ຕີລາຄາຄືນ ວຽກງານຕິດຕາມ ກວດກາການປະຕິບັດສັນຍາໂຄງການລົດໄຟ ລາວ-ຈີນ

ອົງການກວດກາແຫ່ງລັດ ຈັດກອງປະຊຸມສະຫຼຸບການຕິດຕາມ ກວດກາການປະຕິບັດສັນຍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເລີ່ມແຕ່ຫົວທີ ໄລຍະ 5 ປີຜ່ານມາ (2016-2021) ຂຶ້ນວັນທີ 26 ເມສາ 2022 ຢູ່ຫ້ອງວ່າການປົກຄອງແຂວງຫຼວງພະບາງ ໂດຍເປັນປະທານຂອງທ່ານ ຄໍາພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ມີທ່ານ ສຸກຄໍາເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຫົວໜ້າຄະນະສະເພາະກິດສືບຕໍ່ຕິດຕາມ ກວດກາການປະຕິບັດສັນຍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ພ້ອມດ້ວຍທ່ານຮອງເຈົ້າແຂວງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ປະທານ-ຮອງປະທານກວດກາພັກ-ລັດແຂວງ ນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຕິດຕາມ-ກວດກາ ໄລຍະ 5 ປີຜ່ານມາ ກໍຄືບັນດາຄາດໝາຍທີ່ໄດ້ວາງອອກໃຫ້ເລິກເຊິ່ງ-ຖືກກັບຄວາມເປັນຈິງ ແລະ ມີຄວາມເປັນເອກະພາບສູງຕໍ່ຜົນສຳເລັດທີ່ຍາດມາໄດ້ ຈຸດອ່ອນ-ຂໍ້ຄົງຄ້າງທີ່ຈະຕ້ອງປັບປຸງແກ້ໄຂ ສາເຫດ ແລະ ບົດຮຽນຕົວຈິງ ພ້ອມທັງຄົ້ນຄວ້າ ແລະ ມີຄວາມຄິດເຫັນຕໍ່ທິດທາງຄາດໝາຍສູ້ຊົນໃນຕໍ່ໜ້າ ທີ່ຈະສຸມໃສ່ຈັດຕັ້ງປະຕິບັດແຕ່ນີ້ຮອດປີ 2027 ເພື່ອເຮັດໃຫ້ວຽກງານຕິດຕາມ-ກວດກາພັກ ກວດກາລັດ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ.

    ທ່ານ ສຸກຄໍາເພັດ ເຮືອງບຸດສີ ກ່າວວ່າ: ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແມ່ນລັດຖະບານຂອງສອງປະເທດ ໄດ້ລົງນາມເຊັນສັນຍາວ່າດ້ວຍການພັດທະນາພື້ນຖານໂຄງລ່າງທາງລົດໄຟ ລາວ-ຈີນ ວັນທີ 13 ພະຈິກ 2015 ແລະ ສັນຍາວ່າດ້ວຍສິດສຳປະທານຂອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ວັນທີ 20 ທັນວາ 2016 ມູນຄ່າການລົງທຶນ 37,4 ຕື້ຢວນ (ປະມານ 5.986 ລ້ານໂດລາສະຫະລັດ) ໃນນີ້ຝ່າຍລາວ ຖືຮຸ້ນ 30% ຝ່າຍຈີນ ຖືຮຸ້ນ 70% ມີຄວາມຍາວ 426 ກິໂລແມັດ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ມີນິຕິກໍາ ກົດໝາຍ ສັນຍາວ່າດ້ວຍການກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ ລາວ-ຈີນ ສັນຍາວ່າດ້ວຍສໍາປະທານ ແລະ ນິຕິກໍາອື່ນໆທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດ ຕິດຕາມ ກວດກາ ການນໍາເຂົ້າວັດສະດຸ ພາຫະນະ ກົນຈັກ ນໍ້າມັນເຊື້ອໄຟ ແລະ ການນໍາເຂົ້າແຮງງານຂອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຕິດຕາມ ກວດກາການເບີກຈ່າຍຄ່າຊົດເຊີຍໃຫ້ຜູ້ຖືກຜົນກະທົບ ອີງຕາມຕົວເລກການສະຫຼຸບຂອງຄະນະຄຸ້ມຄອງໂຄງການ ຮອດເດືອນມີນາ 2022 ໄດ້ຈ່າຍເຂົ້າບັນຊີຂອງຄະນະໄກ່ເກ່ຍຂັ້ນແຂວງ ແລະ ນະຄອນຫຼວງແລ້ວ 1.716 ຕື້ກີບ ໃນນີ້ໄດ້ຈ່າຍໃຫ້ຜູ້ຖືກຜົນກະທົບຕົວຈິງແລ້ວ 1.419 ຕື້ກີບ ຍັງຄ້າງຈ່າຍ 296 ຕື້ກວ່າກີບ ແລະ ຍັງສືບຕໍ່ສະຫຼຸບສັງລວມຂໍ້ມູນຜູ້ທີ່ຖືກຜົນກະທົບຢູ່ບັນດາແຂວງ ແລະ ນະຄອນຫຼວງວຽງຈັນທີ່ຍັງບໍ່ທັນສຳເລັດ ການແກ້ໄຂບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ສາມາດແກ້ໄຂໄດ້ຈຳນວນໜຶ່ງ ແຕ່ຍັງຈໍານວນຫຼາຍທີ່ບໍ່ສາມາດເເກ້ໄຂໄດ້ ຄື: ບັນຫາທາງລົດໄຟ ຕັດກັບທາງຫຼວງແຫ່ງຊາດ ທາງຫຼວງທ້ອງຖິ່ນ ທາງເຂົ້າເຂດທຳການຜະລິດ ຮ່ອງລະບາຍນ້ຳ ຊົນລະປະທານຈຸດຖົມດິນ ເຮືອນແຕກແຫງ ແລະ ອື່ນໆ ທີ່ບໍລິສັດທາງລົດໄຟ ລາວ-ຈີນ ຕ້ອງໄດ້ເອົາໃຈໃສ່ສືບຕໍ່ແກ້ໄຂ.

