ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ລາຍງານສະພາບການຕິດຕາມ ເຝົ້າລະວັງພະຍາດ COVID-19 ຢູ່ ສປປ ລາວ ປະຈຳວັນທີ 20 ພຶດສະພາ 2020 ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 17 ໂມງແລງ ຂອງວັນທີ 19 ພຶດສະພາ 2020 ຈຳນວນຜູ້ເດີນທາງເຂົ້າມາ ມີທັງໝົດ 2.529 ຄົນ ຈຸດຜ່ານດ່ານລາວ-ໄທ ທັງໝົດ 1.655 ຄົນ ໃນນັ້ນ ມີແຮງງານລາວກັບມາຈາກປະເທດໄທທັງໝົດ 115 ຄົນ ເຊິ່ງຜ່ານດ່ານສາກົນຂົວມິດຕະພາບແຫ່ງທີ 1 ມີ 59 ຄົນ ຜ່ານດ່ານສາກົນນ້ຳເຫືອງ ແຂວງໄຊຍະບລີ ມີ 35 ຄົນ ຜ່ານດ່ານສາກົນວັງເຕົ່າ-ຊ່ອງເມັກ ແຂວງຈຳປາສັກ ມີ 21 ຄົນ ເຫຼືອນັ້ນແມ່ນຄົນຂັບລົດຂົນສົ່ງສິນຄ້າ ຈຸດຜ່ານດ່ານລາວ-ຈີນ ທັງໝົດ 7 ຄົນ ໃນນີ້ ມີຄົນລາວ 1 ຄົນ ຄົນຈີນມາເຮັດວຽກຢູ່ເຂດເສດຖະກິດພິເສດ 4 ຄົນ ເຊິ່ງທັງໝົດ ເຂົ້າມາຜ່ານດ່ານບໍ່ເຕັນ ເຫຼືອນັ້ນແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຈຸດຜ່ານດ່ານລາວ-ຫວຽດ ທັງໝົດ 867 ຄົນ ໃນນີ້ ຄົນຫວຽດນາມເຂົ້າມາວຽກທາງລັດຖະການ 12 ຄົນ ມາຜ່ານດ່ານນ້ຳກັ່ນ ແຂວງຊຽງຂວາງ ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕບໍ່ມີ ທຸກດ່ານໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້.

ສຳລັບແຮງງານລາວ ຈຳນວນ 115 ຄົນ ຜ່ານດ່ານສາກົນຂົວມິດຕະພາບ ແຫ່ງທີ 1 ມີ 59 ຄົນ ແມ່ນມີຖິ່ນຖານມາຈາກນະຄອນຫຼວງວຽງຈັນ 25 ຄົນ ອຸດົມໄຊ 11 ຄົນ ວຽງຈັນ 9 ຄົນ ຫຼວງພະບາງ 5 ຄົນ ໄຊຍະບູລີ 4 ຄົນ ສະຫວັນນະເຂດ 2 ຄົນ ຊຽງຂວາງ 1 ຄົນ ຄຳມ່ວນ 1 ຄົນ ສາລະວັນ 1 ຄົນ ຜ່ານດ່ານສາກົນນ້ຳເຫືອງ ແຂວງໄຊຍະບູລີ 35 ຄົນ ທັງໝົດແມ່ນມີຖິ່ນຖານມາຈາກແຂວງໄຊຍະບູລີ ຜ່ານດ່ານວັງເຕົ່າ-ຊ່ອງເມັກ ແຂວງຈຳປາສັກ 21 ຄົນ ແມ່ນມີຖິ່ນຖານມາຈາກແຂວງຈຳປາສັກ 15 ຄົນ ສາລະວັນ 4 ຄົນ ແລະ ສະຫວັນນະເຂດ 2 ຄົນ ແຮງງານທັງໝົດໄດ້ເກັບຕົວຢ່າງມາກວດ ແລະ ນຳສົ່ງໄປຈຳກັດບໍລິເວນຢູ່ສູນຂອງແຂວງ ຈົນກວ່າຈະຄົບກຳນົດ 14 ວັນ.

