ເສີມຂະຫຍາຍວຽກງານ 3 ດີ ແລະ ການສ້າງຄອບຄົວແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ

    ສະຫະພັນແມ່ຍິງເມືອງສີສັດຕະນາກ ຮ່ວມກັບສະຫະພັນແມ່ຍິງນະຄອນຫຼວງວຽງຈັນ (ນວ) ຈັດກອງ ເຜີຍແຜ່ວຽກງານ 3 ດີ ແລະ ການສ້າງຄອບຄົວແມ່ຍິງ 3 ດີ ໃຫ້ແກ່ເອື້ອຍນ້ອງແມ່ຍິງເມືອງສີສັດຕະ ນາກ ນວ ໃນວັນທີ 27 ເມສາ 2022 ທີ່ສະໂມສອນເມືອງດັ່ງກ່າວ ໂດຍມີທ່ານນາງ ຫຼຽນຄຳ ວິລະພັນ ປະທານ ສະຫະພັນແມ່ຍິງ ນວ ທ່ານ ວິລະກອນ ສູນດາລາ ຮອງເລຂາພັກເມືອງ ຜູ້ຊີ້ນຳອົງການຈັດຕັ້ງ ມະຫາຊົນ ພ້ອມດ້ວຍເອື້ອຍສະຫະພັນແມ່ຍິງຈາກຫ້ອງການ ແລະ ຮາກຖານບ້ານພາຍໃນເມືອງ ເຂົ້າຮ່ວມ.

    ກອງປະຊຸມໃນຄັ້ງນີ້ ຈະໄດ້ຟັງການເຜີຍແຜ່ວຽກງານ 3 ດີ ແລະ ວຽກງານການສ້າງຄອບຄົວແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາ ຕາມທິດ 3 ສ້າງ ພ້ອມທັງຈະໄດ້ເຮັດບົດທົດລອງຕາມແບບ ຟອມ ວຽກງານ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ ລວມທັງຖອດຖອນບົດຮຽນ ກ່ຽວກັບວຽກງານການຄຸ້ມຄອງຂອງກຸ່ມທ້ອນເງິນຂັ້ນບ້ານຕື່ມອີກ.

    ທັງນີ້ກໍເພື່ອເຮັດໃຫ້ເອື້ອຍນ້ອງສະຫະພັນແມ່ຍິງແຕ່ລະພາກສ່ວນໄດ້ຮຽນຮູ້ ເຂົ້າໃຈຢ່າງເລິກເຊິ່ງ ສ້າງຄວາມເປັນເອກະພາບໃນການຈັດຕັ້ງຜັນຂະຫຍາຍວຽກງານ 3 ດີ ແລະ ການສ້າງຄອບຄົວແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ ໃຫ້ເກີດດອກອອກຜົນ ແລະ ມີປະສິດທິຜົນ ກວ່າເກົ່າ.

# ຂ່າວ – ພາບ : ບຸນມີ

error: Content is protected !!