ສະວິດ ສົ່ງເສີມກະສິກຳຮອບດ້ານຢູ່ ສປປ ລາວ

    ກອງປະຊຸມເປີດໂຕ ແຜນງານການຮ່ວມມືເຂດພາກພື້ນແມ່ນໍ້າຂອງ ໄລຍະ 2022-2025 ຂອງອົງການສະວິດເພື່ອການພັດທະນາ ແລະ ການຮ່ວມມື (SDC) ໃນ ສປປ ລາວ ຈັດຂຶ້ນວັນທີ 27 ເມສາ 2022 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ຮ່ວມເປັນປະທານຂອງທ່ານສະຖາບັນດິດ ອິນສີຊຽນໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຊອງ ຟລອງຊົວ ເຄີນອດ ຫົວໜ້າອົງການ SDC ເຂດພາກພື້ນແມ່ນໍ້າຂອງ ມີຜູ້ຕາງໜ້າຂອງບັນດາກະຊວງກ່ຽວຂ້ອງທີ່ເປັນຄູ່ຮ່ວມງານຂອງອົງການ SDC ເຂົ້າຮ່ວມ.

    ກອງປະຊຸມ ໄດ້ຕີລາຄາສະພາບລວມຂອງແຜນງານການພັດທະນາອົງການສະວິດໃນ ສປປ ລາວ ເຊິ່ງສອດຄ່ອງກັບແຜນພັດທະນາເສດຖະກິດ ແລະ ສັງຄົມ ຄັ້ງທີ 9 ໃນວິທີການປະກອບສ່ວນໃນການບັນລຸວາລະການພັດທະນາແບບຍືນຍົງປີ 2030 ແລະ ບັນດາເປົ້າໝາຍຂອງປະເທດໃນ 3 ຂະແໜງການຫຼັກຄື: ການພັດທະນາເສດຖະກິດແບບມີສ່ວນຮ່ວມ ການປ່ຽນແປງສະພາບດິນຟ້າອາກາດ ແລະ ຄຸ້ມຄອງຊັບພະຍາກອນ ທໍາມະຊາດ ການປົກຄອງ ແລະ ການມີສ່ວນຮ່ວມຂອງປະຊາຊົນ ໂຄງການສະເພາະຂອງ ສປປ ລາວ ຈະໄດ້ຮັບປະມານ 60 ລ້ານໂດລາສະຫະລັດ ຫຼື ປະມານ 722 ຕື້ກວ່າກີບຂອງງົບປະມານທັງໝົດທີ່ມີຢູ່.

    ທ່ານ ສະຖາບັນດິດ ອິນສີຊຽນໃໝ່ ກ່າວວ່າ: ສປປ ລາວ ແລະ ປະເທດສະວິດ ໄດ້ຮັກສາສາຍພົວພັນທາງການທູດຢ່າງແໜ້ນແຟ້ນນັບຕັ້ງແຕ່ປີ 1963 ແລະ ການຮ່ວມມືສອງຝ່າຍອັນດີນໍາກັນ ໂດຍຜ່ານອົງການສະວິດເພື່ອການພັດທະນາ ແລະ ການຮ່ວມມືສໍາລັບພາກພື້ນແມ່ນໍ້າຂອງ ເຊິ່ງໄດ້ສ້າງຕັ້ງຂື້ນທີ່ນະຄອນຫຼວງວຽງຈັນໃນປີ 2006 ປະເທດສະວິດ ສະໜັບສະໜູນຄວາມພະຍາຍາມການພັດທະນາໃນ ສປປ ລາວ ໂດຍຜ່ານການຮ່ວມມືສາກົນດັ່ງກ່າວ ຮ່ວມກັບຂອບວຽກຂອງແຜນງານພາກພື້ນ ລັດຖະບານລາວຕີລາຄາສູງ ແລະ ຊົມເຊີຍການສະໜັບສະໜູນ ແລະ ຊ່ວຍເຫຼືອຈາກ SDC ໃນຫຼາຍຂົງເຂດ ສໍາລັບການພັດທະນາຂອງ ສປປ ລາວ ໂດຍສະເພາະສໍາລັບການປັບປຸງມາດຕະຖານການດໍາລົງຊີວິດຂອງປະຊາຊົນລາວ ແລະ ການຫຼຸດຜ່ອນຄວາມທຸກຍາກໃນທົ່ວປະເທດ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!