ຮັບຮອງເອົາບ້ານດອນຕິ້ວເປັນບ້ານວັດທະນະທໍາ ເປັນແຫ່ງທີ 99 ຂອງເມືອງໄຊທານີ

    ພິທີຮັບຮອງເອົາບ້ານດອນຕິ້ວ ເປັນບ້ານວັດທະນະທໍາແຫ່ງທີ 99 ຂອງເມືອງໄຊທານີ ແລະ ແຫ່ງທີ 475 ຂອງນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 28 ເມສາ 2022 ທີ່ເດີ່ນວັດບ້ານດອນຕິ້ວ ໃຫ້ກຽດມອບໃບຢັ້ງຢືນຂອງທ່ານ ໜູກີ ສີຫະລາດ ຮອງເຈົ້າເມືອງໄຊທານີ ມີທ່ານ ແກ້ວວິໄລ ແສນສັກດາ ຫົວໜ້າຂະແໜງຈັດຕັ້ງພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ (ຖວທ ນວ) ແລະ ທ່ານ ຄູນມີ ຣາຊະພົນ ຫົວໜ້າຫ້ອງການ ຖວທ ເມືອງໄຊທານີ ພ້ອມດ້ວຍອໍານາດການປົກຄອງບ້ານ ພໍ່ແມ່ປະຊາຊົນສອງບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂດຍປະຕິບັດຕາມເນື້ອໃນຄຳສັ່ງເລກທີ 09 ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງບ້ານ ແລະກຸ່ມບ້ານພັດທະນາ ຕິດພັນກັບການສ້າງບ້ານວັດທະນະທຳ ແລະ ຄຳສັ່ງແນະນຳ ເລກທີ 129/ຖ.ວ ລົງວັນທີ 14 ກຸມພາ 2000 ວ່າດ້ວຍການຮີບຮ້ອນຫັນລົງຮາກຖານການເມືອງ ເພື່ອກໍ່ສ້າງຄອບຄົວ ແລະ ບ້ານວັດທະນະທຳໃນຂອບເຂດທົ່ວປະເທດ.

    ໂອກາດນີ້ ທ່ານ ບົວຜັນ ໄຊຍະລິນ ນາຍບ້ານດອນຕິ້ວ ລາຍງານວ່າ: ບ້ານດອນຕິ້ວ ມີເນື້ອທີ່ທັງໝົດ 254 ເຮັກຕາ ມີພົນລະເມືອງ 3.543 ຄົນ ຍິງ 1.807 ຄົນ ມີ 792 ຫຼັງຄາເຮືອນ ແບ່ງເປັນ 59 ໜ່ວຍ ມີ 781 ຄອບຄົວ ປະຊາຊົນນັບຖືສາດສະໜາພຸດ 90% ມີວັດ 1 ແຫ່ງ ຫໍຂ່າວ 1 ແຫ່ງ ໂທລະໂຄ່ງ 1 ຊຸດ.

     ປັດຈຸບັນ ມີຄອບຄົວທີ່ໄດ້ຮັບໃບຢັ້ງຢືນເປັນຄອບຄົວວັດທະນະທຳແລ້ວ 775 ຄອບຄົວ ເທົ່າກັບ 99,23%.

     ໂອກາດດັ່ງກ່າວ ທ່ານ ແກ້ວວິໄລສັກ ແສນສັກດາ ກໍໄດ້ມອບແຄນເປັນຂອງຂັວນ 1 ອັນ ນອກນີ້ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກທ່ານ ໜູກີ ສີຫາລາດ ຕື່ມອີກ.

     ໂອກາດດຽວກັນ ທ່ານ ໜູກີ ສີຫາລາດ ພ້ອມດ້ວຍອຳນາດການປົກຄອງບ້ານ ກໍພ້ອມກັນເປີດປ້າຍບ້ານວັດທະນະທຳ ແລະ ລັ່ນຄ້ອງ 9 ເປັນອັນເຊັດພິທີ.​

error: Content is protected !!