ທ່ານ ຮສ ດຣ ບຸນກອງ ສີຫາວົງ ໄດ້ຮັບຫຼຽນກຽດຕິຄຸນຈາກລັດຖະບານຍີ່ປຸ່ນ

    ລັດຖະບານຍີ່ປຸ່ນ ປະກາດລາຍຊື່ຜູ້ທີ່ໄດ້ຮັບຫຼຽນກຽດຕິຄຸນສໍາລັບຄົນຕ່າງປະເທດ ຂອງລະດູໃບໄມ້ປົ່ງ ປະຈໍາປີ 2022 ວັນທີ 29 ເມສາ 2022 ໃນນີ້ ທ່ານ ຮສ ດຣ ບຸນກອງ ສີຫາວົງ ອະດີດລັດຖະມົນຕີກະຊວງສາທາລະນະສຸກ ກໍເປັນໜຶ່ງໃນບັນຫາທ່ານທີ່ໄດ້ຮັບຫຼຽນກຽດຕິຄຸນດັ່ງກ່າວ ໂດຍຫຼຽນທີ່ຈະມອບໃຫ້ຄັ້ງນີ້ ແມ່ນຫຼຽນກຽດຕິຄຸນອາທິດອຸໄທ ດາວຄໍາ ແລະ ດາວເງິນ (ຊັ້ນ 2) ທີ່ມີຄວາມໝາຍບົ່ງບອກເຖິງການຢືນຢັນຜົນງານການປະກອບສ່ວນອັນໃຫຍ່ຫຼວງ ແລະ ພົ້ນເດັ່ນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງຍີ່ປຸ່ນ ແລະ ສປປ ລາວ ໃນຂະແໜງສາທາລະນະສຸກ ຫຼຽນກຽດຕິຄຸນອາທິດອຸໄທ ເປັນຫຼຽນຂອງປະເທດຍີ່ປຸ່ນ ເຊິ່ງຈະມອບເປັນລາງວັນແກ່ບັນດາຜູ້ທີ່ປະສົບຜົນສໍາເລັດໃນການເສີມຂະຫຍາຍສາຍພົວພັນມິດຕະພາບສອງຝ່າຍຢ່າງພົ້ນເດັ່ນ.

    ໃນໄລຍະດໍາລົງຕໍາແໜ່ງເປັນລັດຖະມົນຕີກະຊວງສາທາລະນະສຸກ ປີ 2016-2021 ທ່ານ ຮສ ດຣ ບຸນກອງ ສີຫາວົງ ໄດ້ປະກອບສ່ວນໃນໂຄງການລິເລີ່ມດ້ານຂະແໜງສາທາລະນະສຸກ ແລະ ສະຫວັດດີການຂອງອາຊີ (AHWIN) ເຊິ່ງເປັນໂຄງການຂອງລັດຖະບານຍີ່ປຸ່ນ ມີເປົ້າໝາຍໃນການສ້າງສຸຂະພາບ ສັງຄົມທີ່ມີຊີວິດຊີວາເພື່ອຊີວິດທີ່ຍືນຍາວ ແລະ ການຈະເລີນເຕີບໃຫຍ່ທີ່ຍືນຍົງໃນອາຊີ ເຊິ່ງທ່ານ ຮສ ດຣ ບຸນກອງ ສີຫາວົງ ໄດ້ຊຸກຍູ້ໂຄງການຢ່າງຕັ້ງໜ້າ ໃນນີ້ ໄດ້ມີການລົງນາມບົດບັນທຶກການຮ່ວມມືໃນຂະແໜງສາທາລະນະສຸກລາວກັບລັດຖະບານຍີ່ປຸ່ນ ສິ່ງດັ່ງກ່າວ ໄດ້ເພີ່ມທະວີຮັດແໜ້ນສາຍພົວພັນການຮ່ວມມືຂອງສອງປະເທດໃນຂະແໜງສາທາລະນະສຸກໃຫ້ໝັ້ນຄົງທະນົງແກ່ນຍິ່ງຂຶ້ນ ນອກນີ້ ຍັງມີໂຄງການປັບປຸງຄຸນນະພາບດ້ານການບໍລິການດ້ານສາທາລະນະສຸກ ແລະ ການສົ່ງເສີມການຈັດຕັ້ງປະຕິບັດລະບົບໃບປະກອບອາຊີບສໍາລັບພະຍາບານໃນ ສປປ ລາວ ເຊິ່ງທ່ານ ຮສ ດຣ ບຸນກອງ ສີຫາວົງ ໄດ້ຕັ້ງໜ້າຮັບເອົາການເຂົ້າມາເຮັດວຽກຂອງຜູ້ຊ່ຽວຊານຍີ່ປຸ່ນ ລວມເຖິງຮັບເອົາທີ່ປຶກສານະໂຍບາຍດ້ານສາທາລະນະສຸກຂອງອົງການໄຈກາ ພະຍາບານອາສາສະໝັກໃນນາມອາສາສະໝັກຮ່ວມມືສາກົນຍີ່ປຸ່ນ (JOCV) ວິຊາການຫ້ອງປະຕິບັດການດ້ານຄລີນິກ ແລະ ວິຊາການດ້ານລັງສີວິທະຍາ ໃນໄລຍະເປັນຮອງລັດຖະມົນຕີກະຊວງສາທາລະນະສຸກ ປີ 2011-2016 ທ່ານຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການເສີມສ້າງສາຍພົວພັນອັນດີງາມກັບສະຖາບັນການແພດ ແລະ ສະຖາບັນການສຶກສາຕ່າງໆຂອງຍີ່ປຸ່ນ ເປັນເວລາຫຼາຍປີ.

    ໃນໄລຍະເປັນຮອງຜູ້ອໍານວຍການໂຮງໝໍມະໂຫສົດ ປີ 1999-2011 ທ່ານ ຮສ ດຣ ບຸນກອງ ສີຫາວົງ ໄດ້ຮັບເອົາ JOCV 8 ທ່ານ ໃນນາມເປັນຜູ້ຮັບຜິດຊອບໂຮງໝໍດັ່ງກ່າວ ກໍໄດ້ສູ້ຊົນປັບປຸງການບໍລິຫານຈັດການ ແລະ ການຄຸ້ມຄອງດ້ານການເງິນຂອງໂຮງໝໍໃຫ້ດີຂຶ້ນເປັນກ້າວໆ ເຊິ່ງສະແດງໃຫ້ເຫັນການຮັບປະກັນຄວາມປອດໄພຂອງຄົນຍີ່ປຸ່ນທີ່ອາໄສຢູ່ ສປປ ລາວ ນອກນີ້ ໃນໄລຍະເປັນຄະນະບໍດີຄະນະແພດສາດ ປີ 2009-2011 ທ່ານຍັງໄດ້ສົ່ງເສີມ ພົວພັນຢ່າງມີປະສິດທິຜົນ ລະຫວ່າງການສຶກສາດ້ານການແພດ ແລະ ພາກສະໜາມທີ່ມະຫາວິທະຍາໄລວິທະຍາສາດສຸຂະພາບ ເຊິ່ງແມ່ນສັນຍະລັກການປະກອບສ່ວນດ້ານຂະແໜງສາທາລະນະສຸກຂອງລັດຖະບານຍີ່ປຸ່ນ ໃຫ້ ສປປ ລາວ.

# ຂ່າວ – ພາບ : ສະບາໄພ

error: Content is protected !!