“ລາດ​ຊະ​ສັກ” ໝັ່ນ​ເຝິກຊ້ອມ​ມວຍ​ລາວ​ຫວັງ​ຮັບ​ໃຊ້​ຊາດ

     ທ້າວ ລາດ​ຊະ​ສັກ ສຸລິຍະ​ວົງ ຫຼື ສິງ​ໃຫຍ່ ເປັນ​ທີ່​ຮູ້ຈັກ​ກັນ​ດີ​ໃນ​ວົງ​ການ​ມວຍ​ລາວ ແລະ ປະເທດ​ໄທ ສຸດ​ຍອດ​ນັກ​ຊົກ​ຈາກ​ດິນແດນ​ພາກ​ໃຕ້ ເມືອງ​ໂພນ​ທອງ ແຂວງ​ຈຳປາ​ສັກ ເຈົ້າ​ຫຼຽນ​ຄຳ ອຸດົມ​ໄຊ​ເກມ ປີ 2014 ໃຫ້​ສຳພາດ​ວ່າ: ເຖິງ​ວ່າ​ປະເທດ​ເຮົາ​ຈະ​ພົບ​ກັບ​ບັນຫາ​ການລະບາດພະຍາດ​ໂຄ​ວິດ-19 ກໍ​ໄດ້​ມີ​ການ​ຢຸດ​ພັກ​ທຸກ​ກິດຈະກຳ​ຊົ່ວຄາວ ແຕ່​ນ້ອງ​ນັ້ນ​ກໍ​ບໍ່​ໄດ້​ຢຸດ​ການເຄື່ອນໄຫວ​ໃນ​ການ​ຫຼິ້ນ​ກີລາ​ທີ່​ຕົນ​ເອງ​ຮັກ​ເປັນ​ຊີວິດ​ຈິດໃຈ ຊ້ອມ​ດ້ວຍ​ຕົນ​ເອງ​ທຸກ​ວັນ ຄຽງ​ຄູ່​ການ​ປະຕິບັດ​ຕາມ​ຄຳ​ສັ່ງ ແລະ ແຈ້ງ​ການ​ທີ່​ທາງ​ລັດຖະບານ​ແຈ້ງ​ອອກ ເພື່ອ​ປ້ອງ​ກັນ​ພະຍາດ​ດັ່ງກ່າວ

   ປັດຈຸບັນ​ການ​ເຝິກຊ້ອມ​ແຕ່​ລະ​ວັນ​ຈະ​ເນັ້ນ​ການ​ອອກ​ໄປ​ແລ່ນ​ທຸກ​ເຊົ້າ​ເຂົ້າ​ເວດ​ຫຼິ້ນ​ກ້າມ​ແຂນ​ກ້າມ​ຂາ ແລະ ຈັບ​ເປົ້າ​ສອນ​ມວຍ​ໃຫ້​ຄົນ​ຕ່າງປະເທດ​ທີ່​ອາໄສ​ຢູ່​ລາວ ແລະ ນັກ​ມວຍ​ນ້ອງ​ໃໝ່​ທີ່​ໄຝ່​ຝັນ​ຢາກ​ເປັນ​ນັກ​ມວຍ​ທີ່​ດີ ສິ່ງ​ທີ່​ນ້ອງ​ຕັ້ງໃຈ ແລະ ເອົາໃຈໃສ່​ໃນ​ການ​ເຝິກຊ້ອມ​ເປັນ​ປົກກະຕິ​ຄັ້ງ​ນີ້​ແມ່ນ​ເກີດ​ມາ​ຈາກ​ຄວາມ​ໄຝ່​ຝັນ​ໃນ​ວັນ​ໃດ​ວັນ​ໜຶ່ງ​ກໍ​ຢາກ​ຈະ​ເປັນ​ທະຫານ ເພື່ອ​ຮັບ​ໃຊ້​ຊາດ​ຕາມ​ຄວາມ​ມຸ່ງ​ໝັ້ນ​ຂອງ​ພໍ່​ແມ່​ທີ່​ຢາກ​ເຫັນ​ນ້ອງ​ຕາງໜ້າ​ຄອບຄົວ​ຮັບ​ໃຊ້​ຊາດ​ຢ່າງ​ສົມ​ກຽດ.

