ເບິ່ງບ້ານເຂົາເອົາບົດຮຽນ 20/05/2020

ພົບ​ກັນ​ໃນ​ວັນ​ນີ້ ມີ​ເລື່ອງ​ທາງ​ການ​ອັງ­ກິດ ອອກ​ມາດ​ຕະ­ການ​ເກັບ​ພາ­ສີ​ນ້ຳ​ອັດ​ລົມ​ທີ່​ມີ​ທາດ​ຫວານ​ເກີນ​ກຳ­ນົດ ແລະ ແຜນ​ກຳ­ຈັດ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ທີ່​ປະ­ພຶດ​ໂລ­ເລ​ຢູ່​ຟິ​ລິບ​ປິນ.

ທີ່ ອັງ­ກິດ: ກ່ອນ​ນີ້ 2 ປີ​ປາຍ ໜັງ­ສື­ພິມ ເດິ ເນ​ເຊິນ (The Nation 7 ເມ­ສາ 2018) ໄດ້​ໃຫ້​ຮູ້​ວ່າ: ທາງ​ການ​ປະ­ເທດ​ອັງ­ກິດ ໄດ້​ເອົາ​ມາດ​ຕະ­ການ​ອັນ​ຈຳ­ເປັນ ເພື່ອ​ຕ້ານ​ພະ­ຍາດ “ຕຸ້ຍ” ຫຼື ນ້ຳ­ໜັກ​ເກີນ​ມາດ­ຕະ­ຖານ​ອັນ​ຈຳ­ເປັນ ດ້ວຍ​ການ​ປະ­ກາດ​ເກັບ​ພາ­ສີ​ຜະ­ລິດ​ຕະ​ພັນ​ນ້ຳ​ອັດ​ລົມ ທີ່​ມີ​ສ່ວນ​ປະ­ສົມ​ຂອງ​ນ້ຳ­ຕານ​ເກີນ​ຂອບ​ເຂດ ເປົ້າ​ໝາຍ​ຂອງ​ມາດ​ຕະ­ການ​ທີ່​ວ່າ​ນີ້ ກໍ​ແມ່ນ​ເພື່ອ​ປົກ​ປ້ອງ​ເດັກ­ນ້ອຍ​ອັງ­ກິດ ຈາກ​ພະ­ຍາດ​ທີ່​ເກີດ​ຈາກ​ຄວາມ​ຫວານ ຄື: ພະ­ຍາດ​ຕຸ້ຍ ແລະ ພະ­ຍາດ​ແຂ້ວ​ແມງ ທີ່​ແຜ່​ຫຼາຍ​ໃນ​ໝູ່​ເດັກ­ນ້ອຍ ຍ້ອນ​ການ​ດື່ມ­ນ້ຳ​ອັດ​ລົມ ເຊັ່ນ: ແຟນ​ຕາ ເປບ​ຊີ ໂຄ​ຄາ​ໂຄ​ລາ ແລະ​ອື່ນໆ.

