ຫຼາຍພາກສ່ວນໃຫ້ການຊຸກຍູ້ສົ່ງເສີມການປູກໝາກພ້າວນ້ຳຫອມເປັນສິນຄ້າໃນ ນວ

ກອງປະຊຸມສຳມະນາການປູກໝາກພ້າວນ້ຳຫອມເປັນສິນຄ້າ ໃນນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 28 ເມສາ 2022 ທີ່ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ  ມີຜູ້ຕາງໜ້າຈາກຫ້ອງການກະສິກຳ  ເມືອງ ຂະແໜງການທີ່ກ່ຽວຂ້ອງ ຜູ້ປະກອບການປູກໝາກພ້າວ ແລະ ຊາວກະສິກອນຕົວແບບເຂົ້າຮ່ວມ.

    ທ່ານ ວາດສະໜາ ສີຈະເລີນ ກ່າວວ່າ: ການຊຸກຍູ້ການປູກໝາກພ້າວນ້ຳຫອມເປັນສິນຄ້າ ເປັນວຽ ໜຶ່ງທີ່ຜັນຂະຫຍາຍວຽກວາລະແຫ່ງຊາດຂອງລັດຖະບານ ໂດຍສະເພາະ ການຜັນຂະຫຍາຍຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 856/ຈນວ ລົງວັນທີ 1 ພະຈິກ 2021 ແລະ ພະແນກກະສິກໍາ ແລະ ປ່າໄມ້ ນວ ກໍໄດ້ຜັນຂະຫຍາຍເປັນແຜນດໍາເນີນງານ ສະບັບເລກທີ 3426/ກປ.ນວ ລົງວັນທີ 30 ກັນຍາ 2021 ເປັນຕົ້ນແມ່ນການສົ່ງເສີມການຜະລິດເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ສ້າງລາຍຮັບທີ່ເຂັ້ມແຂງ ຍືນຍົງ ທີ່ຫັນໄປສູ່ສັ່ງຄົມການຜະລິດ.

    ນະຄອນຫຼວງວຽງຈັນ ຍັງຖືເອົາການຜະລິດກະສິກຳເປັນທ່າແຮງໃຫ້ແກ່ການຂະຫຍາຍຕົວທາງດ້ານເສດຖະກິດ ຄາດຄະເນການຂະຫຍາຍຕົວເພີ່ມຂຶ້ນ 4% ແລະ ກວມເອົາ 14% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ໂດຍສະເພາະນະໂຍບາຍຂອງ ນວ ເນັ້ນໃສ່ການຜະລິດຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ສະອາດ ສີຂຽວ ຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ ສຳລັບການຜະລິດໝາກພ້າວນ້ຳຫອມ ແມ່ນເນັ້ນໃສ່ການຜະລິດຕາມມາດຕະຖານທີ່ທາງກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກຳນົດໄວ້ ໂດຍສະເພາະ ການຜະລິດຕາມມາດຕະຖານກະສິກຳອິນຊີ ແລະ ຕາມມາດຕະຖານກະສິກຳທີ່ດີ ສະເພາະ ປີ 2021 ຜ່ານມາ ນວ ມີເນື້ອທີ່ປູກໄມ້ໃຫ້ໝາກທັງໝົດ 3.716 ເຮັກຕາ ຜົນຜະລິດ 90.916 ໂຕນ ໃນນັ້ນ ມີເນື້ອທີ່ໃຫ້ຜົນຜະລິດແລ້ວ 2.550 ເຮັກຕາ ເນື້ອທີ່ປູກໃໝ່ 1.166 ເຮັກຕາ ໃນນັ້ນ ເນື້ອທີ່ປູກໝາກພ້າວນ້ຳຫອມທັງໝົດ 96,50 ເຮັກຕາ ຈໍານວນ 34.863 ຕົ້ນ ຄາດຄະເນຜົນຜະລິດ 3.486,30 ໂຕນ ເຊິ່ງກວມເອົາ 6 ເມືອງຄື: ຫາດຊາຍຟອງ ໄຊເຊດຖາ ສີໂຄດຕະບອງ ນາຊາຍທອງ ໄຊທານີ ແລະ ເມືອງປາກງື່ມ ປັດຈຸບັນ ມີຜູ້ປະກອບການຈໍານວນ 6 ພາກສ່ວນ ຊາວກະສິກອນ 100 ຄອບຄົວ ການປູກໝາກພ້າວຢູ່ໃນ ນວ ແມ່ນປູກໃນຮູບແບບຄອບຄົວ ນັກທຸລະກິດ ບໍລິສັດ ແລະ ບຸກຄົນ.

    ປັດຈຸບັນ ການຈໍາໜ່າຍໝາກພ້າວແມ່ນມີຕະຫຼາດແບບຫຼາຍຊ່ອງທາງຄື: ຈໍາໜ່າຍຢູ່ຕະຫຼາດທົ່ວໄປ ຕະຫຼາດກະສິກໍາອິນຊີ ຮ້ານຈໍາໜ່າຍຕາມແຄມທາງ ແລະ ຈໍາໜ່າຍຜ່ານທາງອອນລາຍ ເຮັດໃຫ້ຜູ້ບໍລິໂພກມີຄວາມສະດວກ ແລະ ວ່ອງໄວ ເພື່ອຍົກລະດັບການຜະລິດຕິດພັນກັບການປຸງແຕ່ງ ທາງພະແນກອຸດສາຫະກໍາ ແລະ ການຄ້າ ນວ ກໍໄດ້ມອບໂຮງງານອຸດສາຫະກໍາປຸງແຕ່ງກະສິກໍາໃຫ້ທາງພະແນກກະສິກໍາ ແລະ ປ່າໄມ້ຄຸ້ມຄອງແລ້ວໃນວັນທີ 7 ມີນາ 2022 ຜ່ານມາ.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!