ຜູ້ນຳລາວ ຕ້ອນຮັບລັດຖະມົນຕີຕ່າງປະເທດ ສສ ຫວຽດນາມ

    ໃນວັນທີ 28 ເມສາ 2022 ຢູ່ຫ້ອງຮັບແຂກສະພາແຫ່ງຊາດ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ບຸຍ ແທັງ ເຊິນ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 27-29 ເມສາ 2022.

    ການຢ້ຽມລາວຄັ້ງນີ້ ຢູ່ທ່າມກາງໃນໂອກາດທີ່ສອງປະເທດພວມສະເຫຼີມສະຫຼອງປີສາມັກຄີມິດຕະພາບ ແລະ ເພື່ອເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະ ການພົວພັນປະສານງານລະຫວ່າງກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ກະຂວງການຕ່າງປະເທດແຫ່ງ ສສ ຫວຽດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ເກີດດອກອອກຜົນຍິ່ງຂຶ້ນ.

    ໃນໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ສປປ ລາວ ກໍໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມຕີລາຄາສູງຕໍ່ການມາຢ້ຽມຢາມຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ເຊິ່ງເປັນການເສີມຂະຫຍາຍສາຍພົວພັນການຮ່ວມມືຮອບດ້ານ ທັງເປັນການຮັດແໜ້ນຄວາມສາມັກຄີຮັກແພງໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງສອງພັກ-ສອງລັດ ກໍຄືປະຊາຊົນສອງຊາດລາວ-ຫວຽດນາມອ້າຍນ້ອງ ທີ່ມີມາແຕ່ດົນນານໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

    ທ່ານ ບຸຍ ແທັງ ເຊິນ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສສ ຫວຽດນາມ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານປະທານປະເທດແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມນັ້ນ ຍັງໄດ້ລາຍງານໃຫ້ຮູ້ກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມ ສປປ ລາວ ກໍຄືນະຄອນຫຼວງວຽງຈັນໃນຄັ້ງນີ້ ທັງລາຍງານກ່ຽວກັບຜົນສໍາເລັດຂອງການພົບປະ ແລະ ເຮັດວຽກຮ່ວມກັບກະຊວງການຕ່າງປະເທດແຫ່ງ ສປປ ລາວ.

    ໃນວັນດຽວກັນນີ້ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຢ້ຽມຄຳນັບທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ແລະ ໃນເວລາຕໍ່ມາໄດ້ເດີນທາງເຂົ້າຢ້ຽມຄຳນັບທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢູ່ສຳນັກງານນາຍົກລັດຖະມົນຕີ.

# ຂ່າວ – ພາບ : ບຸນມີ

error: Content is protected !!