ໃນຄໍລຳປະຈຳວັນນີ້ ມີຂ່າວກ່ຽວກັບກົດໝາຍຫ້າມຖິ້ມອາຫານເຫຼືອຢູ່ປະເທດຝຣັ່ງ ແລະ ເລື່ອງຄະດີທໍລະມານສັດຢູ່ສະຫະພັນຣັດເຊຍ.
ທີ່ ຝຣັ່ງ: ພາຍໃນປີ 2020 ນີ້ ທາງການຂອງປະເທດຝຣັ່ງ ໄດ້ວາງເປົ້າໝາຍຫຼຸດຈຳນວນຂີ້ເຫຍື້ອອາຫານໃຫ້ໄດ້ປະມານເຄິ່ງໜຶ່ງ ຕາມສະຖິຕິເມື່ອ 5 ປີຜ່ານມາ ຂີ້ເຫຍື້ອອາຫານໃນປະເທດຝຣັ່ງນັ້ນ ມີສູງເຖິງ 7,1 ລ້ານໂຕນຕໍ່ປີ (ຈາກໜັງສືພິມຜູ້ແທນປະຊາຊົນ ສະບັບປະຈຳອາທິດທີ 1 ເດືອນມິຖຸນາ 2015) ເພື່ອບັນລຸເປົ້າໝາຍຫຼຸດຜ່ອນຂີ້ເຫຍື້ອອາຫານ ສະພາແຫ່ງຊາດຝຣັ່ງ ໄດ້ຕົກລົງຮັບຮອງກົດໝາຍຫ້າມຮ້ານສັບພະສິນຄ້າທົ່ວປະເທດ ກຳຈັດອາຫານທີ່ເຫຼືອຈາກການຈຳໜ່າຍດ້ວຍການເທຖິ້ມ ຫຼື ທຳລາຍ ບໍ່ວ່າຈະເປັນອາຫານສົດ ຫຼື ອາຫານແຫ້ງ ແຕ່ໃຫ້ນຳອາຫານເຫຼືອ ຫຼືໃກ້ຈະໝົດອາຍຸເຫຼົ່ານີ້ ໄປບໍລິຈາກໃຫ້ແກ່ສະຖານທີ່ສົງເຄາະຜູ້ທຸກຍາກ ຫຼື ໜ່ວຍງານການກຸສົນ.
ກົດໝາຍໄດ້ກຳນົດໃຫ້ຮ້ານສັບພະສິນຄ້າທີ່ມີເນື້ອທີ່ຂະໜາດ 400 ແມັດມົນທົນ (ຕາແມັດ) ຂຶ້ນໄປ ຕ້ອງຍື່ນໃບສະໝັກເຂົ້າຮ່ວມໂຄງການບໍລິຈາກອາຫານເຫຼືອກັບເບື້ອງລັດຖະບານ ແລະ ອົງການກຸສົນຂອງລັດ ໃຫ້ສຳເລັດພາຍໃນເດືອນກໍລະກົດ ປີ 2016 ດັ່ງນັ້ນ ເຈົ້າຂອງຮ້ານສັບພະສິນຄ້າທີ່ກ່ຽວຂ້ອງ ຈະໄດ້ຮັບໂທດຖືກຕັດອິດສະຫຼະພາບເປັນເວລາສູງສຸດ 2 ປີ ຫຼື ຖືກປັບໃໝເປັນເງິນສູງສຸດ 75.000 ເອີໂຣ.
