ເຊີນຊວນເຂົ້າຮ່ວມແຂ່ງຂັນເລື່ອງສັ້ນ ມິດຕະພາບລາວ-ຫວຽດນາມຄົບຮອບ 60 ປີ

    ວັນທີ 9 ພຶດສະພາ 2022 ຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ສະຖານທູດລາວ ປະຈຳຫວຽດນາມ ຮວມກັບວາລະສານຍຸກສະໄໝ ແລະ ສະມາຄົມມິດຕະພາບ ຫວຽດນາມ-ລາວ ຈັດກອງປະຊຸມລະດົມການປະກວດເລື່ອງສັ້ນມິດຕະພາບລາວ-ຫວຽດນາມ ຄົບຮອບ 60 ປີ ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຫວຽດນາມ-ລາວ ໂດຍມີທ່ານ ຟານແອງເຊີນ ຮອງປະທານເລຂາທິການສະຫະພັນ ບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ທ່ານ ຈັນທະພອນ ຄຳມະນີຈັນ ອຸປະທູດຊົ່ວຄາວແຫ່ງ ສປປ ລາວ ປະຈຳຫວຽດນາມ ແລະ ບັນດາການນຳຂອງສະມາຄົມມິດຕະພາບ ຫວຽດນາມ-ລາວ ສະມາຄົມມິດຕະພາບ ລາວ-ຫວຽດນາມ.

    ການລະດົມການປະກວດເລື່ອງສັ້ນມິດຕະພາບລາວ-ຫວຽດນາມ ຄົບຮອບ 60 ປີ ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຫວຽດນາມ-ລາວ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 9 ພຶດສະພາ 2022 ຫາວັນທີ 31 ສິງຫາ 2022 ທ່ານ ຟານແອງເຊີນ ມີຄວາມເຫັນວ່າ: “ ການແຂ່ງຂັນແມ່ນເປີດໂອກາດເພື່ອໃຫ້ປະຊາຊົນ ພະນັກງານ ອະດີດທະຫານ ນັກປະພັນ ນັກສິລະປິນ ນັກຮຽນ-ນັກສຶກສາ ແລະ ປະຊາຊົນທຸກຊັ້ນຄົນຂອງສອງປະເທດ ຫວນຄືນ ເລົ່າຄືນ ແລະ ຂຽນກ່ຽວກັບຄວາມຊົງຈຳຂອງການຮ່ວມມືຂອງສອງປະເທດ ເລື່ອງລາວທີ່ຕື້ນຕັນໃຈ ສູງສົ່ງ ໜ້າຈົດຈໍາ ແລະ ເອກອ້າງທະນົງໃຈ ກ່ຽວກັບສາຍພົວພັນມິດຕະພາບ ຫວຽດນາມ-ລາວ ລາວ-ຫວຽດນາມ”.

    ທ່ານ ພົນຕີ ຫງວຽນຕ໊ຽນລອງ ຮອງປະທານສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ ມີຄວາມເຫັນຕື່ມວ່າ: ບັນດາບົດເລື່ອງສັ້ນ ບົດຄວາມທີ່ມີເນື້ອໃນອັນເປັນຄຸນຄ່າທາງປະຫວັດສາດແຫ່ງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ ຕ້ອງສືບຕໍ່ໄດ້ຮັບການໂຄສະນາອີກຕໍ່ໄປ ການແຂ່ງຂັນຄັ້ງນີ້ ເປັນການສົ່ງເສີມບັນດາຄຸນຄ່າອັນສູງສົ່ງຂອງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ ພິເສດແມ່ນໄວໜຸ່ມ ດ້ວຍແບບວິທີໃໝ່ ແລະ ດຶງດູດກວ່າເກົ່າ ຄຽງຄູ່ກັນນັ້ນ ຍັງໄດ້ປະກອບສ່ວນຊຸກຍູ້ຄວາມສາມັກຄີແບບພິເສດຂອງຊາວຫວຽດນາມ ກັບບັນດາປະເທດ ແລະ ເພື່ອນມິດໃນໂລກ.

    ສະມາຄົມມິດຕະພາບ ຫວຽດນາມ-ລາວ ຈະຕັ້ງໜ້າຜັນຂະຫຍາຍບັນດາເນື້ອໃນຂອງການແຂ່ງຂັນໃຫ້ພະນັກງານ ສະມາຊິກພັກໃນທົ່ວປະເທດ ພ້ອມກັນນັ້ນ ຈະປະກອບສ່ວນໂຄສະນາເຜີຍແຜ່ລົງເຖິງປະຊາຊົນ ເພື່ອໃຫ້ປະສົບຜົນດີງາມ.

    ທ່ານ ສາຍຂອງ ສາຍນະສິນ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກີລາ ຮອງປະທານ ທັງເປັນເລຂາທິການສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູງກາງ ໄດ້ຕີລາຄາສູງການຈັ ຕັ້ງການແຂ່ງເລື່ອງສັ້ນມິດຕະພາບລາວ-ຫວຽດນາມຄົບຮອບ 60 ປີ ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຫວຽດນາມ-ລາວ ນີ້ ແມ່ນເຫດການທີ່ມີຄວາມໝາຍສໍາຄັນສໍາລັບການຊຸກຍູ້ ແລະ ສົ່ງເສີມໄວໜຸ່ມຮ່ຳຮຽນ ແລະ ຮັບຮູ້ຄວາມສຳຄັນຂອງສາຍພົວພັນແບບພິເສດ ລາວ-ຫວຽດນາມ ແລະ ຢືນຢັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ-ຫວຽດນາມ  ຄະນະຈັດຕັ້ງຈະໝູນໃຊ້ປະສົບການຂອງຕົນເພື່ອກວດກາ  ແລະ  ຄັດເລືອກບົດປະພັນທີ່ມີຄວາມໝາຍທີ່ສຸດຂອງຜູ້ເຂົ້າຮ່ວມການແຂ່ງຂັນ ເພື່ອໃຫ້ປະຊາຊົນສອງປະເທດໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສາຍພົວພັນມິດຕະພາບແບບພິເສດ ບໍລິສຸດຜຸດຜ່ອງ ແລະ ຫາຍາກຢູ່ໃນໂລກ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.

    ໂອກາດດຽວກັນ ທ່ານ ຈັນທະພອນ ຄໍາມະນີຈັນ ໃຫ້ຮູ້ວ່າ: ການແຂ່ງຂັນເລື່ອງສັ້ນມິດຕະພາບລາວຫວຽດນາມຄົບຮອບ 60 ປີ ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຫວຽດນາມ-ລາວ ມີເປົ້າໝາຍເພື່ອຊອກຄືນ ແລະ ເຕົ້າໂຮມບັນດາຄວາມຊົງຈຳ ວັດຖຸພັນທີ່ປະຖົມປະຖານ ເລັກໆນ້ອຍໆ ເກົ່າແກ່ ແຕ່ບັນຈຸ ແລະ ຮັກສາບັນດາຄຸນຄ່າອັນລໍ້າຄ່າຂອງຄວາມຮູ້ສຶກ ແລະ ປະຫວັດສາດການພົວພັນລະຫວ່າງປະຊາຊົນສອງປະເທດ.

    ບົດທີ່ເຂົ້າຮ່ວມ ແມ່ນບົດຂຽນ ຄລິບວີດີໂອ ເອົາດີໂອກ່ຽວກັບເລື່ອງລາວທີ່ກ່ຽວຂ້ອງກັບຂອງທີ່ລະນຶກຂອງຕົນ ບົດທີ່ເຂົ້າຮ່ວມອາດຈະຂຽນ ເລົ່າເລື່ອງຄວາມຊົງຈຳກ່ຽວກັບຂອງທີ່ລະນຶກອັນໜຶ່ງ ຫຼື ຫຼາຍກວ່ານັ້ນ ໂດຍເປັນພາສາຫວຽດ ຫຼື ພາສາລາວ ຜູ້ຂຽນແຕ່ລະຄົນ/ກຸ່ມ ສາມາດສົ່ງ 1-5 ບົດເຂົ້າຮ່ວມ ບົດຂຽນຕ້ອງມີຮູບພາບ ຂອງທີ່ລະນຶກ ແລະ ເອກະສານສາລະຄະດີທີ່ກ່ຽວຂ້ອງຕິດຄັດໄປນຳ ແຕ່ລະບົດທີ່ເຂົ້າຮ່ວມ ຕ້ອງມີຄວາມຍາວບໍ່ເກີນ 2.000 ຄໍາ (ພາສາຫວຽດ) ຂອງທີ່ລະນຶກໄດ້ຂຽນ ອະທິບາຍແມ່ນບັນດາວັດຖຸພັນຂອງບຸກຄົນ ອົງການຈັດຕັ້ງກ່ຽວກັບການພົວພັນລະຫວ່າງບຸກຄົນ ໝູ່ຄະນະ ໜ່ວຍງານ ແລະ ທ້ອງຖິ່ນລະຫວ່າງຫວຽດນາມ ແລະ ລາວ ບັນດາວັດຖຸພັນແມ່ນວັດຖຸສິ່ງຂອງ (ໝວກ ເສື້ອ ກະເປົ໋າ ໄຟສາຍ ອື່ນໆ) ວັດຖຸພັນທີ່ຈົດກ່າຍບັນທຶກ ບົດປະພັນວັນນະຄະດີ ແລະ ສິລະປະ (ຈົດໝາຍ ບົດເພງ ບົດກະວີ ຮູບພາບ) ວັດຖຸພັນຕ້ອງມີການເກັບຮັກສາໄວ້ຢ່າງໜ້ອຍສຸດ 5 ປີ (ແຕ່ປີ 2017) ວັດຖຸເຫຼົ່ານັ້ນຕ້ອງມີປະຫວັດ ຕົ້ນກໍາເນີດ ແລະ ເນື້ອໃນ ເຫດຜົນໃນການເກັບຮັກສາ ວັດຖຸທີ່ບໍ່ນອນໃນປະເພດທີ່ມີຄວາມຂັດແຍ້ງກ່ຽວກັບສິດເປັນເຈົ້າຂອງ ບໍ່ຢູ່ໃນບັນຊີລາຍຊື່ວັດຖຸ ສິນຄ້າ ແລະ ອື່ນໆ ເຊິ່ງຖືເປັນຂອງຜິດກົດໝາຍ ຫຼື ເກັບຮັກສາໄວ້ແບບຜິດກົດໝາຍຫວຽດນາມ ແລະ ລາວ.

