ປິດເຝິກອົບຮົມການສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດແລະ ສະມາຊິກສະພາປະຊາຊົນ

    ກອງປະຊຸມເຝິກອົບຮົມການສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ໄດ້ປິດລົງວັນທີ 29 ເມສາ 2022 ທີ່ຫ້ອງວ່າການ ນວ ເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ ມີສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນວ ແລະ ສະມາຊິກສະພາປະຊາຊົນ ນວ ເຂົ້າຮ່ວມ.

    ທ່ານ ອານຸພາບ ຕຸນາລົມ ກ່າວວ່າ: ກອງປະຊຸມເຝິກອົບຮົມວຽກງານສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກ ສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນ ນວ ຊຸດທີ II ໄດ້ດໍາເນີນມາເປັນເວລາ  2  ວັນເຄິ່ງ  ເຊິ່ງໄລຍະການເຝິກອົບຮົມ ເຫັນວ່າບັນດາທ່ານໄດ້ເອົາໃຈໃສ່ຕິດຕາມຮັບຟັງການສະເໜີບົດຮຽນ ຄົ້ນຄວ້າປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນ ເພື່ອຍາດແຍ່ງເອົາບົດຮຽນ ແລະ ປະສົບການ ກັບວິທະຍາກອນແຕ່ລະທ່ານທີ່ຂຶ້ນສະເໜີບົດ ເຊິ່ງບັນດາເນື້ອໃນທີ່ນໍາມາເຝິກອົບຮົມຄັ້ງນີ້ ລ້ວນແຕ່ຕິດພັນໂດຍກົງກັບການປະຕິບັດພາລະບົດບາດໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ໃຫ້ນັບມື້ມີຄຸນນະພາບສູງຂຶ້ນ ຂ້າພະເຈົ້າຫວັງວ່າ ບັນດາທ່ານຈະນໍາເອົາໝາກຜົນຂອງການດໍາເນີນກອງປະຊຸມຄັ້ງນີ້ໄປເປັນພື້ນຖານໃນການນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານໃນນາມເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນໃຫ້ດີຂຶ້ນເປັນກ້າວໆ ໂດຍສະເພາະ ໃນໄລຍະການດໍາເນີນກອງປະຊຸມຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນນະຄອນຫຼວງ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!