ນັກກີລາບານເຕະທີມຊາດ ຍິງ-ຊາຍ ພ້ອມເຂົ້າຮ່ວມຊີເກມ ທີ່ ສສ ຫວຽດນາມ

     ພິທີໂອ້ລົມນັກກີລາບານເຕະທີມຊາດ (ຍິງ-ຊາຍ) ແລະ ພິທີຖະແຫຼງຂ່າວ ການເຂົ້າຮ່ວມການແຂ່ງຂັນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ຈັດຂຶ້ນວັນທີ 2 ພຶດສະພາ 2022 ຢູ່ໂຮງແຮມລາວພລາຊາ ໂດຍມີທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິດຕິມະສັກ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ທ່ານ ວີເພັດ ສີຫາຈັກ ປະທານ ສຕລ ພ້ອມດ້ວຍຄະນະບໍລິຫານງານ ສຕລ ຄະນະນັກກີລາທີມຊາດບານເຕະຊາຍ ຄະນະນັກກີລາທີມຊາດບານເຕະຍິງ ແລະ ສື່ມວນຊົນ ເຂົ້າຮ່ວມ.

    ທ່ານ ປະສາດໄຊ ພິລາພັນເດຊ ຄະນະນຳທີມບານເຕະຊາຍ ແລະ ທ່ານ ນາງ ພູໄຊ ແພງພົງ ຄະນະນຳທີມບານເຕະຍິງ ໄດ້ຂຶ້ນລາຍງານກ່ຽວກັບການກຽມຄວາມພ້ອມຂອງທີມ ເພື່ອກະກຽມເຂົ້າຮ່ວມງານມະຫະກຳກີລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 12-23 ພຶດສະພາ 2022 ໂດຍຕັ້ງຄວາມຫວັງພາທີມຜ່ານເຂົ້າສູ່ຮອບຊີງຊະນະເລີດ.

    ໂອກາດນີ້ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ໃຫ້ຄຳໂອວາດ ໂດຍໄດ້ເນັ້ນໜັກໃຫ້ຄະນະນຳ ຄູເຝິກ ແລະ ນັກກີລາ ປະຕິບັດລະບຽບການຂອງເຈົ້າພາບວາງອອກຢ່າງເຄັ່ງຄັດ  ແລະ ໃຫ້ຄຳນຶງສະເໝີວ່າ ເວລາລົງສະໜາມແຂ່ງຂັນ ແມ່ນໃນນາມຕາງໜ້າໃຫ້ແກ່ຄົນລາວທົ່ວປະເທດ ຕ້ອງສະແດງໃຫ້ເຫັນເຖິງວັດທະນະທຳຂອງຄົນລາວ ເປັນຄົນມີໄມຕີຈິດມິດຕະພາບຕໍ່ຜູ້ເຂົ້າຮ່ວມແຂ່ງຂັນ ແລະ ເພື່ອນຮ່ວມອາຊີບນຳກັນ ແຕ່ຕ້ອງເຮັດທຸກຄວາມສາມາດ ແລະ ນຳໃຊ້ເຕັກນິກທີ່ໄດ້ເຝິກຊ້ອມມາ ເພື່ອເອົາຊະນະຄູ່ຕໍ່ສູ້ດ້ວຍຈິດໃຈກ້າຫານ ແລະ ດ້ວຍຈິດໃຈຊາດພິລະອາດຫານ ເພື່ອນຳໄຊຊະນະ ແລະ ກຽດຊື່ສຽງມາສູ່ປະເທດຊາດ.

    ຫຼັງຈາກນັ້ນ ນາງ ອາພັດສະລາ ຈັນທະວົງໄຊ ຕາງໜ້ານັກກີລາທີມຊາດຍິງ ແລະ ທ້າວ ນະລົງສິດ ຈັນທະລັງສີ ຕາງໜ້ານັກກີລາທີມຊາດຊາຍ ໄດ້ຂຶ້ນກ່າວຮັບຄໍາໂອວາດຈາກທ່ານ ສົມສະຫວາດ ເລັ່ງສະຫວັດ ວ່າ: ຈະຕັ້ງໃຈເອົາໃຈໃສ່ສ້າງຄວາມສາມັກຄີພາຍໃນທີມ ແລະ ພ້ອມໃຈກັນຈັດຕັ້ງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນພາຍໃນທີມຢ່າງສຸດຄວາມສາມາດ ແລະ ພະຍາຍາມສ້າງຜົນງານໃຫ້ປາກົດຜົນເປັນຈິງ ສຳລັບເປົ້າໝາຍໃນການເຂົ້າຮ່ວມໃນຄັ້ງນີ້ ທັງທີມຍິງ ແລະ ຊາຍ ແມ່ນຈະສູ້ຊົນໃຫ້ໄດ້ຜ່ານເຂົ້າຮອບຮອງຊະນະເລີດ.

    ການແຂ່ງຂັນບານເຕະຊາຍ ມີ 10 ປະເທດ ເຂົ້າຮ່ວມຄື: ຫວຽດນາມ ໄທ ອິນໂດເນເຊຍ ມາເລເຊຍ ມຽນມາ ສິງກະໂປ ຟີລິບປິນ ຕີມໍ ເລສເຕ ລາວ ແລະ ກຳປູເຈຍ ສໍາລັບ ກຸ່ມ A ມີ ຫວຽດນາມ ອິນໂດເນເຊຍ ມຽນມາ ຟີລິບປິນ ແລະ ຕີມໍ ເລສເຕ ກຸ່ມ B ມີ ໄທ ມາເລເຊຍ ກຳປູເຈຍ ສິງກະໂປ ແລະ ລາວ.

    ສ່ວນຕາຕະລາງແຂ່ງຂັນຂອງທີມຊາດລາວມີລະອຽດດັ່ງນີ້

  • ວັນທີ 7 ພຶດສະພາ ເວລາ 16:00 ໂມງ ພົບ ສິງກະໂປ
  • ວັນທີ 9 ພຶດສະພາ ເວລາ 16:00 ໂມງ ພົບ ກຳປູເຈຍ
  • ວັນທີ 11 ພຶດສະພາ ເວລາ 19:00 ໂມງ ພົບ ມາເລເຊຍ
  • ວັນທີ 16 ພຶດສະພາ ເວລາ 19:00 ໂມງ ພົບ ໄທ

    ທັງ 4 ນັດ ແມ່ນແຂ່ງຂັນຢູ່ສະໜາມ Thien Truong.

    ສ່ວນການແຂ່ງຂັນບານເຕະຍິງ ມີ 7 ປະເທດເຂົ້າຮ່ວມຄື: ຫວຽດນາມ ໄທ ມຽນມາ ສິງກະໂປ ຟີລິບປິນ ລາວ ແລະ ກຳປູເຈຍ ກຸ່ມ A: ຫວຽດນາມ ຟີລິບປິນ ແລະ ກຳປູເຈຍ ກຸ່ມ B: ໄທ ມຽນມາ ລາວ ແລະ ສິງກະໂປ

    ຕາຕະລາງການແຂ່ງຂັນທີມຊາດລາວ

  • ວັນທີ 10 ພຶດສະພາ ເວລາ 16:00 ໂມງ ພົບ ມຽນມາ
  • ວັນທີ 13 ພຶສະພາ ເວລາ 16:00 ໂມງ ພົບ ສິງກະໂປ
  • ວັນທີ 15 ພຶດສະພາ ເວລາ 16:00 ໂມງ ພົບ ໄທ

    ທັງ 3 ນັດ ແມ່ນແຂ່ງຂັນຢູ່ທີ່ສະໜາມ Cam Pha. ກຳນົດການເດີນທາງຂອງ ທີມບານເຕະຊາຍ ແມ່ນຈະອອກເດີນທາງໃນວັນທີ 4 ພຶດສະພາ ສ່ວນທີມບານເຕະຍິງ ແມ່ນຈະອອກເດີນທາງໃນວັນທີ 06 ພຶດສະພາ 2022.

.

# ຂ່າວ – ພາບ : ສີພອນ ຈັນທະດາລາ

error: Content is protected !!