ລັດຖະມົນຕີ ຖວທ ຕ້ອນຮັບຜູ້ແທນຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ

    ໃນວັນທີ 25 ເມສາ 2022 ຜ່ານມານີ້ ສະຫາຍນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ເລຂາພັກ ລັດຖະມັນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຕ້ອນຮັບການພົບປະຢ້ຽມຢາມຂອງສະຫາຍ ຫງ້ວຽນ ຈ໋ອງ ເງ້ຍ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຮັດວຽກ ແລະ ຢ້ຽມຢາມທາງການຢູ່ ສປປ ລາວ ລະຫວ່າງວັນທີ 24-27 ເມສາ 2022.

    ໃນໂອກາດນີ້ ສະຫາຍ ນາງ ສວນສະຫວັນ ວິຍະເກດ ສະແດງຄວາມຍິນດີຕ້ອນຮັບທ່ານ ຫງ້ວຽນ ຈ໋ອງ ເງ້ຍ ພ້ອມດ້ວຍຄະນະ ທີ່ໄດ້ມາເຮັດວຽກ ແລະ ຢ້ຽມຢາມຢ່າງເປັນທາງການຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ ພ້ອມທັງໄດ້ສະແດງຄວາມຂອບໃຈໄປຍັງປະຊາຊົນຊາວຫວຽດນາມ ກໍຄືພັກຄອມມູນິດຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດມາ.

    ພ້ອມນີ້ ສະຫາຍ ຫງ້ວຽນ ຈ໋ອງ ເງ້ຍ ກໍໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງສະຫາຍນາງ ສວນສະຫວັນ ວິຍະເກດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ພົບປະໂອ້ລົມແລກປ່ຽນເຊິ່ງກັນ ແລະ ກັນ ພ້ອມທັງສະແດງຄວາມຢືນຢັນວ່າ ຈະໃຫ້ການຊ່ວຍເຫຼືອ ແລະ ຮ່ວມມືກັບກະຊວງ ຖວທ ໃນອະນາຄົດ ພ້ອມນີ້ ສະຫາຍຍັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງໃນການເດີນທາງມາເຮັດວຽກ ແລະ ຢ້ຽມຢາມທາງການຢູ່ ສປປ ລາວ ໃນຄັ້ງນີ້.

# ຂ່າວ – ພາບ :  ບຸນມີ

error: Content is protected !!