ຊາວໜຸ່ມເມືອງສີໂຄດຕະບອງ ຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ມີຫຼາຍໜ້າວຽກງານພົ້ນເດັ່ນ

ກອງປະຊຸມສະຫຼຸບຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ ຄັ້ງທີ VIII ຂອງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ເມືອງສີໂຄດຕະບອງ ປະຈໍາປີ 2021 ຈັດຂຶ້ນວັນທີ 28 ເມສາ 2022 ທີ່ສະໂມສອນເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານນາງ ສີສຸດາ ເພັງພົງສະຫວັດ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງສີໂຄດຕະບອງ ມີທ່ານ ທະວີໄຊ ເໝົາຊົມພູ ເຈົ້າເມືອງສີໂຄດຕະບອງ ທ່ານ ອະນຸສອນ ວົງຄໍາສອນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ບັນດາເລຂາຄະນະບໍລິຫານງານຊາວໜຸ່ມຮາກຖານ ແລະ ສະມາຊິກຊາວໜຸ່ມອ້ອມຂ້າງ ແລະ ພາກສ່ວນກ່ຽວເຂົ້າຮ່ວມ.

    ທ່ານ ນາງ ສີສຸດາ ເພັງພົງສະຫວັດ ໄດ້ຕີລາຄາການເຄື່ອນໄຫວປະຕິບັດຂໍ້ແຂ່ງຂັນ 4 ບຸກ ເປັນຕົ້ນ ບຸກດ້ານແນວຄິດ ຕີລາຄາໄດ້ 82,90% ບຸກດ້ານການເຝິກຝົນຫຼໍ່ຫຼອມຮໍ່າຮຽນ 83,80% ບຸກດ້ານວຽກງານການຈັດຕັ້ງ 85,10% ບຸກດ້ານວິຊາຊີບວຽກເຮັດງານທໍາ ຕີລາຄາໄດ້ 88,20% ເຊິ່ງທົ່ວເມືອງມີໜ່ວຍຊາວໜຸ່ມ 111 ໜ່ວຍ ໃນນີ້ ມີໜ່ວຍຊາວໜຸ່ມບ້ານ 60 ໜ່ວຍ ໂຮງຮຽນ 34 ໜ່ວຍ ຫ້ອງການ 17 ໜ່ວຍ ເກນອາຍຸໄວໜຸ່ມແຕ່ 15-35 ປີທັງໝົດ 31.973 ສະຫາຍ ຍິງ 18.412 ສະຫາຍ ກວມເອົາ 27,6% ຂອງພົນລະເມືອງທັງໝົດ ໃນນັ້ນ ມີສະມາຊິກຊາວໜຸ່ມ ປປລ 4.174 ສະຫາຍ ຍິງ 2,494 ສະຫາຍ ທົ່ວເມືອງມີໂຮງຮຽນ 74 ແຫ່ງ ໃນນີ້ ມີພາກລັດ 45 ແຫ່ງ ພາກເອກະຊົນ 29 ແຫ່ງ ມີກອງເຍົາວະຊົນທັນວາ 67 ກອງ 148 ໝວດ 432 ໝູ່ ມີຜູ້ຮັບຜິດຊອບວຽກງານເຍົາວະຊົນ 132 ສະຫາຍ ຍິງ 95 ສະຫາຍ ມີສະມາຊິກເຍົາວະຊົນທັນວາ 6.924 ຄົນ ຍິງ 3.737 ຄົນ ແລະ ອະນຸຊົນ 1.653 ຄົນ ຍິງ 815 ຄົນ.

    ໃນໄລຍະຜ່ານມາ ສາມາດຮັບມະຫາຊົນກ້າວໜ້າ ແລະ ເລື່ອນສະມາຊິກເຍົາວະຊົນເຂົ້າໃນການຈັດຕັ້ງຊາວໜຸ່ມ ປປລ ໄດ້ 1.058 ສະຫາຍ ຍິງ 587 ສະຫາຍ ສະມາຊິກ ຊປປລ ຍົກຍ້າຍໄປປະຈໍາການບ່ອນໃໝ່ 854 ສະຫາຍ ຍິງ 392 ສະຫາຍ ສະມາຊິກພົ້ນກະສຽນ 22 ສະຫາຍ ຍິງ 8 ສະຫາຍ ພ້ອມນັ້ນ ໄດ້ມີການຮັບມະຫາຊົນກ້າວໜ້າ ເລື່ອນສະມາຊິກອະນຸຊົນຂຶ້ນເປັນເຍົາວະຊົນທັນວາ 2.718 ຄົນ ຍິງ 1.217 ຄົນ ແລະ ຂະຫຍາຍສະມາຊິກອະນຸຊົນໄດ້ທັງໝົດ 943 ຄົນ ຍິງ 523 ຄົນ ນອກຈາກນັ້ນ ໄດ້ຄັດເລືອກເອົາສະມາຊິກຊາວໜຸ່ມທີ່ມີຜົນງານດີເດັ່ນ ແລະ ຫ້າວຫັນກ້າວໜ້າ ສະເໜີເຂົ້າໃນອົງການຈັດຕັ້ງພັກ ປປລ 83 ສະຫາຍ ຍິງ 47 ສະຫາຍ ໄດ້ປັບປຸງຄະນະບໍລິຫານງານຊາວໜຸ່ມໄດ້ 7 ຮາກຖານຄື: ບ້ານ 3 ຮາກຖານ ຫ້ອງການ 4 ຮາກຖານ ໄດ້ສ້າງຕັ້ງຮາກຖານຊາວໜຸ່ມໄດ້ 2 ຮາກຖານໂຮງຮຽນ ໄດ້ປະຕິບັດຕາມກົດລະບຽບຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ກົດລະບຽບຂອງເຍົາວະຊົນທັນວາວາງອອກ ໄດ້ດຳເນີນຊີວິດປະຈຳທຸກໆ 1 ເດືອນ 3 ເດືອນ 6 ເດືອນ 1 ປີ ໃນການຕໍາໜິກໍ່ສ້າງເຊິ່ງກັນ ແລະ ກັນ ຄົ້ນຄ້ວາບັນຫາຕ່າງໆ ແລະວາງທິດທາງແຜນການໃນການຈັດຕັ້ງປະຕິບັດວຽກງານຊາວໜຸ່ມໃຫ້ດີຂື້ນເປັນກ້າວໆ ພ້ອມທັງລາຍງານຂັ້ນເທິງຮັບຊາບເປັນປົກກະຕິ. ໄດ້ເຄື່ອນໄຫວຕາມສິດພາລະບົດບາດໜ້າທີ່ຂອງກອງເຍົາວະຊົນທັນວາ ເຊິ່ງມີຂະບວນການທີ່ພົ້ນເດັ່ນເຊັ່ນ: ຈັດງານແຂ່ງຂັນເດີນແບບແຜນ ຂອງສະມາຊິກເຍົາວະຊົນທັນວາໄປຕາມສຽງເພງປະຕິວັດ ທົ່ວເມືອງມີສະມາຊິກເຂົ້າຮ່ວມ 128 ສະຫາຍ ຍິງ 115 ສະຫາຍ ໃນນັ້ນເປັນສະມາຊິກເຍົາວະຊົນ 80 ຄົນ ຍິງ 40 ຄົນ ນອກຈາກນີ້ ຍັງມີຂະບວນການຕ່າງໆເຊັ່ນ ເຂົ້າຮ່ວມວາງກະຕ່າດອກໄມ້ ພ້ອມທັດສະນະຫໍພິພິຕະພັນ ແລະ ສະຖານທີ່ຕ່າງໆ ຈັດພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກເຍົາວະຊົນ-ອະນຸຊົນ ໄດ້ 3.613 ຄົນ ຍິງ 1.833 ຄົນ.

