ການບິນລາວ ກຽມຄວາມພ້ອມເປີດຖ້ຽວບິນພາຍໃນ ເລີ່ມ 22 ພຶດສະພານີ້

ທ່ານ ຄຳ​ຫຼ້າ ພົມ​ມະ​ວັນ ຜູ້­ອຳ­ນວຍ­ການ​ລັດ​ວິ​ສາ​ຫະ​ກິດ​ການ­ບິນ​ລາວ ໃຫ້​ສຳ­ພາດ​ວັນ​ທີ 19 ພຶດ­ສະ­ພາ 2020 ວ່າ: ແຜນ­ການ​ເປີດ​ຖ້ຽວ​ບິນ​ເສັ້ນ­ທາງ​ພາຍ​ໃນ​ປະ­ເທດ​ຄືນ ເລີ່ມ​ຖ້ຽວ​ບິນ​ທຳ​ອິດ​ນັບ​ແຕ່​ວັນ​ທີ 22 ພຶດ­ສະ­ພາ 2020 ເປັນ­ຕົ້ນ​ໄປ ເຊິ່ງ​ບິນ​ເສັ້ນ­ທາງ​ພາຍ​ໃນ​ປະ­ເທດ​ທັງ​ໝົດ​ມີ 6 ເສັ້ນ­ທາງ​ຄື: ເສັ້ນ­ທາງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ)-ຫຼວງ​ພະ​ບາງ-ນວ ບິນ 4 ຖ້ຽວ​ຕໍ່​ອາ­ທິດ (ວັນ​ຈັນ ວັນ​ພຸດ ວັນ​ສຸກ ແລະ ອາ­ທິດ) ເສັ້ນ­ທາງ ນວ-ປາກ​ເຊ-ນວ ບິນ 4 ຖ້ຽວ​ຕໍ່​ອາ­ທິດ (ວັນ​ຈັນ ພຸດ ສຸກ ແລະ ອາ­ທິດ) ນວ-ສະ­ຫວັນ​ນະ​ເຂດ-ນວ ບິນ 3 ຖ້ຽວ​ຕໍ່​ອາ­ທິດ (ວັນ​ຈັນ ວັນ​ພຸດ ວັນ​ສຸກ) ເສັ້ນ­ທາງ ນວ-ຊຽງ​ຂວາງ-ນວ ບິນ 3 ຖ້ຽວ​ຕໍ່​ອາ­ທິດ (ວັນ​ຈັນ ວັນ​ພຸດ ວັນ​ສຸກ) ເສັ້ນ­ທາງ ນວ-ອຸ­ດົມ​ໄຊ-ນວ ບິນ 3 ຖ້ຽວ​ຕໍ່​ອາ­ທິດ (ວັນ​ອັງ­ຄານ ວັນ​ພະ­ຫັດ ວັນ​ເສົາ) ເສັ້ນ­ທາງ ນວ-ຫຼວງ​ນ້ຳ​ທາ-ນວ ບິນ 4 ຖ້ຽວ​ຕໍ່​ອາ­ທິດ (ວັນ​ຈັນ ວັນ​ພຸດ ວັນ​ສຸກ ວັນ​ອາ­ທິດ).