   ສະນັ້ນ​ໃນ​ການ​ເຂົ້າ​ຮ່ວມ​ງານ​ມະ​ຫະ​ກຳ​ກີລາ​ແຫ່ງ​ຊາດ ຄັ້ງ​ທີ XI ຫຼື ຊຽງ​ຂວາງ​ເກມ ທີ່​ແຂວງ​ຊຽງ​ຂວາງ​ຮັບ​ກຽດ​ເປັນ​ເຈົ້າພາບ​ຄັ້ງ​ນີ້ ນ້ອງ​ຈຶ່ງ​ຕັດສິນ​ໃຈ​ຈະ​ຂຶ້ນ​ຊົກ​ໃຫ້​ທີມ​ນັກກີລາ​ກອງທັບ​ລ່າ​ຫຼຽນ​ຄຳ ຊຽງ​ຂວາງ ເພື່ອ​ເຮັດ​ໃຫ້​ຄວາມ​ຫວັງ​ຄວາມ​ຝັນ​ຂອງ​ຄອບຄົວ​ກາຍເປັນ​ຈິງ ແຕ່​ຖ້າ​ຫາ​ກວ່າ​ຝັນ​ບໍ່​ເປັນ​ຈິງ ນ້ອງ​ກໍ​ຈະ​ຕັດສິນ​ໃຈ​ເພື່ອ​ຜັນ​ຕົວ​ເອງ​ຈາກ​ການ​ເປັນ​ນັກ​ມວຍ ຍົກ​ລະດັບ​ເປັນ​ຄູ​ເຝິກ ເພື່ອ​ຖ່າຍ​ທອດ​ໃຫ້​ນັກຊົກມວຍ​ຮຸ່ນ​ສືບ​ທອດ​ຕໍ່​ໄປ.      ສຳລັບ​ຜົນງານ​ຂອງ​ທ້າວ ລາດ​ຊະ​ສັກ ສຸລິຍະ​ວົງ ໃນ​ການ​ເຂົ້າ​ຮ່ວມ​ກີລາ​​ແຫ່ງ​ຊາດ 2 ຄັ້ງ​ຜ່ານ​ມາ ກໍ​ຄື​ຄັ້ງ​ທຳ​ອິດ​ຕາງໜ້າ​ແຂວງ​ສະຫວັນ​ນະ​ເຂດ ເຂົ້າ​ຮ່ວມ ຄັ້ງ​ທີ IX ຫຼື ຫຼວງ​ພະ​ບາງ​ເກມ ປີ 2011 ຂຶ້ນ​ຊົກ​ໃນ​ຮຸ່ນ​ນ້ຳໜັກ 60 ກິ​ໂລ ຍາດ​ໄດ້ 1 ຫຼຽນ​ເງິນ ກ່ອນ​ຈະ​ຍາດ​ໄດ້​ຫຼຽນ​ຄຳ​ໃຫ້​ແຂວງ​ເຊ​ກອງ ຄັ້ງ​ທີ X ຫຼື ອຸດົມ​ໄຊ​ເກມ  ປີ 2014 ຈາກ​ນັ້ນ​ລາດ​ຊະ​ສັກ​ໄດ້​ຕາງໜ້າ​ທີມ​ນັກກີລາ​ມວຍ​ລາວ ເຂົ້າ​ຮ່ວມ​ຊີເກມ ຄັ້ງ​ທີ XXIX  ທີ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ ປະເທດ​ມາ​ເລ​ເຊຍ ແລະ ຕາງໜ້າ​ທີມ​ນັກກີລາ​ຄີກ​ບ໋ອກ​ຊິ້ງ​ລາວ​ເຂົ້າ​ຮ່ວມ​ຊີເກມ ຄັ້ງ​ທີ  XXIX ທີ່​ປະເທດ​ຟີ​ລິບ​ປິນ ແຕ່​ໜ້າ​ເສຍດາຍ​ບໍ່​ສາ ມາດ​ແຈ້ງ​ເກີດ​ໃຫ້​ກັບ​ຕົນ​ເອງ ແລະ ປະເທດ​ຊາດ​ໄດ້.     

error: Content is protected !!