ວິທະຍາຄານກົມມະດຳ ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນພາຍໃນ-ປ້ອງກັນຄວາມສະຫງົບ ປະຈຳປີ 2021

ວັນທີ 27 ເມສາ 2022 ຜ່ານມານີ້ ວິທະຍາຄານກົມມະດຳ ໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນ-ປ້ອງກັນຄວາມສະຫງົບ ປະຈຳປີ 2021 ແລະ ວາງທິດທາງແຜນການ 2022 ພາຍໃຕ້ການເປັນປະທານຂອງສະຫາຍ ພົນຈັດຕະວາ ຖາວອນ ແກ້ວອີນທະວົງ  ເລຂາຄະນະພັກ ຫົວໜ້າການເມືອງ ວິທະຍາຄານກົມມະດຳ ພ້ອມດ້ວຍຄະນະພັກ ມີບັນດາ 6 ຫ້ອງການ ຄະນະກອງພັນ ແລະ ພະນັກງານທົ່ວວິທະຍາຄານເຂົ້າຮ່ວມ.

    ສະຫາຍ ພັນໂທ ຄຳສີ ພິມວົງສາ ຫົວໜ້າພະແນກປ້ອງກັນພາຍໃນ ວິທະຍາຄານກົມມະດຳ ໄດ້ຜ່ານບົດສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນພາຍໃນປະຈຳປີ 2021 ແລະ ທິດທາງແຜນການ 2022 ເປັນຕົ້ນຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຍົກສູງຄຸນນະພາບວຽກງານສືກສາອົບຮົມການເມືອງນຳພາ-ແນວຄິດເປັນກົກ ໂດຍຍົກສູງສະຕິລະວັງຕົວຕໍ່ກົນອຸບາຍ ຕອບຕ້ານທຸກການໂຄສະນາໃສ່ຮ້າຍປ້າຍສີຕໍ່ແນວທາງຂອງພັກ-ລັດ ຖືເອົາການປ້ອງກັນກົມກອງເປັນບັນຫາສຳຄັນ  ໃນນັ້ນດຳເນີນສືບສວນ-ສອບສວນ 13 ເລື່ອງ ອອກໝາຍຮຽກ 5 ເລື່ອງ ລົງເກັບກໍາສະພາບການລ່ວງລະເມີດລະບຽບກົດໝາຍ 8 ເລື່ອງ ວຽກງານເຕັກນິກ  ວິທະຍາສາດອາຍາ ແລະ ຄວາມປອດໄພ ກວດກາສະຖານທີ່ເກີດເຫດ  8 ຄັ້ງ ປ້ອງກັນຄວາມສະເຫງົບປອດໄພວຽກງານຕ່າງໆ 10 ຄັ້ງ ຈາກນັ້ນ ຄະນະພັກ ຄະນະບັນຊາກົມກອງດັ່ງກ່າວໄດ້ມອບໃບຢັ້ງຢືນກົມກອງປອດໃສ ປອດໄພ ປອດຄະດີທັງໝົດ 34  ກົມກອງ ປະເພດທີ 1 ມີ 14 ກົມກອງ ປະເພດທີ 2 ມີ 19 ກົມກອງ ປະເພດທີ 3 ມີ 1 ກົມກອງ.

    ໂອກາດດັ່ງກ່າວ ຫົວໜ້າການເມືອງ ວິທະຍາຄານກົມມະດຳ ໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາແຕ່ລະກົມກອງທຸກຂັ້ນ ເປັນເຈົ້າການຊີ້ນຳ-ນຳພາວຽກງານປ້ອງກັນພາຍໃນ ແບ່ງງານໃຫ້ບຸກຄົນຮັບຜິດຊອບໃຫ້ມີຄຸນນະພາບສູງໃນການເຄື່ອນໄຫວວຽກງານປ້ອງກັນພາຍໃນເຮັດສຳເລັດໜ້າທີ່ ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ພາຍໃນກົມກອງ ຮັບປະກັນໃຫ້ກົມກອງມີຄວາມສະຫງົບປອດໃສ ປອດໄພ ປອດຄະດີໃຫ້ໜັກ ແໜ້ນເຂັ້ມແຂງ.

 # ພາບ-ຂ່າວ: ລຸນທອງ ສີບຸນເຮືອງ.

error: Content is protected !!