    ຜູ້ຂຽນສາມາດເລືອກ 3 ວີທີເພື່ອສົ່ງບົດເຂົ້າຮ່ວມການປະກວດດັ່ງຕໍ່ໄປນີ້: ວິທີທີ 1: ສົ່ງ CD/DVD USB ເອກະສານຜ່ານທາງໄປສະນີ ຫຼື ໂດຍກົງໄປຍັງຄະນະຈັດຕັ້ງການແຂ່ງຂັນ “ໃຫ້ຂອງທີ່ລະລຶກເລົ່າເລື່ອງ” ທີ່ຢູ່ ວາລະສານຍຸກສະໄໝ ເລກທີ 61 ບ່າຈ້ຽວ ຕາແສງ ຮ່າງບ່າຍ ເມືອງ ຮວ່ານກ໋ຽມ ນະຄອນຫຼວງຮ່າໂນ້ຍ) ເບີໂທລະສັບ 84-24-39445396 ໂທລະສັບສາຍດ່ວນ: 097.681.2201.

   ວິທີທີ 2: ສົ່ງເອກະສານການເຂົ້າທີ່ຢູ່ ອີເມວ: toasoan@thoidai.com.vn ວິທີທີ 3: ສົ່ງເຂົ້າເວັບໄຊຂອງການແຂ່ງຂັນ ຜູ້ເຂົ້າຮ່ວມສາມາດເຂົ້າໃນ 3 ເວັບໄຊ: https://thoidai.com.vn/; https://huunghivietlao.thoidai.com.vn/ ; http://60namvietlao.thoidai.com.vn/ ຈະໄດ້ຮັບຄຳແນະນຳລະອຽດກ່ຽວກັບການແຂ່ງຂັນ.

    ຄະນະຈັດຕັ້ງ ເປີດຮັບບົດເຂົ້າຮ່ວມການປະກວດແຕ່ວັນທີ 9 ພຶດສະພາ 2022 ເຖິງວັນທີ 31 ສິງຫາ 2022 (ຕາມວັນທີຝາກທາງໄປສະນີ ຫຼື ວັນທີຮັບບົດເຂົ້າຮ່ວມ ຜ່ານທາງອີເມວ ເວັບໄຊຂອງຄະນະຈັດຕັ້ງ). ໂຄງປະກອບລາງວັນ ປະກອບມີ: ລາງວັນພິເສດ 1 ລາງວັນ ລາງວັນທີໜຶ່ງ 5 ລາງວັນ ລາງວັນທີສອງ 15 ລາງວັນ ລາງວັນທີສາມ 20 ລາງວັນ ແລະ ລາງວັນຊົມເຊີຍ 30 ລາງວັນ ພິທີມອບລາງວັນ (ຄາດວ່າຈະຈັດຂຶ້ນໃນເດືອນກັນຍາ 2022).

error: Content is protected !!