ລາຍ​ລະ­ອຽດ​ຂອງ​ການ​ເກັບ​ພາ­ສີ ມີ​ດັ່ງ­ນີ້: ນ້ຳ​ອັດ​ລົມ (ນ້ຳ­ຫວານ) ທີ່​ມີ​ທາດ​ນ້ຳ­ຕານ​ປະ­ສົມ 5 ກຼາມ ໃນ 100 ມີ​ລີ​ລິດ (100 ml) ຈະ​ຕ້ອງ​ໄດ້​ເສຍ​ພາ­ສີ 18 ເພັນ​ຕໍ່​ນ້ຳ­ຫວານ 1 ລິດ (18 pence 1 ປອນ​ຂອງ​ອັງ­ກິດ ມີ 100 pence) ຫຼື ປະ­ມານ 200 ກວ່າ​ກີບ ແຕ່​ຖ້າ​ມີ​ທາດ​ນ້ຳ­ຕານ​ກວ່າ 8 ກຼາມ​ຂຶ້ນ​ໄປ​ໃນ 100 ມີ​ລີ​ກຼາມ​ແລ້ວ ອັດ­ຕາ​ພາ­ສີ​ກໍ​ຈະ​ເພີ່ມ​ຂຶ້ນ​ເປັນ 24 ເພັນ ສຳ­ລັບ​ນ້ຳ­ຫວານ 1 ລິດ ພໍ​ມາດ​ຕະ­ການ​ດັ່ງ­ກ່າວ​ຖືກ​ປະ­ກາດ​ອອກ​ມາ ທາງ​ບໍ­ລິ­ສັດ​ນ້ຳ­ຫວານ​ລະ­ດັບ​ຫົວ​ແຖວ​ໃນ​ອັງ­ກິດ ເຊັ່ນ: ແຟນ​ຕາ ຣີ​ເບ​ນາ (Fanta Ribena) ແລະ ລູ​ໂຄ​ເຊດ (Lucozade) ກໍ​ໄດ້​ຕັດ​ບໍ​ລິ​ມາດ​ນ້ຳ­ຕານ​ລົງ​ໃນ​ຜະ­ລິດ​ຕະ​ພັນ​ຂອງ​ຕົນ ເພື່ອ​ຫຼີກ​ລ່ຽງ​ການ​ເສຍ​ພາ­ສີ ສ່ວນ​ບໍ­ລິ­ສັດ​ນ້ຳ­ຫວານ ເປບ​ຊີ ແລະ ໂຄ​ຄາ​ໂຄ​ລາ ນັ້ນ ຍອມ​ເສຍ​ພາ­ສີ ແຕ່​ບໍ່​ຍອມ​ຫຼຸດ​ທາດ​ນ້ຳ­ຕານ​ລົງ​ໃນ​ຜະ­ລິດ​ຕະ​ພັນ​ຂອງ​ຕົນ ເຊິ່ງ​ບັນ­ຈຸ​ທາດ​ນ້ຳ­ຕານ​ຫຼາຍ​ກວ່າ 10 ກຼາມ​ຕໍ່ 100 ມີ​ລີ​ລິດ ໃນ​ປັດ­ຈຸ­ບັນ ທາງ​ການ​ຂອງ​ຫຼາຍ​ສິບ​ປະ­ເທດ​ໃນ​ທົ່ວ​ໂລກ ໄດ້​ເອົາ​ມາດ​ຕະ­ການ​ເກັບ​ພາ​ສີ­ທາດ​ຫວານ​ໃນ​ເຄື່ອງ​ດື່ມ​ປະ­ເພດ​ນ້ຳ​ອັດ​ລົມ​ລົງ ໃນ​ນັ້ນ ລວມ​ທັງ​ຫວຽດ­ນາມ ແລະ ອິນ​ເດຍ ໃນ​ອາ­ຊີ​ຂອງ​ພວກ​ເຮົາ ໂດຍ​ມີ​ເປົ້າ​ໝາຍ​ຫຼຸດ​ຄວາມ​ສ່ຽງ​ເກີດ​ພະ­ຍາດ​ຕຸ້ຍ ເຊິ່ງ​ເປັນ​ຊະ​ນວນ​ກໍ່­ໃຫ້­ເກີດ​ສາ­ລະ­ພັດ​ພະ­ຍາດ​ຕາມ​ມາ.

