ຊາວໜຸ່ມລາວ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ

    ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ຮ່ວມກັບອົງການກາແດງແຫ່ງຊາດລາວ ໄດ້ຈັດຂະບວນການຊາວໜຸ່ມອາສາສະໝັກຕະລຸມບອນບໍລິຈາກເລືອດ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ພາຍໃຕ້ຫົວຂໍ້ “67 ປີມີໄຊ ຊາວຫນຸ່ມລາວຜູ້ສືບທອດ ອາດຫານຂານອາສາບໍລິຈາກເລືອດ” ຂຶ້ນໃນວັນທີ 29 ເມສາ 2012 ທີ່ສູນການຄ້າລາວ-ໄອເຕັກມໍ (ຕຶກໃໝ່ ຊັ້ນ 4) ໂດຍການເປັນປະທານຂອງທ່ານ ນວນທອງ ສຸວັນວິໄຊ ຮອງເລຂາຄະນະບໍລິຫານງານ ສຊປລ ທ່ານ ຮສຈ ດຣ ສິງ ເມໂນລາດ ຮອງປະທານອົງການການແດງແຫ່ງຊາດລາວ ມີບັນດາທ່ານຄະນະເລຂາທິການ ສຊປລ ຫົວໜ້າກົມ ຄະນະກົມ ສຊປລ ຫົວໜ້າສະຖາບັນເລືອດແຫ່ງຊາດ ຄະນະຫ້ອງການອົງການກາແດງແຫ່ງຊາດລາວ ຄະນະຊາວໜຸ່ມກະຊວງ ອົງການ ບັນດາຫນ່ວຍຊາວໜຸ່ມອ້ອມຂ້າງສູນກາງ ແລະ ບັນດາອາສາສະໝັກຊາວໜຸ່ມຕະລຸມບອນຈາກພາກສ່ວນຕ່າງໆເຂົ້າຮ່ວມຫຼາຍກວ່າ 60 ພາກສ່ວນ.

    ທ່ານ ນວນທອງ ສຸວັນວິໄຊ ກ່າວວ່າ: ຈຸດປະສົງຂອງຂະບວນການຄັ້ງນີ້ ເພື່ອສ້າງຂະບວນການຊົມເຊີຍສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ແລະ ເພື່ອສຶກສາອົບຮົມຄົນຮຸ່ນໜຸ່ມໃຫ້ຮູ້ມູນເຊື້ອແຫ່ງຄວາມສາມັກຄີ ນ້ໍາໃຈອາດຫານ ແລະ ຄວາມເສຍສະຫຼະດ້ວຍຈິດໃຈຂານອາສາສະໝັກບໍລິຈາກເລືອດຊ່ວຍເຫຼືອສັງຄົມ ແລະ ກຽມພ້ອມຮັບໃຊ້ປະເທດຊາດ ການບໍລິຈາກເລືອດຄັ້ງນີ້ ຍັງເປັນການແກ້ໄຂການຂາດແຄນເລືອດ ແລະ ຕອບສະໜອງເລືອດໃຫ້ພຽງພໍ ເພື່ອນໍາໃຊ້ເຂົ້າໃນການປິ່ນປົວຄົນເຈັບທີ່ນອນຢູ່ຕາມໂຮງໝໍແຫ່ງຕ່າງໆໃນຂອບເຂດທົ່ວປະເທດ ເພາະວ່າ “ເລືອດ” ເປັນສິ່ງທີ່ມີຄວາມຈໍາເປັນທີ່ສຸດຕໍ່ຊີວິດຂອງມະນຸດເຮົາ ປັດຈຸບັນ ຍັງມີຫຼາຍໆຊີວິດຢູ່ໃນທົ່ວໂລກ ເວົ້າລວມ ເວົ້າສະເພາະ ກໍແມ່ນຢູ່ປະເທດລາວຂອງພວກເຮົາ ທີ່ອາໄສການໃສ່ເລືອດເພື່ອຄວາມຢູ່ລອດຂອງຊີວິດ ແລະ ນະໂຍບາຍຂອງລັດຖະບານແຫ່ງ ສປປ ລາວ ຕໍ່ກັບການບໍລິຈາກເລືອດ ໄດ້ເນັ້ນໃສ່ການປຸກລະດົມການບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ.

    ຂະບວນການອາສາສະໝັກຊາວໜຸ່ມບໍລິຈາກເລືອດ ແມ່ນຂະບວນການໜຶ່ງທີ່ມີບົດບາດ ແລະ ຄວາມສໍາຄັນຫຼາຍໃນສັງຄົມ ໂດຍສະເພາະ ຕໍ່ການບໍລິຈາກເລືອດເພື່ອຊ່ວຍເຫຼືອຊີວິດຂອງເພື່ອນມະນຸດດ້ວຍກັນ ຕາມສະຖິຕິການບໍລິຈາກເລືອດຢູ່ ສປປ ລາວ ໃນສົກປີຜ່ານມາ ເຫັນວ່າອາສາສະໝັກຊາວໜຸ່ມ-ໄວໜຸ່ມ ແມ່ນເປັນກໍາລັງແຮງໃນການບໍລິຈາກເລືອດທີ່ກວມເອົາເຄິ່ງໜຶ່ງຂອງການບໍລິຈາກເລືອດແຫ່ງຊາດໃນແຕ່ລະປີ ເຊິ່ງເຫັນໄດ້ວ່າມີຫຼາຍກົມກອງສາມາດພົ້ນເດັ່ນ ຊອກໄດ້ວຽກດີຄົນເດັ່ນ ໂດຍສະເພາະແມ່ນໄດ້ມີຕົວແບບຊາວໜຸ່ມອາສາສະໝັກບໍລິຈາກເລືອດ.

     ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ຂໍເຊີນຊວນຊາວໜຸ່ມທຸກທ່ານຮ່ວມໃຈກັນເປັນອາສາສະໝັກບໍລິຈາກເລືອດ ແລະ ເຫັນຄວາມສໍາຄັນຂອງການບໍລິຈາກເລືອດ ເຮັດໃຫ້ເລືອດນີ້ພຽງພໍກັບຄວາມຕ້ອງການຂອງຄົນເຈັບ ສາມາດຕໍ່ລົມຫາຍໃຈຊ່ວຍຊີວິດຂອງຄົນເຈັບໃຫ້ກັບຄືນສູ່ຄອບຄົວ ສັງຄົມ ແລະ ສາມາດເປັນກໍາລັງແຮງຂອງຊາດໄດ້ອີກຄັ້ງ.

# ຂ່າວ – ພາບ : ສີພອນ ຈັນທະດາລາ

error: Content is protected !!