    ໂອກາດນີ້ ທ່ານ ຄໍາພັນ ພົມມະທັດ ກໍໄດ້ເນັ້ນໜັກໃຫ້ສືບຕໍ່ແກ້ໄຂບັນຫາຕ່າງໆທີ່ຍັງຄ້າງຄາ ເຊິ່ງເຫັນໄດ້ຈາກຜົນການກວດກາ ຕ້ອງດໍາເນີນບົນພື້ນຖານການປຶກສາຫາລືກັບຄູ່ຮ່ວມພັດທະນາຕາມລະດັບຕ່າງໆທີ່ເໝາະສົມແຕ່ລະກໍລະນີ ເພື່ອສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ດ້ວຍເຫດຜົນ ແລະ ຄວາມເປັນຈິງ ຄົ້ນຄວ້າ ໄຈ້ແຍກ ແລະ ຕີຄວາມໝາຍໃຫ້ຖືກຕ້ອງ ເອກະພາບຕໍ່ບັນດາເອກະສານທີ່ເປັນສັນຍາລວມ ແລະ ສັນຍາຍ່ອຍຕ່າງໆ ສືບຕໍ່ຕິດຕາມ-ກວດກາ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານແກ້ໄຂຜົນກະທົບທີ່ນອນໃນຂອບທີ່ໄດ້ເອກະພາບກັນແລ້ວໃຫ້ສຳເລັດລຸຫລ່ວງໄວ ສືບຕໍ່ຊຸກຍູ້ ປະສານງານແຂງແຮງຕື່ມອີກໃນການແກ້ໄຂຂໍ້ຂັດແຍ່ງໃນການສຳລະສະສາງມູນຄ່າໜ້າວຽກທີ່ບໍລິສັດຮັບເໝົາຕໍ່ໄລຍະ ກັບບໍລິສັດຮັບເໝົາຫຼັກ ແລະ ສະເໜີພາກສ່ວນກ່ຽວຂ້ອງທີ່ມີໜ້າທີ່ຄຸ້ມຄອງໂດຍກົງຕໍ່ການຈັດຕັ້ງ ແລະ ເຄື່ອນໄຫວຂອງບໍລິສັດຮ່ວມທາງລົດໄຟ ລາວ-ຈີນ ເພື່ອປຶກສາຫາລືຫາທາງອອກ ແກ້ໄຂບັນດານິຕິກໍາ ກົນໄກ ບໍລິຫານຈັດການພາຍໃນ ແລະ ແບບແຜນໃນການເຄື່ອນໄຫວຢູ່ພາຍໃນບໍລິສັດໃຫ້ມີຄວາມເອກະພາບ ສະສາງບັນຫາຄົງຄ້າງ ປັບປຸງຄຸນນະພາບຂອງການບໍລິຫານໂຄງການ ເພີ່ມຜົນປະໂຫຍດຂອງຝ່າຍຕ່າງໆ ແລະ ສັງຄົມ.

# ຂ່າວ – ພາບ :  ສະບາໄພ

error: Content is protected !!