ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການຄວບຄຸມຢາສູບ (ສະບັບປັບປຸງ) ຈັດຂຶ້ນວັນທີ 29 ເມສາ 2022 ທີ່ສູນເຝິກອົບຮົມສູນກາງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານນາງ ຄັດທະນະພອນ ພັນດວງສີ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ມີຫົວໜ້າຫ້ອງການ ກົມ ກອງ ສະຖາບັນ ສູນ ໂຮງໝໍຕ່າງໆ ພ້ອມດ້ວຍພະນັກງານ ແລະ ວິຊາການອ້ອມຂ້າງກະຊວງສາທາລະນະສຸກເຂົ້າຮ່ວມ.


ທ່ານ ນາງ ຄັດທະນະພອນ ພັນດວງສີ ກ່າວວ່າ: ກົດໝາຍວ່າດ້ວຍການຄວບຄຸມຢາສູບ ສະບັບປັບປຸງ ເລກທີ 09/ສພຊ ລົງວັນທີ 16 ພະຈິກ 2021 ໄດ້ຖືກຮັບຮອງຈາກສະພາແຫ່ງຊາດ ແລະ ປະທານປະເທດ ໄດ້ອອກລັດຖະດຳລັດປະກາດໃຊ້ ສະບັບເລກທີ 240/ປປທ ລົງວັນທີ 29 ທັນວາ 2021 ແລະ ໄດ້ລົງຈົດໝາຍເຫດທາງລັດຖະການ 15 ວັນ ເຊິ່ງມີຜົນບັງຄັບໃຊ້ໃນວັນທີ 24 ມີນາ 2022. ເພື່ອຮັບປະກັນໃຫ້ກົດໝາຍວ່າດ້ວຍການຄວບຄຸມຢາສູບຂອງ ສປປ ລາວ ສອດຄ່ອງກັບສະພາບການປ່ຽນແປງກ່ຽວກັບການຜະລິດ ການນຳເຂົ້າ ແລະ ການຊື້-ຂາຍ ຜະລິດຕະພັນຢາສູບ ທັງເຮັດໃຫ້ເນື້ອໃນຂອງກົດໝາຍມີຄວາມຮັດກຸມ ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ ເຮັດໃຫ້ອົງການທີ່ຮັບຜິດຊອບວຽກງານຄວບຄຸມຢາສູບ ກໍຄືຂະແໜງການສາທາລະນະສຸກ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ສາມາດເຄື່ອນໄຫວວຽກງານຄວບຄຸມຢາສູບໄດ້ຢ່າງມີປະສິດທິພາບ ແລະ ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ທັງຮັບປະກັນການຫຼຸດຜ່ອນການສູບຢາຂອງປະຊາຊົນບັນດາເຜົ່າ ຫຼຸດຜ່ອນການເປັນພະຍາດ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນຈາກການຊົມໃຊ້ຢາສູບ ສົ່ງເສີມໃຫ້ພົນລະເມືອງທຸກຄົນມີສຸຂະພາບແຂງແຮງ ແລະ ມີອາຍຸຍືນຍາວ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງກົດໝາຍວ່າດ້ວຍການຄວບຄຸມຢາສູບໃຫ້ລະອຽດ ຈະແຈ້ງ ແລະ ທັງເປັນການຍົກລະດັບມາດຕະການປ້ອງກັນ ແລະ ສົ່ງເສີມສຸຂະພາບແກ່ພົນລະເມືອງ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ ໃຫ້ມີຄວາມສອດຄ່ອງກັບສົນທິສັນຍາສາກົນວ່າດ້ວຍການຄວບຄຸມຢາສູບທີ່ ສປປ ລາວ ເປັນພາຄີ.
ຈາກຜົນການສຳຫຼວດແຫ່ງຊາດກ່ຽວກັບການສູບຢາ ສະແດງໃຫ້ເຫັນວ່າ ອັດຕາການສູບຢາຂອງຄົນລາວ ຍັງສືບຕໍ່ເພີ່ມຂຶ້ນຈາກ 25,5% ໃນປີ 2012 ເປັນ 27,9% ໃນປີ 2015 ແລະ ອີງຕາມການສຶກສາຂອງ UNDP ໃນປີ 2019 ຄິດໄລ່ຄ່າໃຊ້ຈ່າຍທັງທາງກົງ ແລະ ທາງອ້ອມ ໃນການປິ່ນປົວພະຍາດທີ່ເກີດຈາກການສູບຢາໃນລະດັບຊາດແມ່ນ 350 ລ້ານໂດລາສະຫະລັດ ຫຼື ປະມານ 2,3% ຂອງ GDP ຖ້າບໍ່ມີມາດຕະການຄວບຄຸມທີ່ເໝາະສົມ ການຕາຍຍ້ອນຢາສູບໃນໂລກນີ້ຈະເພີ່ມຂຶ້ນເປັນປີລະ 10 ລ້ານຄົນ ພາຍໃນປີ 2030 ສຳລັບ ຢູ່ສປປ ລາວ ມີຄົນເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບປະມານ 7.000 ຄົນຕໍ່ປີ ຫຼື ປະມານ 19 ຄົນຕໍ່ມື້.
# ຂ່າວ – ພາບ : ຊິລິການດາ