ສະຫຼຸບການສຳຫຼວດເກັບກຳຂໍ້ມູນຕອນດິນ 8 ປະເພດໃນຂອບເຂດເມືອງໃໝ່

ຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ນະຄອນຫຼວງຽງຈັນ (ນວ) ຈັດກອງປະຊຸມສະຫຼຸບການສຳຫຼວດ ເກັບກຳຂໍ້ມູນຕອນດິນ 8 ປະເພດ ໃນຂອບເຂດເມືອງໃໝ່ ທີ່ບ້ານນາຕານ ເມືອງໄຊທານີ ນວ ໃນວັນທີ 28 ເມສາ 2022 ມີທ່ານ ພົນຈັດຕະວາ ສີພອນ ຈົນສົມວົງ ຮອງເລຂາຄະນະພັກ ຜູ້ຊີ້ນຳຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ທ່ານນາງ ດຳດວນ ຈັນທະວົງ ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ນວ ພ້ອມດ້ວຍນາຍບ້ານ ແລະ ຂະແໜງກ່ຽວຂ້ອງເຂົ້າຮ່ວມ.

    ທ່ານນາງ ດຳດວນ ຈັນທະວົງ ໄດ້ຜ່ານບົດສະຫຼຸບການຈັກຕັ້ງປະຕິບັດວຽກງານສຳຫຼວດ ເກັບກຳຂໍ້ມູນຕອນດິນ 8 ປະເພດ ໃຫ້ຮູ້ວ່າ ຈຳນວນ 24 ບ້ານຂອງເມືອງໄຊທານີ ແມ່ນເປົ້າໝາຍທີ່ຈະແຍກອອກຈາກເມືອງໄຊທານີ ເພື່ອຈະສ້າງເປັນເມືອງລ້ານຊ້າງ ເປັນເມືອງທີ 10 ຂອງ ນວ ມີເນື້ອທີ່ທັງໝົດ 350,18 ກິໂລຕາແມັດ 462 ໜ່ວຍ 6.396 ຫຼັງຄາ 6.410 ຄອບຄົວ ພົນລະເມືອງ 35.224 ຄົນ ໂດຍອີງໃສ່ສະພາບການນຳໃຊ້ທີ່ດິນໃນປັດຈຸບັນຂອງເມືອງໃໝ່ ມີເນື້ອທີ່ 34.571 ເຮັກຕາ ແບ່ງອອກເປັນ 8 ປະເພດຄື  ດິນປຸກສ້າງ ດິນກະສິກຳ ດິນອຸດສາຫະກຳ ຄົມມະນາຄົມ ວັດທະນະທຳ ປກສ-ປກຊ ດິນປ່າໄມ້ ແລະ ທີ່ດິນບໍລິເວນນໍ້າ ຜ່ານການລົງເກັບກຳຂໍ້ມູນຕອນດິນ 8 ປະເພດດັ່ງກ່າວ ໃນນັ້ນ ດິນກະສິກຳມີເນື້ອທີ່ 15.151,07 ເຮັກຕາ ກວມ 63,57% ດິນປຸກສ້າງ 831,99 ເຮັກຕາ ກວມ 3,49% ດິນອຸດສາຫະກຳ 359,66 ເຮັກຕາ ກວມ 1,51% ດິນຄົມມະນາຄົມ 633,80 ເຮັກຕາ ກວມ 2,65% ດິນວັດທະນະທຳ 127,74 ເຮັກຕາ ກວມ 0,54% ດິນ ປກສ-ປກຊ 210,85 ເຮັກຕາ ກວມ 0,89% ດິນປ່າໄມ້ 5.957,52 ເຮັກຕາ ກວມ 42,99% ແລະ ທີ່ດິນບໍລິເວນນໍ້າ 562,72 ເຮັກຕາ ກວມ 2,37% ລວມເນື້ອທີ່ທັງໝົດ 23.835,35 ເຮັກຕາ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!