ປະທານ ສນຊ ລົງເຄື່ອນໄຫວຢ້ຽມຢາມ ຊຸກຍູ້ວຽກງານຢູ່ແຂວງວຽງຈັນ

    ວັນທີ 28 ເມາສາ 2022 ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ລົງໄປເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງວຽງຈັນ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຄໍາພັນ ສິດທິດຳພາ ກໍາມະການສູນກາງພັກ ເຈົ້າແຂວງວຽງຈັນ ທ່ານ ເທບພະໄທ ແກ້ວເຂັມເພັດ ຄະນະປະຈໍາພັກ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະ.

    ໃນໂອກາດນີ້ ທ່ານເຈົ້າແຂວງວຽງຈັນ ໄດ້ລາຍງານສະພາບລວມຂອງແຂວງໂດຍຫຍໍ້ ໃຫ້ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ຮັບຟັງ ໂດຍສະເພາະ ການພັດທະນາເສດຖະກິດ-ສັງຄົມຢູ່ແຂວງວຽງຈັນ ເປັນຕົ້ນ: ບັນດາໂຄງການພັດທະນາແຂວງ ການຜະລິດກະສິກໍາ ການທ່ອງທ່ຽວ ການພັດທະນາພື້ນຖານໂຄງລ່າງ ເປັນຕົ້ນ ແມ່ນຂະບວນການປູກເຂົ້າ ຕົ້ນໄມ້ໃຫ້ໝາກ ຜັກປອດສານພິດ ການລ້ຽງງົວ ສັດປີກ ແລະ ສິນຄ້າສົ່ງອອກຈໍານວນໜຶ່ງ ພ້ອມນີ້ ທ່ານເຈົ້າແຂວງຍັງໄດ້ລາຍງານສະພາບການປະຕິບັດຂະບວນການຕ້ານ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ການສັກຢາວັກຊິນພາຍໃນແຂວງ.

    ຈາກນັ້ນ ທ່ານປະທານ ສນຊ ໄດ້ສະແດງຄວາມຊົມເຊີຍຕໍ່ການນໍາພາຂອງຄະນະປະຈໍາພັກແຂວງ ໃນການຜັນຂະຫຍາຍມະຕິ XI ຂອງພັກເຂົ້າສູ່ຊີວິດຕົວຈິງ ແລະ ໄດ້ແຈ້ງຈຸດປະສົງໃນການມາເຄື່ອນໄຫວຢ້ຽມຢາມຄັ້ງນີ້ ຈາກນັ້ນ ຄະນະໄດ້ໄປຢ້ຽມຢາມໂຄງການປະຕິສັງຂອນວັດໄຜ່ໜາມວຽງຈັນບູຮານ ທີ່ບ້ານວຽງຄໍາ ເມືອງ ວຽງຄໍາ ໂດຍໄດ້ຮັບຟັງຄວາມເປັນມາຂອງວັດດັ່ງກ່າວຈາກຄະນະຮັບຜິດຊອບຂອງບ້ານ ໂອກາດດຽວກັນ ສນຊ ໄດ້ມອບປັດໄຈຈໍານວນໜຶ່ງ ເຊິ່ງທ່ານ ພຸດສະດຸ ອິນທະວົງ ແລະ ທ່ານ ສົມສຸກ ພິມພະຈັນ ກໍາມະການ ສນຊ ໄດ້ມອບຊີມັງ 7 ໂຕນ ແລະ ເຄື່ອງຕັດຫຍ້າ 1 ເຄື່ອງ (ຕາມລໍາດັບ) ເພື່ອປະກອບສ່ວນປະຕິສັງຂອນວັດດັ່ງກ່າວ ພ້ອມທັງລົງຢ້ຽມຢາມ ແລະ ຊຸກຍູ້ຄອບຄົວຕົວແບບໃນການຜະລິດກະສິກໍາປູກຕົ້ນໄມ້ໃຫ້ໝາກ ແລະ ກຸ່ມລ້ຽງງົວ ລ້ຽງໝູ ຢູ່ບ້ານນາບອນ ເມືອງໂພນໂຮງນຳອີກ. 

# ຂ່າວ – ພາບ : ບຸນມີ

error: Content is protected !!