ມື້ນີ້ ທົ່ວປະເທດຕິດເຊື້ອໂຄວິດ-19 ຫຼາຍກວ່າ 300 ຄົນ ແລະ ເສຍຊີວິດ 3 ຄົນ

    ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ປະຈໍາວັນທີ 29 ເມສາ 2022 ທີ່ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນວ່າ ວັນທີ 28 ເມສາ 2022 ຜ່ານມາ ທົ່ວປະເທດໄດ້ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 1.972 ຕົວຢ່າງ ໃນນັ້ນ ກວດພົບເຊື້ອພະຍາດໂຄວິດ-19 ທັງໝົດ 315 ຄົນ ເປັນການຕິດເຊື້ອພາຍໃນຈຳນວນ 306 ຄົນ ແລະ ນໍາເຂົ້າ 9 ຄົນ ສຳລັບຜູ້ຕິດເຊື້ອພາຍໃນໃໝ່ຈຳນວນ 306 ຄົນ ມີລາຍລະອຽດດັ່ງນີ້:

  • ນະຄອນຫຼວງວຽງຈັນ 189 ຄົນ
  • ແຂວງວຽງຈັນ 29 ຄົນ
  • ຫຼວງພະບາງ 13 ຄົນ
  • ສະຫັວນນະ ເຂດ 12 ຄົນ
  • ຫົວພັນ 9 ຄົນ
  • ຄໍາມ່ວນ ແລະ ອຸດົມໄຊ ແຂວງລະ 7 ຄົນ
  • ສາລະວັນ ໄຊຍະບູລີ ແລະ ອັດຕະປື ແຂວງລະ 6 ຄົນ
  • ບໍລິຄໍາໄຊ ແລະ ຊຽງຂວາງ ແຂວງລະ 5 ຄົນ
  • ຈໍາປາສັກ ແລະ ບໍ່ແກ້ວ ແຂວງລະ 3 ຄົນ
  • ຜົ້ງສາລີ ໄຊສົມບູນ ແລະ ເຊກອງ ແຂວງລະ 2 ຄົນ

    ສ່ວນການຕິດເຊື້ອນໍາເຂົ້າຈຳນວນ 9 ຄົນ ຈາກນະຄອນຫຼວງວຽງຈັນ 3 ຄົນ ແຂວງສະຫັວນນະເຂດ 1 ຄົນ ຄຳມ່ວນ 2 ຄົນ ແລະ ແຂວງຈໍາປາສັກ 3 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.

    ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 207.196 ຄົນ (ຕິດເຊື້ອພາຍໃນ 191.275 ຄົນ ແລະ ນໍາເຂົ້າ 15.921 ຄົນ) ອອກໂຮງໝໍວັນທີ 28 ເມສາ 2022 ຈຳນວນ 49 ຄົນ ກຳລັງປິ່ນປົວ 1.075 ຄົນ ແລະ ເສຍຊີວິດສະສົມທັງໝົດ 743 ຄົນ (ເສຍຊີວິດໃໝ່ 3 ຄົນ ໃນນີ້ ຢູ່ນະຄອນຫຼວງວຽງຈັນ 1 ຄົນ ແຂວງຄຳມ່ວນ 1 ຄົນ ແລະ ແຂວງຫຼວງພະບາງ 1 ຄົນ) ໃນທົ່ວໂລກຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ເຊິ່ງກໍລະນີຢັ້ງຢືນຕິດເຊື້ອທັງໝົດ 512.048.586 ຄົນ (ໃໝ່ 612.745 ຄົນ) ເສຍຊິວິດທັງໝົດ 6.255.607 ຄົນ (ໃໝ່ 2.367 ຄົນ) ແລະ ປີ່ນປົວຫາຍດີ 465.797.621 ຄົນ (ໃໝ່ 806.667 ຄົນ).

# ຂ່າວ – ພາບ : ຊິລິການດາ

error: Content is protected !!