ຮ່ວມກັນປະຕິບັດ ເພື່ອສ້າງວັດທະນະທຳ ຄວາມປອດໄພ ແລະ ສຸຂະພາບແຮງງານ

ວັນຄວາມປອດໄພ ແລະ ສຸຂະພາບແຮງງານໂລກ 28 ເມສາປີນີ້ ຄົບຮອບ 19 ປີ ອົງການແຮງງານສາກົນ ຄູ່ຮ່ວມພັດທະນາສາກົນ ແລະ ບັນດາປະເທດເພື່ອນມິດທົ່ວໂລກ ໄດ້ພ້ອມກັນສະເຫຼີມສະຫຼອງວັນຄວາມປອດໄພ ແລະ ສຸຂະພາບແຮງງານໂລກ ພາຍໃຕ້ຫົວຂໍ້ “ຮ່ວມກັນປະຕິບັດ ເພື່ອສ້າງວັດທະນາທຳ ຄວາມປອດໄພ ແລະ ສຸຂະພາບແຮງງານ 28 ເມສາ 2022”.

    ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຖະແຫຼງຂ່າວເນື່ອງໃນໂອກາດວັນຄວາມ​ປອດ​ໄພ ​ແລະ ສຸຂະພາບ​ແຮງ​ງານ​​​​​ໂລກ ຄົບຮອບ 19 ປີ
(28 ເມສາ 2003-28 ເມສາ 2022) ໃນວັນທີ 28 ເມສາ 2022 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ວ່າ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຮ່ວມກັບສູນກາງສະຫະພັນກຳມະບານລາວ ເປັນອົງການຕາງໜ້າຂອງຜູ້ອອກແຮງງານ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເປັນອົງການຕາງໜ້າຂອງຜູ້ໃຊ້ແຮງງານ ຮ່ວມກັນຖະແຫຼງຂ່າວເນື່ອງໃນວັນດັ່ງກ່າວ ທີ່ໝູນວຽນຄົບຮອບອີກຄັ້ງ ການສະເຫຼີມສະຫຼອງແມ່ນພາຍໃຕ້ຫົວຂໍ້ “ຮ່ວມກັນປະຕິບັດ ເພື່ອສ້າງວັດທະນາທຳ ຄວາມປອດໄພ ແລະ ສຸຂະພາບແຮງງານ 28 ເມສາ 2022” (Act together to build a positive Safety and Health Culture 28 April 2022) ນັບແຕ່ວັນທີ 28 ເມສາ 2003 ເປັນຕົ້ນມາ ພວກເຮົາໄດ້ໃຫ້ຄວາມສໍາຄັນເປັນພິເສດ ເຊິ່ງເປັນວັນທີ່ມີຄວາມໝາຍ ແລະ ຄວາມສໍາຄັນຢ່າງຍິ່ງ ຕໍ່ຊາວຜູ້ອອກແຮງງານທົ່ວໂລກ ເພື່ອ​ລະນຶກ​ເຖິງ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ອຸບັດເຫດ​ແຮງງານ ​ແລະ ພະຍາດອາຊີບ ​ໂດຍ​ການ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ປູກ​ຈິດ​ສຳ​ນຶກ​ໃນ​ທົ່ວ​ໂລກ​ ເພື່ອ​ສົ່ງ​ເສີມ​ການ​ປ້ອງ​ກັນ​ອຸ​ບັດ​ເຫດແຮງງານ ແລະ ​ພະ​ຍາດອາຊີບ​ໃນ​ການ​ເຮັດ​ວຽກ​ໃນ​ທົ່ວ​ໂລກໃຫ້ນັບມື້ໜ້ອຍລົງ ພ້ອມນັ້ນ ຍັງເປັນການໂຄສະນາປູກຈິດສໍານຶກໃຫ້ຜູ້ມີສ່ວນຮ່ວມທຸກຂະແໜງການເສດຖະກິດ-ສັງຄົມ ກ່ຽວກັບການແກ້ໄຂບັນຫາ ສົ່ງເສີມ ແລະ ສ້າງວັດທະນະທໍາຄວາມປອດໄພ ແລະ ສຸຂະພາບແຮງງານໃນບ່ອນເຮັດວຽກ ເພື່ອຫຼຸດຜ່ອນການເກີດອຸບັດເຫດແຮງງານ ການໄດ້ຮັບບາດເຈັບ ແລະ ການເສຍຊີວິດຈາກການເຮັດວຽກ.