ການບໍລິຈາກອາຫານເຫຼືອໃຫ້ອົງກອນຂອງລັດ ເພື່ອເອົາໄປແຈກຢາຍຕໍ່ໃຫ້ພວກຂາດອາຫານ ຍັງເປັນວິທີການປົກປັກຮັກສາສິ່ງແວດລ້ອມ ຈາກສະພາບສົກກະປົກຂອງອາຫານເທຖິ້ມອີກດ້ວຍ ຂ່າວໃຫ້ຮູ້ວ່າ: ໂດຍສະເລ່ຍແລ້ວ ຄົນຝຣັ່ງ 1 ຄົນ ໄດ້ສ້າງຂີ້ເຫຍື້ອອາຫານ ປະມານ 20-30 ກິໂລຕໍ່ປີ ໃນນັ້ນ ປະມານ 7 ກິໂລ ເປັນອາຫານທີ່ຍັງມີການຫຸ້ມຫໍ່ຢ່າງສົມບູນຢູ່.
ທີ່ ຣັດເຊຍ: ມາດຕະການທາງກົດໝາຍຂອງສະຫະພັນຣັດເຊຍ ກ່ຽວກັບໂທດທໍລະມານສັດນັ້ນ ມີຄວາມເຄັ່ງຄັດຮັດກຸມທີ່ສຸດ ສະແດງອອກໃນຄະດີຂອງເດັກໄວລຸ້ນຍິງສອງຄົນ ທີ່ຖືກສານຕັດສິນຈຳຄຸກໃນທ້າຍເດືອນສິງຫາ ປີ 2017 (The Nation 27 ສິງຫາ 2017) ເລື່ອງມີຢູ່ວ່າ: ໃນລະຫວ່າງເດືອນມິຖຸນາ ຫາເດືອນສິງຫາ ປີ 2016 ສາວໄວລຸ້ນຣັດເຊຍສອງຄົນ ຊື່ນາງ ອາລີໂຢນາ ຊັບເຊັນໂກ ແລະ ນາງ ອາລີນາ ອໍໂລວາ ໄດ້ຈັບເອົາສັດປະເພດ ໝາ ແລະ ແມວ ຈາກສະຖານທີ່ສົງເຄາະສັດ ໄປສະຖານທີ່ເປົ່າປ່ຽວແຫ່ງໜຶ່ງ ແລ້ວລົງມືຂ້າສັດເຫຼົ່ານັ້ນດ້ວຍປືນລົມ ກ່ອນຈະຂ້າ ທັງສອງໄດ້ທໍລະມານສັດເຫຼົ່ານັ້ນດ້ວຍວິທີສຸດປ່າເຖື່ອນ ຮ້າຍແຮງໄປກວ່ານັ້ນ ພວກເຂົາຍັງໄດ້ຖ່າຍວິດີໂອກ່ຽວກັບການທາລຸນລະກຳສັດ ເພື່ອເຜີຍແຜ່ຕໍ່ສັງຄົມ.
ຈຳນວນສັດທີ່ຕົກເປັນເຫຍື່ອຄວາມທາລຸນນີ້ ມີຢ່າງໜ້ອຍ 15 ໂຕ ໃນວັນທີ 26 ເດືອນສິງຫາ ປີ 2017 ສານໄດ້ຕັດສິນລົງໂທດຈຳຄຸກ ນາງ ອາລີໂຢນາ ເປັນເວລາ 4 ປີ ກັບ 3 ເດືອນ ນາງ ອາລີນາ ໄດ້ຮັບໂທດຈຳຄຸກ 3 ປີ ກັບ 10 ວັນ ສ່ວນເພື່ອນຊາຍ ອາຍຸ 18 ປີ ທີ່ເປັນຄົນຖ່າຍວິດີໂອນັ້ນ ໄດ້ຮັບໂທດຈຳຄຸກເປັນເວລາ 3 ປີ ນອກຈາກນັ້ນ ສານຍັງໄດ້ຕັດສິນໃຫ້ຜູ້ປົກຄອງຂອງຜູ້ກະທຳຜິດ ເສຍເງິນປັບໃໝໃນຄວາມຜິດດ້ານບໍລິຫານ ຍ້ອນມີຄວາມບົກຜ່ອງໃນການລ້ຽງລູກໆໃຫ້ເປັນຄົນບໍ່ດີຂອງສັງຄົມ.