ຊາວກະສິກອນຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວ ພວມຂຸ້ນຂ້ຽວສຸມໃສ່ການເກັບກ່ຽວ-ມ້ຽນມັດຜົນຜະລິດເຂົ້ານາແຊງຂອງຕົນ ຕັ້ງແຕ່ກາງເດືອນເມສາເປັນຕົ້ນມາ.
ໃນວັນທີ 3 ພຶດສະພາ ທ່ານ ສົມໄຊ ວັນນະຈອມຈັນ ຫົວໜ້າໜ່ວຍງານປູກຝັງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຜາອຸດົມ ໃຫ້ຮູ້ວ່າ: ຂະບວນການຜະລິດພືດລະດູແລ້ງຢູ່ເມືອງຜາອຸດົມ ໃນສົກປີ 2021-2022 ການຜະລິດເຂົ້ານາແຊງທົ່ວເມືອງມີເນື້ອທີ່ທັງໝົດ 552 ເຮັກຕາ ມີ 35 ບ້ານ 635 ຄອບຄົວ ມາເຖິງປັດຈຸບັນ ການເກັບກ່ຽວແມ່ນສຳເລັດແລ້ວປະມານ 40% ຂອງເນື້ອທີ່ນາແຊງທັງໝົດ ຄາດຄະເນຜົນຜະລິດທັງໝົດ 1.932 ໂຕນ ສະມັດຖະພາບ 3,5 ໂຕນ/ເຮັກຕາ.
ການຜະລິດເຂົ້ານາແຊງ ແລະ ການປູກພືດຜັກລະດູແລ້ງຢູ່ເມືອງຜາອຸດົມ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ລົງຕິດຕາມເຝົ້າລະວັງການລະບາດຂອງສັດຕູພືດ ທີ່ທຳລາຍຜົນລະປູກໃນແຕ່ລະໄລຍະ ພ້ອມນີ້ ທ່ານໄດ້ເວົ້າວ່າ: ຍ້ອນມູນເຊື້ອດຸໝັ່ນຂະຫຍັນພຽນຂອງຊາວກະສິກອນ ນອກຈາກການຜະລິດເຂົ້ານາແຊງແລ້ວ ຊາວກະສິກອນຢູ່ເມືອງຜາອຸດົມ ຍັງໄດ້ຜະລິດພືດຜັກກະສິກຳຊະນິດຕ່າງໆເຊັ່ນ: ພືດຜັກຕະກຸນຖົ່ວ ສາລີແຂງ ແລະ ອຶ່ນໆ ເພື່ອບໍລິໂພກພາຍໃນຄອບຄົວ ແລະ ເປັນສິນຄ້າສົ່ງອອກສູ່ທ້ອງຕະຫຼາດທັງພາຍໃນເມືອງ ແລະ ແຂວງໃກ້ຄຽງ ເພື່ອສ້າງລາຍຮັບເຂົ້າຄອບຄົວ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ພາຍຫຼັງສຳເລັດການກ່ຽວເຂົ້າ ນາແຊງ ແລະ ພືດຜັກລະດູແລ້ງແລ້ວ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຍັງຈະໄດ້ສືບຕໍ່ລົງຕິດຕາມຊຸກຍູ້ໃຫ້ຊາວກະສິກອນກະກຽມໃສ່ການຜະລິດເຂົ້ານາປີໃນເນື້ອທີ່ 2.470 ເຮັກຕາ ມີ 35 ບ້ານ 2.090 ຄອບຄົວ ພ້ອມທັງສົ່ງເສີມການປູກພືດຜັກຕ່າງໆໃນລະດູຝົນ ແລະ ສະໜອງແນວພັນປູກໃຫ້ຊາວກະສິກອນໃຫ້ທ່ວງທັນກັບລະດູການ.