ຄວນໃຊ້ໂອກາດການລະບາດພະຍາດໂຄວິດ ຈຳກັດແຮງງານຕ່າງປະເທດເຂົ້າລາວ

ທ່ານ ພອນ​ສານ ວິ­ໄລ​ເມັ້ງ ຫົວ­ໜ້າ​ກົມ​ປົກ​ປ້ອງ​ແຮງ​ງານ ສູນ​ກາງ​ສະ­ຫະ­ພັນ​ກຳ­ມະ­ບານ​ລາວ ໃຫ້​ສຳ­ພາດ​ວັນ​ທີ 18 ພຶດ­ສະ­ພາ 2020 ວ່າ: ໃນ​ໄລ­ຍະ​ທີ່​ມີ​ການ​ແຜ່​ລະ­ບາດ​ພະ­ຍາດ COVID-19 ຄະ­ນະ​ສູນ​ກາງ​ສະ­ຫະ­ພັນ​ກຳ­ມະ­ບານ​ລາວ ໄດ້​ມອບ​ໝາຍ​ໃຫ້​ກົມ​ປົກ​ປ້ອງ​ແຮງ​ງານ ເປັນ​ເຈົ້າ​ການ​ຕິດ­ຕາມ ເກັບ​ກຳ​ຂໍ້​ມູນ​ຜົນ​ກະ­ທົບ​ຕໍ່​ແຮງ​ງານ​ລາວ ແລະ ພວກ​ເຮົາ​ໄດ້​ປະ­ສານ​ອົງ​ການ­ຈັດ­ຕັ້ງ​ກຳ­ມະ­ບານ​ແຕ່​ລະ​ຂັ້ນ​ກຳ­ລັງ​ເກັບ​ກຳ​ຢູ່ ແຕ່​ຍັງ​ບໍ່​ທັນ​ໄດ້​ຕົວ​ເລກ​ທີ່​ຊັດ​ເຈນ ຄາດ​ຄະ­ເນ​ວ່າ​ຈະ​ມີ­ແຮງ​ງານ​ບໍ່​ມີ​ວຽກ​ເຮັດ​ຫຼາຍ ຍ້ອນ​ສະ­ພາບ​ການ​ຫຼຸດ­ຜ່ອນ​ການ​ຜະ­ລິດ​ຂອງ​ໂຮງ­ງານ ເນື່ອງ​ຈາກ​ສະ­ພາບ​ຜົນ​ກະ­ທົບ​ຕໍ່​ເສດ­ຖະ­ກິດ​ໂລກ ຄວາມ​ຕ້ອງ­ການ​ກຳ­ລັງ​ສັ່ງ​ຊື້​ຈາກ​ຕ່າງ­ປະ­ເທດ​ຫຼຸດ​ລົງ ແລະ ສະ­ພາບ​ການ​ປິດ​ປະ­ເທດ​ອື່ນໆ ເຊິ່ງ​ການ​ຊ່ວຍ­ເຫຼືອ​ແຮງ​ງານ​ດັ່ງ­ກ່າວ ໄດ້​ສືບ­ຕໍ່​ປຶກ­ສາ​ຫາ­ລື ຊອກ​ຫາ​ວິ­ທີ​ທາງ​ແກ້​ໄຂ​ຮ່ວມ​ກັບ​ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ​ລາວ ກ່ອນ​ອື່ນ​ແມ່ນ​ໃຫ້​ຂຶ້ນ​ທະ­ບຽນ​ແຮງ​ງານ​ທີ່​ຕົກ​ງານ ຈາກ​ນັ້ນ ສະ­ເໜີ​ໃຫ້​ແຮງ​ງານ​ລາວ​ປະ­ສານ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ​ຢູ່​ຂັ້ນ​ສູນ​ກາງ ແລະ ທ້ອງ­ຖິ່ນ​ເພື່ອ​ຫາ​ທາງ​ແກ້​ໄຂ ສ່ວນ​ການ​ຈັດ​ຫາ​ງານ ແມ່ນ​ກະ­ຊວງ​ແຮງ​ງານ​ເປັນ​ເຈົ້າ​ການ​ປະ­ຕິ­ບັດ​ຕາມ​ກົດ­ໝາຍ  ແລະ ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະ­ໂຫຍດ​ຂອງ​ຊາວ​ແຮງ​ງານ​ເຊັ່ນ: ບໍ່​ໄດ້​ຮັບ​ຄ່າ​ແຮງ​ງານ ຮັບ​ຄ່າ​ແຮງ​ງານ​ບໍ່​ຖືກ­ຕ້ອງ​ຕາມ​ສັນ­ຍາ ຖືກ​ການ​ກົດ​ຂີ່​ຂູດ​ຮີດ​ແຮງ​ງານ ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແຮງ​ງານ ແມ່ນ​ອົງ­ການ​ກຳ­ມະ­ບານ​ເປັນ​ຜູ້​ແກ້​ໄຂ ໂດຍ​ມີ​ໂທລະ­ສັບ​ສາຍ​ດ່ວນ 1512 ເປັນ​ບ່ອນ​ຮຽກ­ຮ້ອງ ພ້ອມ​ນັ້ນ ກຳ­ມະ­ກອນ ແລະ ຊາວ​ຜູ້​ອອກ­ແຮງ​ງານ​ສາ­ມາດ​ປະ­ສານ​ຂໍ​ການ​ຊ່ວຍ­ເຫຼືອ​ຈາກ​ສະ­ຫະ­ພັນ​ກຳ­ມະ­ບານ​ແຂວງ ເມືອງ ສຳ­ນັກ­ງານ​ອົງ­ການ​ຕ່າງໆ ລ້ວນ​ແຕ່​ມີ​ການ­ຈັດ­ຕັ້ງ​ກຳ­ມະ­ບານ​ຮັບ­ຜິດ­ຊອບ ທ່ານ​ສາ­ມາດ​ຮຽກ­ຮ້ອງ​ຄວາມ​ເປັນ​ທຳ​ຕາມ​ກົດ­ໝາຍ.

ໃນ​ນາມ​ອົງ­ການ​ກຳ­ມະ­ບານ ເຊິ່ງ​ເປັນ​ຕົວ​ແທນ​ຂອງ​ຊາວ​ຜູ້​ອອກ­ແຮງ​ງານ ເຮັດ​ໜ້າ­ທີ່​ໃນ​ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະ­ໂຫຍດ​ອັນ​ຊອບ​ທຳ​ຂອງ​ກຳ­ມະ­ກອນ ແລະ ຊາວ​ຜູ້​ອອກ­ແຮງ​ງານ ເພື່ອ​ຄົ້ນ­ຄວ້າ​ພິ­ຈາ­ລະ­ນາ​ແກ້​ໄຂ​ບັນ­ຫາ​ຕໍ່​ຜູ້​ໄດ້​ຮັບ​ຜົນ​ກະ­ທົບ​ຄື: ສະ­ເໜີ​ໃຫ້​ລັດ­ຖະ­ບານ​ສຸມ​ໃສ່​ຄົ້ນ­ຄວ້າ​ກຳ­ນົດ​ອັດ­ຕາ​ການ​ຈ່າຍ​ເງິນ​ຊົດ​ເຊີຍ​ຜົນ​ກະ­ທົບ​ໃຫ້​ກຳ­ມະ­ກອນ ແລະ ຊາວ​ຜູ້​ອອກ­ແຮງ​ງານ​ໃນ​ໄລ­ຍະ​ປິດ​ໂຮງ­ງານ ທຸ­ລະ​ກິດ​ຕ່າງໆ​ຈາກ​ການ​ປິດ​ປະ­ເທດ ໂດຍ​ສະ­ເພາະ​ອັດ­ຕາ​ການ​ຊົດ​ເຊີຍ​ທີ່​ນຳ​ໃຊ້​ເງິນ​ກອງ​ທຶນ​ຈາກ​ປະ­ກັນ​ສັງ­ຄົມ​ຂຶ້ນ​ກັບ​ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ຮຽກ­ຮ້ອງ​ມາ​ຍັງ​ຜູ້​ໃຊ້​ແຮງ​ງານ ຈ່າຍ​ເງິນ­ເດືອນ​ໃຫ້​ກຳ­ມະ­ກອນ ແລະ ຊາວ​ຜູ້​ອອກ­ແຮງ​ງານ​ຕາມ​ກອງ​ປະ­ຊຸມ​ອົງ­ການ 3 ຝ່າຍ​ດ້ານ​ແຮງ​ງານ ແລະ ຄະ­ນະ​ສະ­ເພາະ​ກິດ​ດ້ານ​ເສດ­ຖະ­ກິດ​ໄດ້​ຄົ້ນ­ຄວ້າ​ເປັນ​ເອ­ກະ​ພາບ​ກັນ ພ້ອມ​ນັ້ນ ຮຽກ­ຮ້ອງ​ຜູ້​ໃຊ້​ແຮງ​ງານ​ບໍ່​ຄວນ​ຊອກ​ເຫດ­ຜົນ​ເພື່ອ​ເປັນ​ການ​ຖ່ວງ​ດຶງ ບໍ່​ຈ່າຍ​ຄ່າ​ແຮງ​ງານ​ໃຫ້​ກຳ­ມະ­ກອນ​ເດືອນ​ເມ­ສາ ແລະ ບໍ່​ໃຫ້​ສວຍ­ໂອ­ກາດ​ປົດ​ຈຳ­ນວນ​ແຮງ​ງານ​ອອກ​ຈາກ​ວຽກ.

ນອກ​ນັ້ນ ການ​ແກ້​ໄຂ​ບັນ­ຫາ​ແຮງ​ງານ​ທີ່​ວ່າງ​ງານ​ໄລ­ຍະ​ຍາວ ສະ­ເໜີ​ໃຫ້​ພາກ​ລັດ​ເພີ່ມ​ການ​ກະ​ຕຸ້ນ​ເສດ­ຖະ­ກິດ​ໃຫ້​ແຂງ­ແຮງ​ກວ່າ​ເກົ່າ ດ້ວຍ​ການ​ສ້າງ​ທຸ­ລະ​ກິດ​ປະ­ກອບ​ການ​ໃໝ່ ສ້າງ​ວຽກ​ເຮັດ​ງານ​ທຳ​ເພີ່ມ​ຂຶ້ນ ສ້າງ​ລາຍ​ຮັບ​ໃຫ້​ແຮງ​ງານ​ກຳ­ມະ­ກອນ​ລາວ ແລະ ຄວນ​ໃຊ້​ໂອ­ກາດ​ໃນ​ການ​ດັດ­ສົມ ຈຳ­ກັດ​ແຮງ​ງານ​ຕ່າງ­ປະ­ເທດ​ເຂົ້າ​ລາວ​ໂດຍ​ບໍ່​ຈຳ­ເປັນ​ເຊັ່ນ: ກຳ­ມະ­ກອນ​ບໍ່​ມີ​ສີ­ມື ອາ­ຊີບ​ທີ່​ສະ­ຫງວນ​ໃຫ້​ຄົນ​ລາວ ຕາມ​ທີ່​ໄດ້​ລະ­ບຸ​ໄວ້​ໃນ​ກົດ­ໝາຍ​ວ່າ​ດ້ວຍ​ແຮງ​ງານ ແລະ ກົດ­ໝາຍ​ອື່ນໆ​ຢ່າງ​ເຂັ້ມ​ງວດ ພ້ອມ​ທັງ​ເປັນ​ການ​ສ້າງ​ກາ­ລະ​ໂອ­ກາດ​ໃຫ້​ແຮງ​ງານ​ລາວ​ທີ່​ເຄື່ອນ​ຍ້າຍ​ເຂົ້າ​ມາ​ຈາກ​ຕ່າງ­ປະ­ເທດ​ມີ​ວຽກ​ເຮັດ​ງານ​ທຳ​ຫຼາຍ​ຂຶ້ນ ຫຼຸດ­ຜ່ອນ​ການ​ເຄື່ອນ​ຍ້າຍ​ແຮງ​ງານ​ໄປ​ຕ່າງ­ປະ­ເທດ​ຜິດ​ກົດ­ໝາຍ ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະ­ນຸດ ແລະ ປາ­ກົດ­ການ​ຫຍໍ້­ທໍ້​ຕ່າງໆ ສະ­ເໜີ​ໃຫ້​ລັດ­ຖະ­ບານ ອົງ​ການ­ຈັດ­ຕັ້ງ​ສາ­ກົນ ເພີ່ມ​ງົບ­ປະ­ມານ​ໃຫ້​ອົງ­ການ​ກຳ­ມະ­ບານ​ໃນ​ການ​ຄຸ້ມ​ຄອງ ປົກ​ປ້ອງ​ສິດ ແລະ ຜົນ​ປະ­ໂຫຍດ​ອັນ​ຊອບ​ທຳ​ໃຫ້​ກຳ­ມະ­ກອນ ແລະ ຊາວ​ຜູ້​ອອກ­ແຮງ​ງານ ເຊິ່ງ​ຜ່ານ​ມາ​ອົງ­ການ​ກຳ­ມະ­ບານ​ໄດ້​ຮັບ​ງົບ­ປະ­ມານ​ຈຳ­ກັດ​ຫຼາຍ ບໍ່​ສາ­ມາດ​ເຄື່ອນ​ໄຫວ​ຊ່ວຍ­ເຫຼືອ​ກຳ­ມະ­ກອນ ແລະ ຊາວ​ຜູ້​ອອກ­ແຮງ​ງານ​ລາວ​ທີ່​ໄດ້ ເຊິ່ງ​ໄດ້​ຮັບ​ຜົນ​ກະ­ທົບ ບໍ່​ສາ­ມາດ​ປົກ​ປ້ອງ ແລະ ຜົນ​ປະ­ໂຫຍດ​ໃຫ້​ກຳ­ມະ­ກອນ​ໄດ້​ຢ່າງ​ທົ່ວ​ເຖິງ ແລະ ສະ­ເໜີ​ໃຫ້​ກຳ­ມະ­ກອນ-ຊາວ​ຜູ້​ອອກ­ແຮງ​ງານ​ຫັນ​ໄປ​ຊອກ​ວຽກ​ເຮັດ​ງານ​ທຳ​ອັນ​ໃໝ່ ເປັນ­ຕົ້ນ ຫັນ​ເປັນ​ຜູ້​ປະ­ກອບ​ການ​ດ້ວຍ​ຕົນ​ເອງ​ເຊັ່ນ ການ​ຜະ­ລິດ​ກະ­ສິ­ກຳ ຫັດ­ຖະ­ກຳ ເປີດ​ຮ້ານ​ຂາຍ­ເຄື່ອງ ສ້າງ​ເປັນ​ຜະ­ລິດ​ຕະ​ພັນ​ຂອງ​ຕົນ​ເອງ ແລະ ອື່ນໆ ເພີ່ມ​ສ້າງ​ລາຍ​ຮັບ​ແກ້​ໄຂ​ຊີ­ວິດ​ການ​ເປັນ​ຢູ່ ເພິ່ງ​ຕົນ​ເອງ ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມ­ແຂງ​ດ້ວຍ​ຕົນ​ເອງ​ເທື່ອ​ລະ​ກ້າວ.

# ຂ່າວ & ພາບ: ຂັນ​ທະ­ວີ

error: Content is protected !!