    ສປປ ລາວໄດ້ເຂົ້າເປັນສະມາຊິກຂອງອົງການແຮງງານສາກົນ ໃນປີ 1964 ເຊີ່ງຕະຫຼອດໄລຍະເວລາຜ່ານມາ ສປປ ລາວ ໄດ້ເອົາໃຈໃສ່ແກ້ໄຂຫຼາຍບັນຫາສໍາຄັນກ່ຽວກັບແຮງງານ ເພື່ອສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທໍາ  ເນັ້ນໃສ່ການເຮັດວຽກຕາມກົນໄກຮ່ວມມືສາມຝ່າຍ  ໃນການສ້າງກົດໝາຍວ່າດ້ວຍແຮງງານ  ກົດໝາຍວ່າດ້ວຍການປະກັນສັງຄົມ ດຳລັດວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ລະບຽບການຕ່າງໆເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ.

    ມາຮອດປັດຈຸບັນ ສປປ ລາວ ໄດ້ໃຫ້ສັດຕະຍາບັນແກ່ສົນທິສັນຍາແຮງງານສາກົນທັງໝົດແລ້ວ 10 ສະບັບ ໃນນັ້ນມີ 5 ສົນທິສັນຍາທີ່ເປັນພື້ນຖານ ໃນປີນີ້ ຍ້ອນເຫັນໄດ້ຄວາມສໍາຄັນຂອງວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ຈຶ່ງໄດ້ສະເໜີໃຫ້ສັດຕະຍາບັນສົນທິສັນຍາເລກທີ 155 ວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ສົນທິສັນຍາເລກທີ 187 ວ່າດ້ວຍຂອບແຜນງານສົ່ງເສີມຄວາມປອດໄພ ແລະ ສຸຂະພາບແຮງງານ.

ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສຳຄັນ ແລະ ຖືເອົາວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານເປັນບູລິມະສິດໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງທັງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ເພື່ອຮັບປະກັນສິດທິຂັ້ນພື້ນຖານຂອງຜູ້ອອກແຮງງານ ໃນການເຮັດວຽກທີ່ມີຄວາມປອດໄພ ແລະ ມີສຸຂະພາບແຮງງານທີ່ດີ ພ້ອມທັງຮຽກຮ້ອງທຸກພາກສ່ວນເສດຖະກິດໃນສັງຄົມມີສ່ວນຮ່ວມໃນການສ້າງນິຕິກໍາ ລະບຽບການຕ່າງໆ ນະໂຍບາຍແຫ່ງຊາດກ່ຽວກັບວຽກງານດັ່ງກ່າວໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງປະເທດ ແລະ ສອດຄ່ອງກັບມາດຕະຖານສາກົນ.

    ໃນໄລຍະທີ່ຜ່ານມາ ​ພວກ​ເຮົ ​ໄດ້ເອົາໃຈໃສ່ໃນການ​ຮ່ວມ​ກັບ​ອົງການ​ແຮງ​ງານ​ສາກົນ ສູນ​ກາງ​ສະຫະພັນ​ກໍາມະບານ​ລາວ ສະພາ​ການ​ຄ້າ ​ແລະ ອຸດ​ສະຫະ​ກໍາ​​ແຫ່ງ​ຊາດ​ລາວ ​ແລະ ຂະແໜງການ​ອື່ນໆທີ່​ກ່ຽວຂ້ອງ​ ໃນການຄົ້ນຄວ້າ ສຶກສາ ແລະ ສ້າງປະຫວັດຂໍ້ມູນແຫ່ງຊາດດ້ານຄວາມປອດໄພ ແລະ ສຸຂະພາບແຮງງານ ສະບັບທີສອງສຳເລັດໃນປີ 2021 ແລະ ປັດຈຸບັນ ກໍາລັງພັດທະນາສ້າງແຜນງານແຫ່ງຊາດ 5 ປີ ຄັ້ງທີ III (2022-2026) ກ່ຽວ​ກັບວຽກ​ງານຄວາມປອດໄພ ແລະ ສຸຂະພາບແຮງງານ  ນອກຈາກນັ້ນ ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານກໍໄດ້ຖືກກໍານົດເຂົ້າໃນແຜນພັດທະນາວຽກແຮງງານ ແລະ ສະຫວັດດີການສັງຄົມ 5 ປີ (2021-2025) ແລະ ກໍາລັງສ້າງຮ່າງກົດໝາຍວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!