ໄລຍະ 5 ປີ ບ້ານຊໍ້ ມີຫຼາຍໜ້າວຽກງານທີ່ພົ້ນເດັ່ນ

ກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງການປົກຄອງບ້ານຊໍ້ ເມືອງສັງທອງ ນະຄອນຫຼວງວຽງຈັນ ນວ ຈັດຂຶ້ນໃນຄັ້ງວັນທີ 26 ເມສາ 2022 ທີ່ສະໂມສອນໃຫຍ່ຂອງບ້ານດັ່ງກ່າວ ພາຍໃຕ້ການເປັນປະທານຂອງສະຫາຍ ພອນປະເສີດ ອຸ່ນລັດສະໝີ ເລຂາພັກບ້ານ-ນາຍບ້ານໆຊໍ້ ເປັນກຽດເຂົ້າຮ່ວມຂອງສະຫາຍ ພົງສະຫວັນ ສີລິພັນ ເລຂາພັກເມືອງ ເຈົ້າເມືອງສັງທອງ ມີບັນດາພະນັກງານກໍ່ສ້າງຮາກຖານ ອົງການປົກຄອງບ້ານ ພໍ່ແມ່ປະຊາຊົນພາຍໃນບ້ານ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ພອນປະເສີດ ອຸ່ນລັດສະໝີ ໄດ້ຕີລາຄາການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານໃນໄລຍະ 5 ປີ ຜ່ານມາ ອົງການປົກຄອງບ້ານໄດ້ມີຫຼາຍວຽກງານທີ່ພົ້ນເດັ່ນ ໂດຍສະເພາະແມ່ນຂົງເຂດວຽກງານເສດຖະກິດໃນໄລຍະຜ່ານມາ ໄດ້ຕັ້ງໜ້າປັບປຸງ ແລະ ຍົກລະດັບຄວາມຮູ້-ຄວາມສາມາດຂອງອົງການປົກຄອງບ້ານໃຫ້ສູງຂຶ້ນຕິດພັນກັບການແບ່ງສິດຄຸ້ມຄອງທີ່ພົວພັນເຖິງປະຊາຊົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງບ້ານ ແກ້ໄຂຄວາມທຸກຍາກ ສ້າງລາຍຮັບໃຫ້ແກ່ຄອບຄົວຊາວກະສິກອນ ມີຄອບຄົວເຫຼືອກິນ 160 ຄອບຄົວ ກຸ້ມກິນ 220 ຄອບຄົວ ສະເລ່ຍລາຍຮັບ 9.950.000 ກີບຕໍ່ຄົນຕໍ່ປີ ເທົ່າກັບ 950 ໂດລາຕໍ່ຄົນຕໍ່ປີ ເພີ່ມຂຶ້ນ 12% ໃນໄລຍະ 5 ປີຜ່ານມາ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 290.457.230 ກີບ ໃນນີ້ອາກອນ 32.840.000 ກີບ ທົ່ວບ້ານມີເນື້ອທີ່ປູກເຂົ້າ 950 ເຮັກຕາ ໃນນັ້ນນາປີ 400 ເຮັກຕາ ພືດກະສິກໍາ 50 ເຮັກຕາ ເພີ່ມຂຶ້ນ 3 ເຮັກຕາ ປູກຕົ້ນໄມ້ໃຫ້ໝາກ 70 ເຮັກຕາ ເພີ່ມຂຶ້ນ 7,5 ເຮັກຕາ ພືດຜັກຕ່າງໆ 5 ເຮັກຕາ ເພີ່ມຂຶ້ນ 3 ເຮັກຕາ ປູກຫຍ້າລ້ຽງສັດ 200 ເຮັກຕາ ເພີ່ມຂຶ້ນ 150 ເຮັກຕາ ທົ່ວບ້ານມີຄວາຍ 130 ໂຕ ເພີ່ມຂຶ້ນ 30 ໂຕ ງົວ 620 ໂຕ ເພີ່ມຂຶ້ນ 196 ໂຕ ແບ້ 120 ໂຕ ໝູ 250 ໂຕ ເພີ່ມຂຶ້ນ 130 ໂຕ ສັດປີກ 2.354 ໂຕ ເພີ່ມຂຶ້ນ 800 ໂຕ ໝອງປາ 12 ໜອງ ເພີ່ມຂຶ້ນ 5 ໜອງ ນອກຈາກນີ້ ຍັງໄດ້ສົ່ງເສີມການປູກໄມ້ອຸດສາຫະກໍາ ປະຈຸບັນມີເນື້ອທີ່ປູກໄມ້ 148 ເຮັກຕາ ແລະ ຕົ້ນໄມ້ອື່ນໆ 15 ເຮັກຕາ ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົານາຍບ້ານຊຸດໃໝ່ ເຊີ່ງມີຜູ້ລົງສະໝັກເລືອກຕັ້ງໃນຄັ້ງນີ້ມີຈໍານວນ 7 ສະຫາຍ ເລືອກເອົາ 5 ສະຫາຍ ເຊີ່ງຜົນຂອງການເລືອກຕັ້ງແມ່ນໄດ້ເລືອກຕັ້ງສະຫາຍ ຄໍາຈັນ ບຸດວິໃນ ເປັນນາຍບ້ານ ຊຸດໃໝ່.

    # ຂ່າວ – ພາບ : ວຽງມາ

error: Content is protected !!