    ສະມາຊິກຊາວໜຸ່ມ ປປລ ພາຍໃນເມືອງສີໂຄດຕະບອງ 111 ໜ່ວຍຮາກຖານ ປະກອບອາຊີບວຽກເຮັດງານທຳຕາມທ່າແຮງ ແລະ ຖືກຕາມລະບຽບກົດໝາຍ ສ້າງໃຫ້ສະມາຊິກຊາວໜຸ່ມໄດ້ເຂົ້າຮໍ່າຮຽນ ຍົກລະດັບວິຊາຊີບທີ່ແຕກຕ່າງກັນ ເຮັດໃຫ້ຊີວິດການເປັນຢູ່ຂອງຊາວໜຸ່ມດີຂຶ້ນເປັນກ້າວໆ ສຳລັບຄອບຄົວຕົວແບບຊາວໜຸ່ມດີເດັ່ນ ມີ: ສະຫາຍນາງ ພອນອຳໄພ ໄຊຍະຈັກ ເຮັດທຸລະກິດ ຂາຍໂທລະສັບ ສະເລ່ຍ 240 ລ້ານກີບຕໍ່ປີ ສະຫາຍ ນາງ ພູເງິນ ສີສຸພັນ ເຮັດທຸລະກິດ ຂາຍເຄື່ອງອອນລາຍສະເລ່ຍ 120 ລ້ານກີບຕໍ່ປີ ສະຫາຍ¨ສຸກປະເສີດ ເຮັດທຸລະກິດຕັດຜົມ ສາມາດສ້າງລາຍຮັບສະເລ່ຍ 108 ລ້ານກີບຕໍ່ປີ ສະຫາຍ ແກ້ວວິໄຊມົວ ເຮັດທຸລະກິດບໍລິສັດຂົນສົ່ງ ສາມາດສ້າງລາຍຮັບສະເລ່ຍ 105 ລ້ານກີບຕໍ່ປີ ສະຫາຍ¨ນາງ ວັນນະພາ ແປງມະນີວົງ ເຮັດທຸລະກິດໂຮງຮຽນປະຖົມ ສາມາດສ້າງລາຍຮັບສະເລ່ຍ 90 ລ້ານກີບຕໍ່ປີ ສະຫາຍ ສຸດທິກຽດ ທະວີສຸກ ເຮັດທຸລະກິດສູນເຝິກອົບຮົມພາສາລາວ-ຈີນ ຈຳປາ ສາມາດສ້າງລາຍຮັບສະເລ່ຍ 70 ລ້ານກີບຕໍ່ປີ ສະຫາຍ ສົມໃຈ ເຮັດທຸລະກິດງົວປິ່ນ ສາມາດສ້າງລາຍຮັບສະເລ່ຍ 36 ລ້ານກີບຕໍ່ປີ.

    ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຄະນະຊາວໜຸ່ມເມືອງສີໂຄດຕະບອງເປັນເມືອງ 4 ບຸກ ຮອບ VIII ແລະ 3 ດີ 4 ຮູ້ ຂອງເຍົາວະຊົນ ຮອບ IV ພ້ອມນັ້ນກໍໄດ້ມອບໃບຢັ້ງຢືນ 4 ບຸກ ໃຫ້ຊາວໜຸ່ມຮາກຖານ ແລະ ມອບໃບຢັ້ງຢືນ 3 ດີ 4 ຮູ້ ໃຫ້ຜູ້ຮັບຜິດຊອບເຍົາວະຊົນຮາກຖານ ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຈາກທ່ານເຈົ້າເມືອງສີໂຄດຕະບອງ ແລະ ທ່ານຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນອີກດ້ວຍ.

# ຂ່າວ – ພາບ : ວຽງມາ

error: Content is protected !!