ອີງຕາມການຖະແຫຼງຂ່າວຂອງທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19ຢູ່ ສປປ ລາວ ປະຈໍາວັນທີ 3 ພຶດສະພາ 2022 ໃຫ້ຮູ້ວ່າ ວັນທີ 2 ພຶດສະພາ 2022 ໄດ້ກວດວິເຄາະທັງໝົດ 1.393 ຕົວຢ່າງ ໃນຂອບເຂດທົ່ວປະເທດ ພົບເຊື້ອທັງໝົດ 153 ຄົນ (ຕິດເຊື້ອພາຍໃນ 141 ຄົນ ແລະ ນໍາເຂົ້າ 12 ຄົນ) ປັດຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອສະສົມທັງໝົດ 207.875 ອອກໂຮງໝໍໃໝ່ 61 ຄົນ ກຳລັງປິ່ນປົວ 596 ຄົນ ແລະ ເສຍຊີວິດສະສົມທັງໝົດ 746 ຄົນ ຜູ້ເສຍຊີວິດໃໝ່ 1 ຈາກແຂວງໄຊຍະບູລີ.
ບັນດາແຂວງທີ່ມີການຕິດເຊື້ອພາຍໃນໃໝ່ມີ
- ນະຄອນຫຼວງວຽງຈັນ (ນວ) 89 ຄົນ
- ອັດຕະປື 15 ຄົນ
- ວຽງຈັນ 10 ຄົນ
- ຊຽງຂວາງ 6 ຄົນ
- ບໍລິຄໍາໄຊ 6 ຄົນ
- ຄໍາມ່ວນ 5 ຄົນ
- ສະຫັວນນະເຂດ 5 ຄົນ
- ໄຊຍະບູລີ 4 ຄົນ
- ອຸດົມໄຊ 1 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າມີ 12 ຄົນຈາກ ສະຫັວນນະເຂດ 3 ຄົນ ແລະ ນວ 2 ຄົນ ຈໍາປາສັກ 6 ຄົນ ແລະ ຄໍາມ່ວນ 1 ຄົນ. ປັດຈຸບັນການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວມີທ່າອ່ຽງຫຼຸດລົງ ດັ່ງນັ້ນ ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວີດ 19 ຈຶ່ງໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າມາດຕະການໃນການເຂົ້າ-ອອກ ສປປ ລາວ ໃນໄລຍະໃໝ່ໃຫ້ສອດຄ່ອງກັບສະພາບຕົວຈິງ ໂດຍໄດ້ສົມທຽບກັບບົດຮຽນຕົວຈິງຢູ່ບັນດາປະເທດອ້ອມຂ້າງ ແລະ ເພື່ອຮັບປະກັນຄວາມກຽມພ້ອມຮອບດ້ານ ແລະ ການມີສ່ວນຮ່ວມຂອງທົ່ວສັງຄົມຢ່າງກວ້າງຂວາງ ຄະນະສະເພາະກິດຈຶ່ງໄດ້ມີເອກກະສານສະບັບເລກທີ 384 \ສພກ ລົງວັນທີ 29 ເມສາ 2022 ເພື່ອທາບທາມຄວາມເຫັນຂອງທຸກການຈັດຕັ້ງ ແລະ ພໍ່ແມ່ປະຊາຊົນທຸກຄົນໃນທົ່ວສັງສັງຄົມ ຕໍ່ມາດຕະການໃນການເຂົ້າອອກ ສປປ ລາວ ໃນສະພາບທີ່ຍັງມີການລະບາດຂອງພະຍາດໂຄວີດ-19 ໃນປະເທດ ເຊິ່ງບັນດາທ່ານສາມາດສົ່ງຄໍາຄິດເຫັນເຖິງກອງເລຂາຄະນະສະເພາະກິດທີ່ຫ້ອງການສຳນັກງານນາຍົກລັດຖະມົນຕີ ຕາມລາຍລະອຽດທີ່ໄດ້ແຈ້ງໃນເອກກະສານທາບທາມດັ່ງກ່າວ ຮຽນບັນດາທ່ານຈົ່ງໄດ້ມີສ່ວນຮ່ວມໃນການປະກອບຄຳເຫັນຢ່າງສ້າງສັນ ແລະ ເປັນປະໂຫຍດ ເພື່ອເປັນບ່ອນອີງໃນການນຳສະເໜີຕໍ່ລັດຖະບານເພື່ອພິຈາລະນາແລະ ຮັບຮອງເອົາມາດຕະການຢ່າງສອດຄ່ອງ ແລະ ເໝາະສົມກັບສະພາບຄວາມເປັນຈິງ ພ້ອມກັນນັ້ນ ກໍໄດ້ສຸມໃສ່ການສັກວັກຊີນໃຫ້ມີອັດຕາສ່ວນປົກຄຸມສູງ ປັດຈຸບັນ ປະຊາຊົນສັກວັກຊີນຄົບຄົບໂດສກວມເກືອບ 70% ຂອງປະຊາກອນໃນທົ່ວປະເທດ ສຳລັບເຂັມກະຕຸ້ນແມ່ນຍັງມີເປີເຊັນການປົກຄຸມຕໍ່າຫຼາຍມີພຽງ 19,4% ສະນັ້ນ ທ່ານທີ່ຄົບກຳນົດສັກເຂັມກະຕຸ້ນໄດ້ໄປຮັບວັກສິນຕາມການແນະນຳ ເພື່ອເຮັດໃຫ້ອັດຕາການປົກຄຸມໃຫ້ສູງຂຶ້ນ ເຊິ່ງຈະເປັນເງື່ອນໄຂທີ່ຈະຮອງຮັບຕໍ່ການດັດປັບມາດຕະການຕໍ່ຜູ້ເດີນທາງ-ເຂົ້າອອກປະເທດໃນຕໍ່ໜ້າ ແລະ ຍັງມີຄວາມຈຳເປັນຕ້ອງໄປຮັບວັກຊີນເຂັມກະຕຸ້ນໃຫ້ຄົບ ຍ້ອນວ່າການອອກບັດສັກວັກຊິນເປັນພາສາອັງກິດທີ່ຈະນຳໃຊ້ເພື່ອຢັ້ງຢືນໃນການເດີນທາງໄປຕ່າງປະເທດ ຫຼື ປະກອບເອກກະສານອື່ນໆ ຕ້ອງໄດ້ສັກວັກຊີນເຂັມກະຕຸ້ນເຂັມ 3 ຫຼື 4 ຈຶ່ງຈະອອກເອກກະສານຢັ້ງຢືນດັ່ງກ່າວໄດ້.
# ຂ່າວ – ພາບ : ອົ່ນ ໄຟສົມທອງ