ໄຂກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນເມສາ 2022

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2022 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 26 ເມສາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ດຳເນີນພາຍຫຼັງທີ່ປວງຊົນລາວທົ່ວປະເທດໄດ້ພ້ອມການສະເຫຼີມສະຫຼອງປີໃໝ່ລາວ ດ້ວຍບັນຍາກາດທີ່ດີ ສອດຄ່ອງກັບຮີດຄອງປະເພນີຂອງຊາດລາວເຮົາ ການຈັດຕັ້ງພັກ-ລັດ ກໍໄດ້ເປັນແບບຢ່າງປະຕິບັດນະໂຍບາຍປະຢັດມັດທະຍັດ ແລະ ໃນສະພາບທີ່ຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນຫຼາຍດ້ານ ໃນໄລຍະໜຶ່ງເດືອນຜ່ານມາ ທ່ານນາຍົກລັດຖະມົນຕີ ບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີຈໍານວນໜຶ່ງ ໄດ້ໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ ແລະ ເຄື່ອນໄຫວວຽກງານ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດວຽກງານຢູ່ທ້ອງຖິ່ນໃຫ້ສຳເລັດຕາມແຜນທີ່ວາງໄວ້ ນອກຈາກນີ້ ການນໍາຂັ້ນສູງຂອງລັດຖະບານ ຍັງໄດ້ເຮັດວຽກຮ່ວມກັບອົງການທີ່ກ່ຽວຂ້ອງ ເພື່ອພ້ອມກັນແກ້ໄຂບັນຫາທີ່ຮີບດ່ວນ ແລະ ຈໍາເປັນ.

    ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນເມສາ 2022 ຈະໄດ້ດຳເນີນເປັນເວລາ 2 ວັນ ຄື: ວັນທີ 26-27 ເມສາ ເຊິ່ງເນື້ອໃນຂອງກອງປະຊຸມ ຈະໄດ້ປຶກສາຫາລື ຄົົ້ນຄວ້າ ແລະ ເປັນເອກະພາບກັນຕໍ່ 8 ຫົວຂໍ້ທີ່ສໍາຄັນ ແລະ ຈໍາເປັນ ໃນການແກ້ໄຂບັນຫາລວມຂອງຊາດຄື:

  1. ສະຫຼຸບການເຄື່ອນໄຫວວຽກງານພົົ້ນເດັ່ນ ປະຈໍາເດືອນເມສາ ແລະ ທິດທາງແຜນການ ປະຈໍາເດືອນພຶດສະພາ 2022 ຂອງລັດຖະບານ.
  2. ຮ່າງບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດ ໝົດປີ 2021.
  3. ຮ່າງນະໂຍບາຍລາຄານໍ້າປະປາແຫ່ງ ສປປ ລາວ ສະບັບປັບປຸງ.
  4. ຮ່າງດໍາລັດວ່າດ້ວຍການເຕົ້າໂຮມຊັບສິນ ທີ່ສານຕັດສິນ ຮິບເປັນຂອງລັດ.
  5. ຮ່າງດໍາລັດວ່າດ້ວຍກອງທຶນກິລາ-ກາຍຍະກໍາ.
  6. ຮ່າງແຜນພັດທະນາຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ 2021-2025.
  7. ລາຍງານຜົນການຄົ້ນຄວ້າ ການສະເໜີປັບປຸງຄ່າແຮງງານຂັ້ນຕໍ່າໃໝ່ຂອງຜູ້ອອກແຮງງານ.
  8. ລາຍງານການກະກຽມການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

    ໃນໂອກາດກ່າວເປີດກອງປະຊຸມ ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງບັນດາທ່ານສະມາຊິກລັດຖະບານ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ ກະທັດຮັດ ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້.

# ຂ່າວ – ພາບ : ຊິລິການດາ

error: Content is protected !!