ທົບທວນວຽກງານການເຄື່ອນຍ້າຍປະຊາກອນໃຫ້ມີຄວາມປອດໄພ ແລະ ເປັນລະບຽບ

ກອງປະຊຸມປຶກສາຫາລືລະຫວ່າງຄູ່ຮ່ວມງານວຽກງານເຄື່ອນຍ້າຍປະຊາກອນ ເພື່ອກະກຽມເຂົ້າຮ່ວມກອງປະຊຸມສາກົນເພື່ອທົບທວນວຽກງານການເຄື່ອນຍ້າຍ  ຈັດຂຶ້ນວັນທີ 28  ເມສາ 2022  ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີທ່ານນາງ Shareen Tuladhar ຫົວໜ້າອົງການ IOM ປະຈຳ ສປປ ລາວ ທ່ານ ນາງ Sashini Gomez ຕາງໜ້າເຂືອຄ່າຍການເຄື່ອນຍ້າຍ ສປຊ ປະ ຈຳພາກພື້ນ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ພົງໄຊສັກ ອິນຖາລາດ ກ່າວວ່າ: ຈຸດປະສົງຫຼັກຂອງກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື ແລກປ່ຽນບົດຮຽນ ບັນຫາສິ່ງທ້າທາຍກ່ຽວກັບການຈັດຕັ້ງປະຕິບັດວຽກງານການເຄື່ອນຍ້າຍຜ່ານມາ ແລະ ຄວາມຕ້ອງການຂອງລັດຖະບານລາວ ທີ່ຢາກສະເໜີການສະໜັບສະໜູນຈາກອົງການສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ ເພື່ອແນໃສ່ສົ່ງເສີມໃຫ້ການເຄື່ອນຍ້າຍມີຄວາມປອດໄພ ເປັນລະບຽບ ແລະ ຖືກຕ້ອງຕາມກົດໝາຍ ພ້ອມນີ້ ຜົນຂອງການປຶກສາຫາລືຂອງກອງປະຊຸມຄັ້ງນີ້ ຈະໄດ້ເປັນຂໍ້ມູນສຳຄັນດ້ານເນື້ອໃນໃຫ້ແກ່ການກະກຽມຄວາມພ້ອມໃຫ້ແກ່ການເຂົ້າຮ່ວມກອງປະຊຸມທົບທວນວຽກງານການເຄື່ອນຍ້າຍສາກົນ ທີ່ຈະໄດ້ຈັດຂື້ນໃນເດືອນພຶດສະພາ 2022 ທີ່ນະຄອນນິວຢອກ ປະເທດສະຫະລັດອາເມຣິກາ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!