຢູ່  ຫຼັງຈາກນັ້ນ ກໍເອົາແບບຟອມທີ່ເຊັນຈາກນາຍບ້ານໄປເຊັນຢັ້ງຍືນກັບໂຮງໝໍເມືອງ ຫຼືຫ້ອງການສາທາເມືອງທີ່ທ່ານອາໄສຢູ່  ສຳລັບຜູ້ທີ່ຕິດຕາມປີ່ນປົວຢູ່ຕາມໂຮງໝໍ  ຫຼື  ໂຮງໝໍພາກສະໜາມ ເມື່ອສຳເລັດການປີ່ນປົວ ກໍຈະມີເອກະສານຢັ້ງຍືນໃຫ້ກ່ອນຈະອອກຈາກໂຮງໝໍ.

# ລັດເວລາ

error: Content is protected !!