ມາ ມົວຊົງດຣາ ປູກໝາກເງາະ ສ້າງລາຍຮັບ 300 ລ້ານກີບຕໍ່ປີ

ໝາກ​ເງາະ ຖື​ເປັນ​ພືດ​ຊະ­ນິດ​ໜຶ່ງ​ທີ່​ຕະ­ຫຼາດ​ຕ້ອງ­ການ ດັ່ງ­ນັ້ນ ຈຶ່ງ​ເຮັດ​ໃຫ້​ຊາວ​ກະ­ສິ­ກອນ​ຫຼາຍ​ຄອບ­ຄົວ ຫັນ​ມາ​ນິ­ຍົມ​ປູກ​ໝາກ​ເງາະ​ສ້າງ​ລາຍ​ຮັບ ສ້າງ​ເສດ­ຖະ­ກິດ​ຄອບ­ຄົວ ເໝືອນ​ດັ່ງ​ຄອບ­ຄົວ​ທ່ານ ມາ ມົວ​ຊົງ​ດຣາ ໄດ້​ປູກ​ໝາກ​ເງາະ ໂດຍ​ປູກ​ໃນ​ຮູບ​ແບບ​ກະ­ສິ­ກຳ​ອິນ​ຊີ ສະ­ເລ່ຍ​ສ້າງ​ລາຍ​ຮັບ​ໄດ້​ຫຼາຍ​ຮ້ອຍ​ລ້ານ​ກີບ​ຕໍ່​ປີ.

ທ່ານ ມາ ມົວ​ຊົງ​ດຣາ ເຈົ້າ​ຂອງ​ສວນ​ໄມ້​ໃຫ້​ໝາກ​ກະ­ສິ­ກຳ​ອິນ​ຊີ ບ້ານ​ດວງ​ບຸດ​ດີ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ໃຫ້​ສຳ­ພາດ​ໃນ​ວັນ​ທີ 19 ພຶດ­ສະ­ພາ 2020 ວ່າ: ໄດ້​ເລີ່ມ​ຫັນ​ມາ​ປູກ​ໝາກ​ເງາະ​ໃນ​ປີ 2000 ໃນ​ເນື້ອ­ທີ່ 3 ເຮັກ­ຕາ ມີ​ຕົ້ນ​ໝາກ​ເງາະ 300 ຕົ້ນ ໂດຍ​ເບ້ຍ​ທີ່​ນຳ​ມາ​ປູກ​ແມ່ນ​ນຳ​ເຂົ້າ​ຈາກ​ປະ­ເທດ​ເພື່ອນ​ບ້ານ ນັບ​ຕັ້ງ­ແຕ່​ລົງ­ມື​ປູກ ແມ່ນ​ໄດ້​ໃຊ້​ເວ­ລາ​ປະ­ມານ 6 ປີ ຈຶ່ງ​ສາ­ມາດ​ເກັບ​ຜົນ​ຜະ­ລິດ​ໄດ້ ສະ­ເລ່ຍ​ຕົ້ນ​ໜຶ່ງ​ແມ່ນ​ໃຫ້​ຜົນ​ຜະ­ລິດ​ປະ­ມານ 120 ກິ​ໂລກ​ຣາມ ຂາຍ​ຢູ່​ພາຍ​ໃນ​ສວນ​ກິ​ໂລ​ໜຶ່ງ 10 ພັນ​ກີບ ສ້າງ​ລາຍ​ຮັບ​ໄດ້​ປີ​ໜຶ່ງ 300 ລ້ານ​ກີບ

ສຳ­ລັບ​ເຕັກ­ນິກ​ການ​ປູກ​ໝາກ​ເງາະ​ທີ່​ຈະ​ເຮັດ​ໃຫ້​ໄດ້​ຮັບ​ຜົນ​ດີ ຕ້ອງ​ມີ​ເນື້ອ­ທີ່​ດິນ​ປູກ​ຢູ່​ເນີນ​ສູງ ສ່ວນ​ການ​ບົວ­ລະ­ບັດ​ຮັກ­ສາ​ນັ້ນ ແມ່ນ​ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ໃນ​ການ​ໃສ່​ຝຸ່ນ​ຄອກ ໃຫ້​ນ້ຳ ຕົບ­ແຕ່ງ​ໃຫ້​ຕົ້ນ​ເຕ້ຍ ແລະ ໄດ້​ຮັບ​ແສງ​ສະ​ໝ່ຳ​ສະ­ເໝີ ນອກ­ຈາກ​ນັ້ນ ຍັງ​ປູກ​ພືດ​ໝູ­ນວຽນ​ປະ­ເພດ​ໝາກ­ຫຸ່ງ ໝາກ​ສິ​ດາ ໝາກ​ຊົມ​ພູ ໝາກ­ກ້ວຍ ແລະ ພືດ​ອິນ​ຊີ​ຊະ­ນິດ​ຕ່າງໆ​ອີກ 10 ກວ່າ​ເຮັກ­ຕາ.

ສຳ­ລັບ​ຜູ້​ທີ່​ສົນ­ໃຈ​ຫັນ​ມາ​ປະ­ກອບ​ອາ­ຊີບ​ກະ­ສິ­ກຳ ແມ່ນ​ຍິນ​ດີ​ໃຫ້​ຄຳ​ແນະ­ນຳ​ວິ­ທີ​ປູກ ແຕ່​ສິ່ງ​ທີ່​ຄວນ​ເອົາ­ໃຈ­ໃສ່​ກ່ອນ​ທີ່​ຈະ​ຫັນ​ມາ​ປະ­ກອບ​ອາ­ຊີບ​ກະ­ສິ­ກຳ ກໍ​ຄື ກ່ອນ​ທີ່​ຈະ​ປູກ​ພືດ​ນັ້ນ ຄວນ​ໄລ່​ລຽງ​ເສດ­ຖະ­ກິດ​ກ່ອນ​ຈະ​ປູກ ແລະ ວາງ​ແຜນ­ການ​ປູກ ເພື່ອ​ໃຫ້​ພືດ​ທີ່​ປູກ​ຖືກ​ຕາມ​ຄວາມ​ຕ້ອງ­ການ​ຂອງ​ຕະ­ຫຼາດ ຈຶ່ງ​ຈະ​ສາ­ມາດ​ສ້າງ​ລາຍ​ຮັບ​ເຂົ້າ​ມາ​ໄດ້​ຢ່າງ​ຍືນ​ຍົງ.

# ຂ່າວ & ພາບ: ເພັດ​ສະ­ໝອນ

error: Content is protected !!