ການເຝົ້າລະວັງ ແລະ ວິເຄາະ ໃນວັນທີ 19 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 90 ຄົນ ໃນນັ້ນມີກໍລະນີສົງໄສ 2 ຄົນ ແຮງງານລາວທີ່ກັບມາແຕ່ໄທ 83 ຄົນ ຜູ້ຕິດເຊື້ອນອນປິ່ນປົວຢູ່ໂຮງໝໍມິດຕະພາບ 5 ຄົນ ກໍລະນີສົງໄສ 2 ຄົນ ທັງໝົດແມ່ນມາຈາກແຂວງບໍ່ແກ້ວ ແຮງງານລາວທີ່ກັບມາຈາກປະເທດໄທ 83 ຄົນ ຈາກສະຫວັນນະເຂດ 38 ຄົນ ວຽງຈັນ 31 ຄົນ ຈຳປາສັກ 7 ຄົນ ສາລະວັນ 4 ຄົນ ບໍ່ແກ້ວ 2 ຄົນ ບໍລິຄຳໄຊ 1 ຄົນ ສຳລັບຜູ້ຕິດເຊື້ອນອນປິ່ນປົວຢູ່ໂຮງໝໍມິດຕະພາບ 5 ຄົນ ນັ້ນ ແມ່ນນ້ຳເບີ 7 10 16 17 ແລະ 18 ຜົນກວດທັງໝົດຂອງມື້ວານນີ້ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 19 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່ ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດວັນທີ 19 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 4.743 ຕົວຢ່າງ ກວດພົບເຊື້ອສະສົມ 19 ຄົນ (38 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ປັດຈຸບັນນີ້ ທົ່ວປະເທດມີສູນຈຳກັດບໍລິເວນທັງໝົດ 82 ສູນ ມີຜູ້ຈຳກັດບໍລິເວນຢູ່ສູນ 2.722 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ມີຜູ້ຕິດເຊື້ອ ປັດຈຸບັນ ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 5 ຄົນ ຍີງ 4 ຄົນ ທັງໝົດເຫັນວ່າມີອາການປົກກະຕິ ເຊິ່ງໄດ້ເກັບຕົວຢ່າງມາກວດຄັ້ງໜຶ່ງແລ້ວ ມື້ອື່ນຈະສືບຕໍ່ເປັນຄັ້ງທີສອງ ແລະ ຈະຕິດຕາມຜົນກວດ ຈະສາມາດພິຈາລະນາອອກໂຮງໝໍໄດ້ຫຼືບໍ່.

ໂອກາດນີ້ ທ່ານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຊຸມຊົນ ຄອບຄົວ ແລະ ສ່ວນບຸກຄົນ ຈົ່ງເອົາໃຈໃສ່ທຳຄວາມເຂົ້າໃຈ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 580/ຫສນຍ ພ້ອມທັງຮ່ວມແຮງຮ່ວມໃຈກັນສືບຕໍ່ປະຕິບັດຈົນກວ່າຈະມີແຈ້ງການປ່ຽນແປງ ຫຼັງວັນທີ 1 ມິຖຸນາ 2020 ບັນຫາສຳຄັນ ຂໍໃຫ້ບັນດາທ່ານເຂົ້າໃຈວ່າ ທຸກໆມາດຕະການທີ່ຜ່ອນຜັນລົງນັ້ນ ຈະຕ້ອງໄດ້ປະຕິບັດວິທີການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ ໂດຍສະເພາະ ສະຖານທີ່ໃຫ້ບໍລິການ ພາຫະນະໃຊ້ບໍລິການ ຜູ້ໃຫ້ບໍລິການ ແລະ ຜູ້ມາໃຊ້ບໍລິການ ເປັນຕົ້ນແມ່ນການປະຕິບັດຫຼັກການອະນາໄມ ການທຳຄວາມສະອາດຂ້າເຊື້ອພະຍາດຢູ່ສະຖານທີ່ບໍລິການຕ່າງໆ ການແທກອຸນຫະພູມຮ່າງກາຍ ການລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ໃຊ້ເຈວລ້າງມື ການປະຕິບັດໄລຍະຫ່າງທາງສັງຄົມ ບໍ່ໃຫ້ມີການແອອັດ ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼື ໄປສະຖານທີ່ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ ທັງໝົດນີ້ໃຫ້ກາຍເປັນຄວາມຊິນເຄີຍໃນການດຳລົງຊີວິດປະຈຳວັນ ພວກເຮົາຈຶ່ງຈະສາມາດສະກັດກັ້ນການລະບາດຂອງພະຍາດ COVID-19 ບໍ່ໃຫ້ກັບຄືນມາຮອບໃໝ່.
# ຂ່າວ & ພາບ: ບຸນມີ