ທີ່ ຟິ​ລິບ​ປິນ: ນັບ​ແຕ່​ໄດ້​ຖືກ​ເລືອກ​ເປັນ​ປະ­ທາ­ນາ­ທິ­ບໍ­ດີ​ໃນ​ກາງ​ປີ 2016 ເປັນ­ຕົ້ນ​ມາ ທ່ານ ໂຣ​ດິ​ໂກ ດູ​ເຕັກ​ເຕ ຂອງ​ຟິ​ລິບ​ປິນ ກໍ​ໄດ້​ປະ­ກາດ​ຜະ­ເດັດ​ເສິກ​ກັບ​ຢາ​ເສບ​ຕິດ​ແບບ​ບໍ່​ໄວ້­ໜ້າ​ໃຜ​ໃນ​ທົ່ວ​ປະ­ເທດ ເຊິ່ງ​ເຮັດ​ໃຫ້​ຜູ້​ມີ​ສ່ວນ​ພົວ­ພັນ​ກັບ​ອາ​ຊະ​ຍາ​ກຳ​ຢາ​ເສບ​ຕິດ ຈຳ­ນວນ​ກວ່າ 4.500 ຄົນ ຖືກ​ຂ້າ​ຕາຍ​ໃນ​ການ​ປະ​ທະ​ກັນ​ກັບ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ (ສະ­ຖິ­ຕິ​ໃນ​ກາງ​ປີ 2018) ບັ້ນ​ຮົບ​ຕ້ານ​ຢາ​ເສບ​ຕິດ​ນີ້ ໄດ້​ກໍ່­ໃຫ້­ເກີດ​ບັນ­ຫາ​ຄວາມ​ບໍ່​ປອດ​ໄພ​ຈາກ​ກຸ່ມ​ຄົນ​ຮ້າຍ ນອກ​ນັ້ນ​ຍັງ​ໄດ້​ຮັບ​ຄຳ​ຕຳ​ນິ​ຕິ­ຕຽນ​ຈາກ​ບັນ­ດາ​ປະ­ເທດ​ຕາ­ເວັນ­ຕົກ ແລະ ກຸ່ມ​ສິດ­ທິ​ມະ­ນຸດ ແຕ່​ທ່ານ​ປະ­ທາ­ນາ­ທິ­ບໍ­ດີ ດູ​ເຕັກ​ເຕ ນອກ­ຈາກ​ບໍ່​ສົນ​ແລ້ວ ຍັງ​ໄດ້​ປະ­ກາດ​ຢ່າງ​ແຈ່ມ​ແຈ້ງ­ວ່າ ຈະ​ເດີນ​ໜ້າ​ປາບ​ອາ​ຊະ​ຍາ​ກຳ​ຢາ​ເສບ​ຕິດ­ຕໍ່​ໄປ ຈົນ​ຮອດ​ມື້​ສຸດ​ທ້າຍ​ຂອງ​ອາ­ຍຸ​ການ​ເປັນ​ປະ­ທາ­ນາ­ທິ­ບໍ­ດີ​ຂອງ​ທ່ານ (ອາ­ຍຸ​ການ​ຂອງ​ປະ­ທາ­ນາ­ທິ­ບໍ­ດີ​ຟິ​ລິບ​ປິນ​ນັ້ນ​ແມ່ນ 6 ປີ).

ແນວ­ໃດ​ກໍ​ດີ ບັນ­ຍາ­ກາດ​ແຫ່ງ​ຄວາມ​ບໍ່​ປອດ​ໄພ​ນັ້ນ ບໍ່​ພຽງ​ແຕ່​ເກີດ​ຈາກ​ກຸ່ມ​ຄົນ​ຮ້າຍ ແຕ່​ຍັງ​ເກີດ​ຈາກ​ນ້ຳ­ມື​ຂອງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ທີ່​ຮັບ­ຜິດ­ຊອບ​ປາບ​ຢາ​ເສບ​ຕິດ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ພວກ​ນີ້ ສວຍ​ໃຊ້​ອຳ­ນາດ​ທີ່​ມີ​ເກີນ​ຂອບ​ເຂດ ເພື່ອ​ຜົນ​ປະ­ໂຫຍດ​ສ່ວນ​ຕົວ ເຊັ່ນ: ມີ​ການ​ພົວ­ພັນ​ກັບ​ຄະ­ດີ​ຂົ່ມ­ຂືນ ການ​ລັກ​ພາ​ຕົວ ແລະ ປຸ້ນ​ຊັບ ຂ່າວ​ບອກ​ວ່າ: ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ທີ່​ມີ​ຄະ­ດີ​ຈຳ­ນວນ​ກວ່າ 100 ຄົນ ຖືກ​ນຳ​ຕົວ​ໄປ​ພົບ​ທ່ານ ດູ​ເຕັກ​ເຕ ທີ່​ທຳ​ນຽບ​ປະ­ທາ­ນາ­ທິ­ບໍ­ດີ ໃນ​ວັນ​ທີ 7 ສິງ­ຫາ 2018 ທ່ານ​ປະ­ທາ­ນາ­ທິ­ບໍ­ດີ​ໄດ້​ຖະ­ແຫຼງ​ຜ່ານ​ສື່​ໂທລະ­ພາບ​ວ່າ ຖ້າ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ກຸ່ມ​ນີ້​ຍັງ​ສືບ­ຕໍ່​ກະ­ທຳ​ຜິດ ທ່ານ​ຈະ​ສັ່ງ​ປະ­ຫານ​ຊີ­ວິດ​ທັນ­ທີ ແລະ ວ່າ​ທ່ານ​ມີ​ໜ່ວຍ​ຕິດ­ຕາມ​ການ​ປະ­ພຶດ​ຂອງ​ຄົນ​ກຸ່ມ​ນີ້​ໄປ​ຕະ­ຫຼອດ​ຊີ­ວິດ.

error: Content is protected !!