ການ​ກະ­ກຽມ​ຄວາມ​ພ້ອມ ໃຫ້​ແກ່​ການ​ເປີດ​ຖ້ຽວ​ບິນ​ສາຍ­ພາຍ​ໃນ​ປະ­ເທດ​ຄືນ­ໃໝ່ ເພື່ອ​ຮັບ­ປະ­ກັນ​ຄວາມ​ປອດ​ໄພ ກໍ​ໄດ້​ມີ​ມາດ​ຕະ­ການ​ເຂັ້ມ​ງວດ​ຄື: ມີ​ການ​ຂ້າ​ເຊື້ອ​ໃນ​ເຮືອ­ບິນ​ກ່ອນ​ຂຶ້ນ​ເຮືອ­ບິນ​ທຸກ​ຄັ້ງ ກ່ອນ​ເຂົ້າ​ປະ­ຕິ­ບັດ​ງານ​ຂອງ​ພະ­ນັກ­ງານ​ແຈ້ງ​ປີ້ ທຸກ​ຄົນ​ຕ້ອງ​ໄດ້​ວັດ­ແທກ​ອຸ​ຫະ​ພູມ ລວມ​ທັງ​ຈຸ​ບິນ ອຸນ­ຫະ­ພູມ​ແມ່ນ​ບໍ່​ໃຫ້​ສູງ​ກາຍ 37,5 ອົງ­ສາ ແລະ ມີ​ອຸ­ປະ­ກອນ​ປ້ອງ​ກັນ​ຕົນ​ເອງ​ຕະ­ຫຼອດ​ການ​ປະ­ຕິ­ບັດ​ໜ້າ­ທີ່​ເຊັ່ນ: ຜ້າ​ອັດ​ປາກ-ດັງ ຖົງ­ມື ແລະ ນ້ຳ​ຢາ​ລ້າງ​ມື ວັດ­ແທກ​ອຸ​ຫະ​ພູມ​ຮ່າງ­ກາຍ​ໃຫ້​ຜູ້­ໂດຍ­ສານ​ທຸກ​ຄົນ ກ່ອນ​ເວ­ລາ​ຈະ­ແຈ້ງ​ປີ້ ແລະ ຜູ້­ໂດຍ­ສານ​ຕ້ອງ​ມາ​ແຈ້ງ​ດ້ວຍ​ຕົນ​ເອງ ຫ້າມ​ບໍ່​ໃຫ້​ຄົນ​ອື່ນ​ມາ​ແຈ້ງ​ປີ້​ໃຫ້​ຢ່າງ​ເດັດ­ຂາດ ກ່ອນ​ຂຶ້ນ​ເຮືອ­ບິນ ຜູ້­ໂດຍ­ສານ​ຕ້ອງ​ໃສ່​ຜ້າ​ປິດ​ປາກ​ທຸກ​ຄົນ ຕະ­ຫຼອດ​ໄລ­ຍະ​ການ​ເດີນ­ທາງ ແລະ ລວມ​ທັງ​ພະ­ນັກ­ງານ​ຈຸ​ບິນ​ທີ່​ປະ­ຕິ­ບັດ​ໜ້າ­ທີ່​ຮັບ​ໃຊ້​ຖ້ຽວ​ບິນ​ນັ້ນ ກຳ­ນົດ​ເວັ້ນ​ໄລ­ຍະ​ຫ່າງ​ຂອງ​ຜູ້­ໂດຍ­ສານ 1 ແມັດ ໃນ​ເວ­ລາ​ແຈ້ງ​ປີ້ ແລະ ເວ­ລາ​ປ່ອຍ​ຜູ້­ໂດຍ­ສານ​ຂຶ້ນ​ເຮືອ­ບິນ ການ​ບໍ­ລິ­ການ​ເທິງ​ເຮືອ­ບິນ ແມ່ນ​ບໍ່​ໃຫ້​ມີ​ການ​ສຳ­ຜັດ​ກັນ​ລະ­ຫວ່າງ​ພະ­ນັກ­ງານ​ຈຸ​ຫ້ອງ​ໂດຍ­ສານ (ພະ­ນັກ­ງານ​ບໍ­ລິ­ການ​ຢູ່​ເທິງ​ເຮືອ­ບິນ) ແລະ ຜູ້­ໂດຍ­ສານ ທາງ​ການ­ບິນ​ລາວ​ຈະ​ຢຸດ­ຕິ​ການ​ເສີບ​ອາ­ຫານ ເຂົ້າ­ໜົມ ນ້ຳ​ຊາ ແລະ ກາ­ເຟ ຈະ​ມີ​ແຕ່​ນ້ຳ​ດື່ມ​ໄວ້​ບໍ­ລິ­ການ​ໃຫ້​ຜູ້­ໂດຍ­ສານ ໂດຍ​ຈະ​ຈັດ​ວາງ​ໃສ່​ໂຕະ​ໄວ້​ຈຸດ​ທີ່​ປ່ອຍ​ຜູ້­ໂດຍ­ສານ​ຂຶ້ນ​ເຮືອ­ບິນ ແລະ ແນະ­ນຳ​ໃຫ້​ຜູ້­ໂດຍ­ສານ​ແຕ່​ລະ​ທ່ານ ຈັບ​ເອົາ​ດ້ວຍ​ຕົນ​ເອງ​ຕະ­ຫຼອດ​ໄລ­ຍະ​ເວ­ລາ​ທີ່​ບໍ່​ໄດ້​ບິນ (ຈອດ​ເຮືອ­ບິນ) ເຮົາ​ຍັງ​ໄດ້​ມີ​ການ​ສ້ອມ​ບຳ­ລຸງ​ຮັກ­ສາ​ເຮືອ­ບິນ​ເປັນ​ປົກ­ກະ­ຕິ ຕາມ​ມາດ­ຕະ­ຖານ​ສາ­ກົນ.

# ຂ່າວ & ພາບ: ຂັນ​ທະ­ວີ

error: Content is protected !!